ຊຸກຍູ້ຜູ້ປະກອບການທີ່ໄດ້ຮັບທຶນຈາກ SME

ເພື່ອ​ເປັນ​ການ​ຕິດຕາມ​ສະພາບ​ການ​ດຳເນີນ​ທຸລະ​ກິດ ແລະ ສົ່ງເສີມ​ຜູ້​ປະກອບ​ການ ​ທີ່​ໄດ້​ຮັບ​ສິນ​ເຊື່ອ​ບ້ວງ​ເງິນ​ສົ່ງເສີມ​ທຸລະ​ກິດ​ຂະໜາດ​ນ້ອຍ ແລະ ກາງ (SME) ຜ່ານ​ທະນາຄານ​ພັດທະນາ​ລາວ ວັນ​ທີ 14 ສິງຫາ 2020 ທ່ານ ນາງ ລັດ​ທະ​ນາ ດວງ​ບຸບຜາ ຮອງ​ຫົວໜ້າ​ກົມ​ສົ່ງເສີມ SME ຜູ້ອຳນວຍການ​ກອງ​ທຶນ​ສົ່ງເສີມ SME ແລະ ທີມ​ງານ ໄດ້​ລົງ​ຕິດຕາມ​ບໍລິສັດ ບີ​ເຄ​ເອັນ ຈຳກັດ ຢູ່​ບ້ານ​ສະພັງ​ຄະ​ນົງ ເມືອງ​ໄຊ​ທານີ ນະຄອນຫຼວງ​ວຽງ​ຈັນ.

ບໍລິສັດ​ດັ່ງກ່າວ ເປັນ​ບໍລິສັດ​ຜະລິດ​ຖ່ານ​ຂາວ​ສົ່ງ​ອອກ​ປະເທດ​ຍີ່ປຸ່ນ ໂດຍ​ນຳ​ໃຊ້​ໄມ້​ຕິ້ວ​ທີ່​ສົ່ງເສີມ​ປະຊາຊົນ​ປູກ​ເປັນ​ວັດຖຸ​ດິບ​ໃນ​ການ​ຜະລິດ ບໍລິສັດ​ໄດ້​ເຊັນ​ສັນຍາ​ນຳ​ປະຊາຊົນ​ໃນ​ຮູບ​ແບບ 2 ບວກ 3 ເພື່ອ​ສະໜອງ​ໃຫ້​ບໍລິສັດ ເຊິ່ງ​ປະຊາຊົນ​ປະກອບສ່ວນ​ເນື້ອທີ່​ດິນ ແລະ ແຮງ​ງານ ບໍລິສັດ​ເປັນ​ຜູ້​ສະໜອງ​ເບ້ຍ​ໄມ້ ແນະນຳ​ດ້ານ​ເຕັກນິກ​ວິຊາ​ການ ແລະ ເກັບ​ຊື້​ຈາກ​ປະຊາຊົນ ມາ​ຮອດ​ປັດຈຸບັນ ບໍລິສັດ​ມີ​ເນື້ອທີ່​ການ​ປູກ​ໄມ້​ຕິ້ວ​ຕາມ​ສັນຍາ​ທັງ​ໝົດ 1.559 ເຮັກຕາ ແລະ ມີ​ເຕົາ​ເຜົາ​ຖ່ານ​ຫຼາຍ​ກວ່າ 50 ເຕົາ ມີ​ພະນັກງານ​ສະເລ່ຍ​ແຕ່​ລະ​ປີ 90 ຄົນ ບໍລິສັດ ບີ​ເຄ​ເອັນ ຈຳກັດ ໄດ້​ຮັບ​ສິນ​ເຊື່ອ​ຈາກ​ທະນາຄານ​ພັດທະນາ​ລາວ​ມູນ​ຄ່າ 1,6 ຕື້​ກີບ ເພື່ອ​ນຳ​ໃຊ້​ເປັນ​ທຶນ​ຄົງ​ທີ່​ໃນ​ການ​ກໍ່ສ້າງ​ສາງ​ເກັບ​ສິນຄ້າ 2 ຫຼັງ ຫໍ​ພັກ​ກຳມະກອນ 1 ຫຼັງ ແລະ ນຳ​ໃຊ້​ເປັນ​ທຶນ​ໝູນວຽນ​ໃນ​ການ​ຊື້​ເບ້ຍ​ໄມ້​ໃຫ້​ປະຊາຊົນ​ປູກ​ຈຳນວນ​ໜຶ່ງ ນອກ​ນີ້ ກໍ​ມີ​ແຜນການ​ຂະຫຍາຍ​ເຕົາ​ເຜົາ​ຖ່ານ​ຕື່ມ​ອີກ 10 ເຕົາ ຢູ່​ເມືອງ​ທ່າ​ພະ​ບາດ ແຂວງ​ບໍ​ລິ​ຄຳ​ໄຊ.

ໃນ​ການ​ລົງ​ຕິດຕາມ​ຄັ້ງ​ນີ້ ທ່ານ ນາງ ລັດ​ທະ​ນາ ດວງ​ບຸບຜາ ກ່າວ​ວ່າ: ການ​ລົງ​ຕິດຕາມ​ຫົວໜ່ວຍ​ທຸລະ​ກິດ​ຄັ້ງ​ນີ້  ເພື່ອ​ຕິດຕາມ ແລະ ຮັບປະກັນ​ວ່າ​ຜູ້​ປະກອບ​ການ​ທີ່​ໄດ້​ຮັບ​ສິນ​ເຊື່ອ​ຈາກ ​ທ​ສວ ໄດ້​ນຳ​ໃຊ້​ເງິນ​ກູ້​ຖືກຕ້ອງ​ຕາມ​ເປົ້າ​ໝາຍ ເຮັດ​ແທ້​ທຳ​ຈິງ ບໍ່​ແມ່ນ​ເພື່ອ​ເປັນ​ຮູບ​ການ​ເທົ່າ​ນັ້ນ ທັງ​ເປັນ​ການ​ລົງ​ເກັບ​ກຳ​ຂໍ້​ມູນ​ກ່ຽວ​ກັບ​ຂໍ້​ສະດວກ ແລະ ຂໍ້​ຫຍຸ້ງຍາກ​ທີ່​ຜູ້​ປະກອບ​ການ​ໄດ້​ປະສົບ​ພົບພໍ້ ເພື່ອ​ຈະ​ນຳໄປ​ຄົ້ນຄວ້າ​ຫາ​ແນວທາງ​ຊ່ວຍເຫຼືອ​ຜູ້​ປະກອບ​ການ ພ້ອມ​ນີ້ ເປັນ​ການ​ສົ່ງເສີມ​ຄວາມ​ເຂົ້າໃຈ​ຂອງ​ຜູ້​ປະກອບ​ການ ຕໍ່​ກັບ​ພາລະ​ບົດບາດ​ຂອງ ​ທ​ສວ ແລະ ບັນດາ​ໂຄງການ ແຜນ​ງານ​ຕ່າງໆ​ຂອງ ​ທ​ສວ ເພື້ອ​ຊ່ວຍ​ສົ່ງເສີມ SME ເປັນຕົ້ນ ນອກຈາກ​ການ​ສະໜອງ​ສິນ​ເຊື່ອ​ເພື່ອ​ສົ່ງເສີມ ແລະ ຂະຫຍາຍ​ທຸລະ​ກິດ​ແລ້ວ ​ທ​ສວ ຍັງ​ມີ​ເງິນ​ທຶນ​ສົ່ງເສີມ​ດ້ານ​ວິຊາ​ການ​ຈຳນວນ​ໜຶ່ງ​ເພື່ອ​ສ້າງ​ຄວາມ​ເຂັ້ງ​ແຂງ​ໃຫ້ SME.

error: Content is protected !!