ໄຂນຳໃຊ້ສະຖາບັນທຸລະກິດແສງສະຫວັນແຫ່ງໃໝ່

ທ່ານ ຄຳ​ແສນ ສີ­ສະ​ວົງ ປະ­ທານ​ກຸ່ມ​ການ​ສຶກ​ສາ​ແສງ​ສະ­ຫວັນ ທັງ​ເປັນ​ຫົວ­ໜ້າ​ສະ​ຖາ​ບັນ­ທຸ​ລະ​ກິດ ແສງ​ສະ­ຫວັນ ກ່າວ​ໃນ​ພິ­ທີ​ໄຂ​ການ​ນຳ​ໃຊ້​ສະ​ຖາ​ບັນ­ທຸ​ລະ​ກິດ​ແສງ​ສະ­ຫວັນ​ແຫ່ງ​ໃໝ່ ແລະ ເປັນ​ແຫ່ງ​ທຳ​ອິດ​ໃນ ສປປ ລາວ ເພື່ອ​ສ້າງ​ຂະ​ບວນ​ການ​ສະ­ເຫຼີມ­ສະ­ຫຼອງ​ການ​ສ້າງ­ຕັ້ງ​ກຸ່ມ​ການ​ສຶກ​ສາ ແສງ​ສະ­ຫວັນ ຄົບ­ຮອບ 22 ປີ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 18 ສິງ­ຫາ 2020 ຢູ່​ວິ­ທະ­ຍາ​ເຂດ (ຫຼັກ 21) ເມືອງ​ໄຊ​ທາ­ນີ ນະ­ຄອນ​ຫວງ​ວຽງ​ຈັນ (ນວ) ວ່າ: ກຸ່ມ​ການ​ສຶກ​ສາ ແສງ​ສະ­ຫວັນ​ໄດ້​ສ້າງ­ຕັ້ງ​ຂຶ້ນ​ໃນ​ວັນ​ທີ 18 ສິງ­ຫາ 1998 ໂດຍ​ໄດ້​ຮັບ​ອະ­ນຸ­ຍາດ​ຈາກ​ກະ­ຊວງ ສສກ ໃຫ້​ສ້າງ­ຕັ້ງ​ເປັນ​ສູນ​ພາ­ສາ​ຕ່າງ­ປະ­ເທດ ຮອດ​ປີ 2000 ກໍ​ໄດ້​ພັດ­ທະ­ນາ​ຍົກ​ຖາ­ນະ​ເປັນ​ວິ­ທະ­ຍາ­ໄລ​ບໍ­ລິ­ຫານ​ທຸ­ລະ​ກິດ ແສງ​ສະ­ຫວັນ ໄດ້​ສິດ­ສອນ​ລະ­ດັບ​ຊັ້ນ​ສູງ ປະ­ລິນ­ຍາ​ຕີ ປະ­ລິນ­ຍາ​ໂທ ສອນ​ຫຼັກ­ສູດ​ບໍ­ລິ­ຫານ​ທຸ­ລະ​ກິດ ແລະ ຫຼັກ­ສູດ​ພາ­ສາ​ອັງ­ກິດ ໃນ​ປີ 2003 ກໍ​ໄດ້​ສ້າງ­ຕັ້ງ​ໂຮງ­ຮຽນ​ສາ­ມັນ​ສຶກ​ສາ ຕັ້ງ­ແຕ່​ຊັ້ນ​ອະ­ນຸ­ບານ ຈົນ​ເຖິງ​ມັດ­ທະ­ຍົມ​ຕອນ​ປາຍ​ອີກ ລວມ​ມີ 5 ແຫ່ງ​ຄື: ປະ­ຖົມ-ມັດ­ທະ­ຍົມ​ສົມ­ບູນ​ສອງ​ພາ­ສາ ແສງ​ສະ­ຫວັນ 1-4 ແລະ ໂຮງ­ຮຽນ​ນາໆຊາດ​ອົດ​ສະ​ຕຣາ​ລີ ທີ່​ຕັ້ງ​ຢູ່ 5 ຕົວ​ເມືອງ​ໃນ ນວ ເຊິ່ງ​ແຕ່​ລະ​ແຫ່ງ​ກໍ​ໄດ້​ມີ​ການ​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ທັງ​ປະ­ລິ­ມານ ແລະ ຄຸນ​ນະ​ພາບ ມັນ​ສະ­ແດງ​ອອກ​ເຖິງ​ຈຳ­ນວນ​ນັກ­ຮຽນ​ມີ​ການ​ເພີ່ມ​ຂຶ້ນ​ແຕ່​ລະ​ປີ ລວມ​ທັງ​ນັກ­ຮຽນ-ນັກ​ສຶກ​ສາ​ທີ່​ຮຽນ​ຢູ່​ໃນ​ກຸ່ມ​ຂອງ​ແສງ​ສະ­ຫວັນ​ມີ 4.250 ຄົນ ມີ​ຄູ-ອາ­ຈານ ພະ­ນັກ­ງານ​ທັງ​ໝົດ 207 ຄົນ ລະ­ດັບ​ປະ­ລິນ­ຍາ​ເອກ 9 ທ່ານ ປະ­ລິນ­ຍາ​ໂທ 60 ທ່ານ ປະ­ລິນ­ຍາ​ຕີ 100 ທ່ານ ຊັ້ນ​ສູງ​ວິ­ຊາ​ຊີບ 35 ທ່ານ ເຊິ່ງ​ໃນ​ໄລ­ຍະ​ຜ່ານ​ມາ ກໍ​ໄດ້​ຮ່ວມ​ມື​ທາງ​ດ້ານ​ວິ­ຊາ​ການ ການ​ຮຽນ-ການ​ສອນ ການ​ຄົ້ນ­ຄວ້າ​ວິ­ໄຈ ການ​ບໍ­ລິ­ຫານ​ຄຸ້ມ​ຄອງ ລວມ​ໄປ​ເຖິງ​ການ​ແລກ­ປ່ຽນ​ນັກ­ຮຽນ-ນັກ​ສຶກ​ສາ ແລະ ສົ່ງ​ນັກ­ຮຽນ​ໄປ​ຮຽນ​ເຝິກ​ງານ ຮຽນ​ງານ ໄປ​ຮຽນ​ຕໍ່​ລະ­ດັບ​ປະ­ລິນ­ຍາ​ໂທ ປະ­ລິນ­ຍາ​ເອກ ກັບ​ບັນ­ດາ​ມະ­ຫາ­ວິ­ທະ­ຍາ­ໄລ​ຢູ່​ປະ­ເທດ​ພາກ​ພື້ນ ແລະ ສາ­ກົນ.

ຕະ­ຫຼອດ​ໄລ­ຍະ 22 ປີ­ຜ່ານ­ມາ ກຸ່ມ​ການ​ສຶກ​ສາ​ແສງ​ສະ­ຫວັນ ເວົ້າ​ລວມ ເວົ້າ​ສະ­ເພາະ​ກໍ​ແມ່ນ​ວິ­ທະ­ຍາ­ໄລ​ບໍ­ລິ­ຫານ​ທຸ­ລະ​ກິດ ແສງ​ສະ­ຫວັນ ໃນ​ເມື່ອ​ກ່ອນ ປັດ­ຈຸ­ບັນ​ແມ່ນ​ສະ​ຖາ​ບັນ­ທຸ​ລະ​ກິດ​ແສງ​ສະ­ຫວັນ ກໍ​ໄດ້​ມີ​ຜົນ­ສຳ­ເລັດ​ຫຼາຍ​ດ້ານ​ທີ່​ສຳ­ຄັນ​ເຊັ່ນ: ໄດ້​ສ້າງ​ນັກ­ຮຽນ-ນັກ​ສຶກ​ສາ​ຈົບ​ແຕ່​ລະ​ລະ­ດັບ ແຕ່​ລະ​ປີ ໄດ້​ຢ່າງ​ຫຼວງ­ຫຼາຍ ແລະ ແຕ່­ລະ­ຄົນ​ທີ່​ຈົບ ກໍ​ໄດ້​ມີ​ວຽກ​ເຮັດ​ງານ​ທຳ ມີ­ໜ້າ​ທີ່​ຕຳ­ແໜ່ງ​ທີ່​ສູງ​ຢູ່​ໃນ​ອົງ­ການ​ພັກ-ລັດ ເອ­ກະ​ຊົນ ແລະ ຫຼາຍ​ທ່ານ​ໄດ້​ສືບ­ຕໍ່​ສຶກ​ສາ​ຮ່ຳ­ຮຽນ​ໃນ​ລະ­ດັບ​ປະ­ລິນ­ຍາ​ຕີ ໂທ ເອກ ກັບ​ມະ­ຫາ­ວິ­ທະ­ຍາ­ໄລ​ຕ່າງ­ປະ­ເທດ. ນອກ­ຈາກ​ນັ້ນ ສະ​ຖາ​ບັນ­ທຸ​ລະ​ກິດ​ແສງ​ສະ­ຫວັນ ກໍ​ຍັງ​ໄດ້​ສຸມ​ໃສ່​ພັດ­ທະ­ນາ​ໂຄງ­ການ​ຫຼັກ­ສູດ ສົ່ງ­ເສີມ​ການ​ຄົ້ນ­ຄວ້າ​ວິ­ໄຈ​ຫຼາຍ​ຫົວ­ຂໍ້ ທີ່​ສາ­ມາດ​ເອົາ​ໄປ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ການ​ພັດ­ທະ­ນາ​ເສດ​ຖະ ກິດ-ສັງ­ຄົມ ຈົນ​ມາ​ຮອດ​ມື້­ນີ້ ສະ​ຖາ​ບັນ​ພວກ​ເຮົາ​ຈຶ່ງ​ໄດ້​ຂະ­ຫຍາຍ​ວິ­ທະ­ຍາ​ເຂດ​ແຫ່ງ​ໃໝ່​ຂອງ​ຕົນ​ຂຶ້ນ​ຢູ່​ທີ່ ຫຼັກ 21 ນີ້ ແລະ ກໍ​ມີ​ຄວາມ​ພ້ອມ​ທີ່​ຈະ​ສິດ­ສອນ​ລະ­ດັບ​ປະ­ລິນ­ຍາ​ຕີ​ໃນ 5 ສາ­ຂາ​ວິ­ຊາ​ຄື: ປະ­ລິນ­ຍາ​ຕີ ສາ­ຂາ​ບໍ­ລິ­ຫານ​ທຸ­ລະ​ກິດ ປະ­ລິນ­ຍາ​ຕີ ສາ­ຂາ​ຜູ້​ປະ­ກອບ​ການ ປະ­ລິນ­ຍາ​ຕີ ສາ­ຂາ​ພາ­ສາ​ອັງ­ກິດ ປະ­ລິນ­ຍາ​ຕີ ສາ­ຂາ ວິ­ສະ­ວະ­ກຳ​ຊອບ​ແວ ແລະ ປະ­ລິນ­ຍາ​ຕີ ສາ­ຂາ​ການ​ຄ້າ​ເອ​ເລັກ​ໂຕຣ​ນິກ (ຄອມ​ພິວ​ເຕີ​ທຸ­ລະ​ກິດ).

error: Content is protected !!