ໄຂກອງປະຊຸມໃຫຍ່ຄັ້ງທີ VIII ຜູ້ແທນແມ່ຍິງ ນວ

ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ VIII ຜູ້​ແທນ​ແມ່­ຍິງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 19 ສິງ­ຫາ 2020 ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ປະ­ທານ​ຂອງ​ສະ­ຫາຍ​ນາງ ບົວ​ລອນ ວົງ​ດາ­ລາ​ແສນ ຄະ­ນະ​ພັກ ປະ­ທານ​ສະ­ຫະ­ພັນ​ແມ່­ຍິງ​ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ສະ­ຫາຍ​ນາງ ດຣ ນາງ ອິນ​ລາ​ວັນ ແກ້ວ​ບຸນ​ພັນ ກຳ­ມະ­ການ​ສູນ​ກາງ​ພັກ ປະ­ທານ​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ສະ­ຫະ­ພັນ​ແມ່­ຍິງ​ລາວ ສະ­ຫາຍ ລາດ​ຊະ­ນີ​ວົງ ອະ​ມາ​ຣາ​ທິ​ທາ­ດາ ກຳ­ມະ­ການ​ປະ­ຈຳ​ພັກ ປະ­ທານ​ຄະ­ນະ​ກວດ­ກາ​ພັກ ຫົວ­ໜ້າ​ພະ​ແນກ​ກວດ­ກາ​ລັດ ພ້ອມ​ດ້ວຍ​ຜູ້​ແທນ​ສົມ­ບູນ ແລະ ແຂກ​ທີ່​ຖືກ​ເຊີນ​ເຂົ້າ​ຮ່ວມ.

ສະ­ຫາຍ ນາງ ບົວ​ລອນ ວົງ​ດາ­ລາ​ແສນ ໄດ້​ກ່າວ​ໄຂ​ກອງ​ປະ­ຊຸມ​ດັ່ງ­ກ່າວ​ວ່າ: ກອງ​ປະ­ຊຸມ​ໃຫຍ່​ໃນ​ຄັ້ງ​ນີ້ ສຸດ​ທີ່​ມີ​ຄວາມ​ໝາຍ​ສຳ­ຄັນ​ຢ່າງ​ໃຫຍ່​ຫຼວງ ເຊິ່ງ​ພວກ​ເຮົາ​ຈະ​ໄດ້​ສຸມ​ໃສ່​ຕີ​ລາ­ຄາ​ການ​ນຳ­ພາ​ຈັດ​ຕັ້ງ​ປະ­ຕິ­ບັດ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ VII ຜ່ານ​ມາ ພ້ອມ​ທັງ​ສະ­ຫຼຸບ​ຖອດ​ຖອນ​ບົດ­ຮຽນ​ພຶດ­ຕິ​ກຳ​ຕົວ​ຈິງ ເພື່ອ​ກຳ­ນົດ​ຈຸດ­ໝາຍ​ສູ້​ຊົນ ທິດ​ທາງ​ໜ້າ­ທີ່​ໃນ­ຕໍ່­ໜ້າ ຜູ້​ແທນ​ສົມ­ບູນ​ຈະ​ໄດ້​ໃຊ້​ສິດ​ປະ­ຊາ­ທິ­ປະ­ໄຕ​ຂອງ​ຕົນ ປ່ອນ​ບັດ​ເລືອກ​ຕັ້ງ​ເອົາ​ຄະ­ນະ​ບໍ­ລິ­ຫານ​ງານ​ສະ­ຫະ­ພັນ​ແມ່­ຍິງ ຄັ້ງ​ທີ VIII ພິ­ເສດ ກອງ​ປະ­ຊຸມ​ໃຫຍ່​ຍັງ​ຈະ​ໄດ້​ເປັນ​ກຽດ​ຢ່າງ​ສູງ​ຮັບ​ຟັງ​ການ​ໂອ້​ລົມ​ຂອງ​ສະ­ຫາຍ ລາດ​ຊະ­ນີ​ວົງ ອະ​ມາ​ຣາ​ທິ​ທາ­ດາ ແລະ ສະ­ຫາຍ ດຣ ນາງ ອິນ​ລາ​ວັນ ແກ້ວ​ບຸນ​ພັນ ເຊິ່ງ​ຈະ​ກາຍ­ເປັນ​ແສງ​ສະ­ຫວ່າງ​ຊີ້​ທິດ​ເຍືອງ​ທາງ​ໃຫ້​ຄະ­ນະ​ບໍ­ລິ­ຫານ​ງານ​ຊຸດ​ໃໝ່ ສະ­ມາ­ຊິກ​ສະ­ຫະ­ພັນ​ແມ່­ຍິງ ເອື້ອຍ​ນ້ອງ​ແມ່­ຍິງ​ບັນ­ດາ­ເຜົ່າ ບືນ​ຕົວ​ກ້າວ​ຂຶ້ນ​ສືບ­ຕໍ່​ປົກ​ປັກ​ຮັກ­ສາ ພັດ­ທະ­ນາ​ນະ­ຄອນຫຼວງ​ວຽງ​ຈັນ ​ໃຫ້​ຈະ­ເລີນ​ກ້າວ­ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

error: Content is protected !!