ລະດົມປະຊາຊົນ ຫັນມານຳໃຊ້ນ້ຳປະປາໃຫ້ຫຼາຍຂຶ້ນ

    ລັດ​ວິ​ສາ​ຫະ​ກິດ​ນ້ຳ​ປະ­ປາ ນະ­ຄອນ­ຫຼວງ​ວຽງ​ຈັນ ຮ່ວມ​ກັບໂຄງ­ການ MaWaSU II ຈັດ​ກິດ­ຈະ­ກຳ​ຫ້ອງ​ຮຽນ​ນ້ຳ​ປະ­ປາ ເພື່ອ​ຊຸມ​ຊົນ ຂຶ້ນ​ວັນ​ທີ 13 ສິງຫາ ຜ່ານມາ ຢູ່ວັດສີສະຫວາດ ບ້ານເວີນຄຳ ເມືອງໄຊທານີ ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ມີ​ທ່ານ ເທບພະໄທ ລາດຊະວົງ ຫົວໜ້າສາຂານ້ຳປະປາເມືອງໄຊທານີ ພ້ອມດ້ວຍພະ­ນັກ­ງານ​ວິ­ຊາ​ການ​ລັດ​ວິ​ສາ​ຫະ​ກິດນ້ຳ​ປະ­ປາ​ ເລ­ຂາ​ພັກ​ບ້ານ ນາຍ­ບ້ານ ແລະ ​ປະ­ຊາ­ຊົນ ເຂົ້າ​ຮ່ວມ.

    ເພື່ອລະ­ດົມ​ໃຫ້​ປະ­ຊາ­ຊົນບ້ານເວີນຄຳ ຫັນ​ມາ​ນຳ​ໃຊ້​ນ້ຳ​ປະ­ປາ​ຫຼາຍ​ຂຶ້ນ ແລະ ມີ​ຄວາມ​ຮັບ​ຮູ້-​ເຂົ້າ­ໃຈ​ກ່ຽວ​ກັບ​ຄວາມ​   ໝາຍ​-ຄວາມ​ສຳ­ຄັນ​ຂອງ​ວຽກ​ງານ​ນ້ຳ​ປະ­ປາ ນ້ຳ​ຕາມ​ທຳ​ມະ​ຊາດມີ​ຢ່າງ​ຫຼວງ­ຫຼາຍ ນ້ຳ​ຄື​ຊີ­ວິດມັນ​ມີ​ຄວາມ​ໝາຍ​ສຳ­ຄັນ ບໍ່​ພຽງ​ແຕ່​ໃຫ້​ຄຸນ​ປະ­ໂຫຍດ​ຕໍ່​ການ​ບໍ­ລິ­ໂພກ ແລະ ອຸ­ປະ­ໂພກ​ຂອງ​ຄົນ​​ເທົ່າ​ນັ້ນ ນ້ຳ​ເປັນ​ສິ່ງ​ຈຳ­ເປັນ​ໃນ​ຊີ­ວິດ​ປະ­ຈຳ​ວັນ ເປັນຕົ້ນ​ ນຳ​ໃຊ້​ເພື່ອ​​ດື່ມ ແຕ່ງ­ກິນ ຊັກ​ລ້າງ ນໍາໃຊ້ສຳ­ລັບ​ການ​ປູກ­ຝັງ-ລ້ຽງ­ສັດ ຫຼື ເຮັດ​ເປັນ​ສິນ­ຄ້າ​ກ່ຽວ​ກັບ​ນ້ຳ ​ເຊິ່ງລ້ວນ​ແຕ່​ເປັນ​ປະ­ໂຫຍດ​ອັນ​ມະ­ຫາ­ສານ​ແກ່​ພວກ​ເຮົາ.

    ​ເມື່ອ​ກ່ອນ​ຍັງ​ບໍ­ລິ­ສຸດ​ເປັນ​ສ່ວນ​ໃຫຍ່ ເຊື້ອ​ພະ­ຍາດ​ຈາກ​ທຳ​ມະ​ຊາດ ແລະ ສານ­ພິດ​ອື່ນໆ​ເຈືອ​ປົນ​ໃນ​ແຫຼ່ງ​ນ້ຳ​ຍັງ​ບໍ່​ຫຼາຍ ການ​ດື່ມ ແລະ ໃຊ້​ແຫຼ່ງ​ນ້ຳ​ເຫຼົ່າ​ນີ້​ໂດຍ​ກົງ​ອາດ​ຈະ​ບໍ່​ກໍ່​ເກີດ​ເປັນ​ອັນ­ຕະ­ລາຍ​ທັນ­ທີ​ທັນ­​ໃດ ແຕ່​ປັດ­ຈຸ­ບັນປະ­ເທດ​ຊາດ​ໄດ້​ຮັບ​ການ​ພັດ­ທະ­ນາ ຕົວ​ເມືອງ ແລະ ຊົນ­ນະ­ບົດ ການ​ປູກ­ຝັງ ​ເພື່ອ​ການ​ຄ້າ​ຢາກ​ໃຫ້​ໄດ້­ຜົນ​ຜະ­ລິດ​ຫຼາຍ​ຂຶ້ນ ກໍ​ຕ້ອງ​ໄດ້​ນຳ​ໃຊ້​ຢາ​ຂ້າ​ແມງ­ໄມ້ ປຸຍ​ເຄ​ມີ ແລະ ອື່ນໆ ສານ​ເຫຼົ່າ​ນີ້​ລ້ວນ​ແຕ່​ເປັນ​ພິດ​ຕົກ​ຄ້າງ​ຕາມ​ດິນ​ ຕາມ​ຜັກ ​ຕາມ​ຫຍ້າ ພ້ອມ​ທັງ​ຖືກ​ນ້ຳ​ຝົນ​ເຮັດ​ໃຫ້​ຊຶມ​ລົງ​ໃຕ້​ດິນຫາ​ນ້ຳ­ສ້າງ ນ້ຳ​ບາ​ດານ ຊະ​ລ້າງ​ລົງ​ຫ້ວຍ­ຮ່ອງ​ຄອງ​ບຶງ ລົງ​ແມ່­ນ້ຳ​ນ້ອຍ-ໃຫຍ່ ເຖິງ​ແມ່ນ​ວ່າ​ຈະ​ໃຊ້​ນ້ຳ​ທຳ​ມະ​ຊາດມາ​ລ້າງ​ກໍ​ຕາມກໍ​ຍັງ​ມີ​ເຊື້ອ​ພະ­ຍາດ ແລະ ສານ​ເຄ​ມີ​ເຈືອ​ປົນ​ຕິດ​ຢູ່ ໂດຍ​ທີ່​ຄົນ​ເຮົາ​ບໍ່​ສາ­ມາດ​ເບິ່ງ​ດ້ວຍ​ຕາ​ເປົ່າ​ໄດ້ ­ສະ­ນັ້ນ​ ທຸກ​ຄົນ​ຄວນ​ຈະ​ຫັນ​ມາ​ນຳ​ໃຊ້​ນ້ຳ​ປະ­ປາເພື່ອ​ສຸ­ຂະ­ພາບ​ທີ່​ດີ​ ເພາະ​ນ້ຳ​ປະ­ປາ​ແມ່ນ​ນ້ຳ​ທີ່​ສະ­ອາດ ປອດ​ໄພ ແລະ ຜ່ານ​ການ​ຜະ­ລິດທີ່​ໃຊ້​ເຄື່ອງ­ມື​ອັນ​ທັນ​ສະ­ໄໝ ມາ​ທຳ­ລາຍ​ເຊື້ອ​ພະ­ຍາດ ແລະ ສານ­ພິດ​ເຫຼົ່າ​ນີ້​ລົງ​ໄດ້.

    ໂອກາດນີ້ ​ຍັງ​ໄດ້​ມອບ​ອຸ­ປະ­ກອນ​ເຄື່ອງ​ກີ­ລາ ແລະ ນ້ຳ​ດື່ມ ໃຫ້​ອຳ­ນາດ​ການ​ປົກ­ຄອງ​ບ້ານດັ່ງກ່າວ ​​ຕື່ມ​ອີກ.

error: Content is protected !!