ການພັດທະນາຫຼັກສູດສ້າງຄູປະຖົມ ປີທີ 2

ນັບ​ແຕ່​ປີ 2015 ເປັນ­ຕົ້ນ​ມາ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ຈາກ​ລັດ­ຖະ­ບານ​ອົດ​ສະ​ຕຣາ​ລີ ແລະ ສະ­ຫະ­ພາບ​ເອີ​ຣົບ ໂດຍ​ຜ່ານ​ແຜນ​ງານ​ການ​ປັບ­ປຸງ​ຄຸນ​ນະ​ພາບ ແລະ ຂະ­ຫຍາຍ​ໂອ­ກາດ​ເຂົ້າ​ຮຽນ​ສຳ­ລັບ​ການ​ສຶກ​ສາ​ຂັ້ນ​ພື້ນ­ຖານ​ໃນ ສປປ ລາວ (ບີ​ຄວາ) ໄດ້​ເລີ່ມ​ທົບ​ທວນ­ຄືນ ແລະ ພັດ­ທະ­ນາ​ຫຼັກ­ສູດ​ສ້າງ​ຄູ​ປະ­ຖົມ ເພື່ອ​ນຳ­ໄປ​ເຝິກ­ອົບ­ຮົມ​ໃຫ້​ແກ່​ນັກ​ສຶກ​ສາ­ຄູ​ຜູ້​ທີ່​ຈະ​ເປັນ​ຄູ​ສອນ​ຊັ້ນ​ປະ­ຖົມ​ສຶກ​ສາ​ໃນ​ອາ­ນາ​ຄົດ ໃຫ້​ຮູ້​ກ່ຽວ​ກັບ​ວິ­ທີ​ການ​ສອນ​ໃນ​ຫ້ອງ​ຮຽນ ໂດຍ​ນຳ​ໃຊ້​ຫຼັກ­ສູດ​ຊັ້ນ​ປະ­ຖົມ​ສຶກ​ສາ​ສະ­ບັບ​ປັບ­ປຸງ​ໃໝ່.

ຫຼັກ­ສູດ​ສ້າງ​ຄູ​ປະ­ຖົມ ແລະ ຫຼັກ­ສູດ​ຊັ້ນ​ປະ­ຖົມ​ສຶກ​ສາ ແມ່ນ​ໄດ້​ຮັບ​ການ​ທົບ​ທວນ​ພັດ­ທະ­ນາ​ໄປ​ພ້ອມໆ​ກັນ ໂດຍ​ເນັ້ນ​ໃສ່​ວິ­ທີ​ການ​ສອນ​ແບບ​ມີ​ສ່ວນ​ຮ່ວມ​ໃນ​ຫ້ອງ​ຮຽນ ແລະ ການ​ສອນ​ໂດຍ​ເອົາ​ນັກ­ຮຽນ​ເປັນ­ໃຈ​ກາງ  ເຊິ່ງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ການ​ຮຽນ-ການ​ສອນ​ໄດ້​ເລີ່ມ​ມາ​ຕັ້ງ­ແຕ່ ເດືອນ​ກັນ­ຍາ 2019 ສຳ­ລັບ​ນັກ​ສຶກ​ສາ­ຄູ ປີ​ທີ 1 ໃນ 8 ວິ­ທະ­ຍາ­ໄລ​ຄູ​ໃນ​ທົ່ວ​ປະ­ເທດ ແລະ ຫຼັກ­ສູດ​ຊັ້ນ​ປະ­ຖົມ​ສຶກ​ສາ ສະ­ບັບ​ປັບ­ປຸງ​ໃໝ່ ສຳ­ລັບ​ຂັ້ນ ປ1 ແມ່ນ​ໄດ້​ດຳ­ເນີນ​ການ​ຮຽນ-ການ​ສອນ​ໃນ​ໂຮງ­ຮຽນ​ປະ­ຖົມ​ສຶກ​ສາ​ທຸກ​ແຫ່ງ​ໃນ​ທົ່ວ​ປະ­ເທດ​ເຊັ່ນ​ກັນ ພ້ອມ​ດຽວ​ກັນ​ນີ້ ທີມ​ຊ່ຽວ­ຊານ​ຂຽນ​ຫຼັກ­ສູດ ໄດ້​ເລີ່ມ​ກະ­ກຽມ​ການ​ຂຽນ​ຫຼັກ­ສູດ​ສຳ­ລັບ​ປີ​ຕໍ່​ໄປ​ອີກ​ດ້ວຍ.

ໃນ​ເດືອນ​ກໍ­ລະ­ກົດ 2020 ຜ່ານ​ມາ ນັກ​ຂຽນ​ຫຼັກ­ສູດ​ວິ­ຊາ​ພາ­ສາ​ອັງ­ກິດ​ຈຳ­ນວນ 6 ທ່ານ ແລະ ນັກ​ຂຽນ​ຫຼັກ­ສູດ​ວິ­ຊາ​ພາ­ສາ​ລາວ​ຈຳ­ນວນ 9 ທ່ານ ໄດ້​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ 5 ວັນ ເພື່ອ​ອົບ­ຮົມ​ດ້ານ​ວິ­ຊາ​ການ​ຈາກ​ຊ່ຽວ­ຊານ​ຈາກ​ຕ່າງ­ປະ­ເທດ ແລະ ສູນ​ພັດ­ທະ­ນາ​ຄູ ໂດຍ​ການ​ເຝິກ​ແບບ​ຕົວ​ຕໍ່​ຕົວ​ຜ່ານ​ທາງ​ອອນ​ລາຍ ຈຸດ­ປະ­ສົງ​ເພື່ອ​ພັດ­ທະ­ນາ ສ້າງ​ຄວາມ​ເປັນ​ເອ­ກະ​ພາບ​ທາງ​ດ້ານ​ເນື້ອ​ໃນ​ຫຼັກ­ສູດ​ສ້າງ​ຄູ​ປະ­ຖົມ​ສຳ­ລັບ​ປີ​ທີ 2 ໃນ​ວິ­ຊາ​ພາ­ສາ​ລາວ ແລະ ວິ­ຊາ​ພາ­ສາ​ອັງ­ກິດ ທັງ​ສອງ​ວິ­ຊາ​ນີ້ ມີ​ຄວາມ​ທ້າ​ທາຍ​ເປັນ​ພິ­ເສດ ເນື່ອງ​ຈາກ​ມີ​ຈຳ­ນວນ​ບົດ­ຮຽນ​ຫຼາຍ ນັກ​ຂຽນ​ຫຼັກ­ສູດ​ຕ້ອງ​ພັດ­ທະ­ນາ​ຮວບ​ຮວມ​ເນື້ອ​ໃນ​ທີ່​ຫຼາກ​ຫຼາຍ ແລະ ເຕັກ­ນິກ​ວິ­ທີ​ການ​ສອນ​ທີ່​ແຕກ​ຕ່າງ​ກັນ ການ​ປະ­ຊຸມ​ວິ­ຊາ​ການ​ໃນ​ຄັ້ງ​ນີ້ ແມ່ນ​ໄດ້​ໃຫ້­ການ​ຊ່ວຍ­ເຫຼືອ​ໃນ​ດ້ານ​ຕ່າງໆ​ທີ່​ຈຳ­ເປັນ ໃຫ້​ແກ່​ທີມ​ນັກ​ຂຽນ​ຫຼັກ­ສູດ​ທັງ​ສອງ​ວິ­ຊາ​ນີ້ ເພື່ອ​ໃຫ້​ພວກ​ເຂົາ­ເຈົ້າ​ສາ­ມາດ​ນຳ​ເອົາ​ໄປ​ພັດ­ທະ­ນາ​ຫຼັກ­ສູດ​ໄດ້​ຢ່າງ​ມີ​ຜົນ­ສຳ­ເລັດ.

ກອງ​ປະ­ຊຸມ​ນີ້ ທີມ​ນັກ​ຂຽນ​ຫຼັກ­ສູດ​ວິ­ຊາ​ພາ­ສາ​ລາວ ໄດ້​ເຮັດ​ວຽກ​ໃນ​ໂມ​ດູນ​ກ່ຽວ​ກັບ​ການ​ຂຽນ ໂດຍ​ສຸມ​ໃສ່​ຊອກ​ຫາ​ວິ­ທີ​ການ​ສອນ​ນັກ­ຮຽນ ຊັ້ນ​ປະ­ຖົມ​ສຶກ​ສາ​ທີ່​ຈະ​ຮຽນ​ຮູ້​ການ​ຂຽນ​ໄດ້ ແລະ ວິ­ທີ​ການ​ສອນ​ພວກ​ເຂົາ­ເຈົ້າ​ໃນ​ການ​ຂຽນ ການ​ຈັດ​ເຝິກ­ອົບ­ຮົມ​ຄັ້ງ​ຕໍ່​ໄປ ທີມ​ນັກ​ຂຽນ​ຫຼັກ­ສູດ​ຈະ​ໄດ້​ຮັບ​ຄຳ​ແນະ­ນຳ​ກ່ຽວ​ກັບ​ວິ­ທີ​ການ​ສອນ​ວິ­ຊາ​ພາ­ສາ​ລາວ​ໃຫ້​ແກ່​ເດັກ​ຊົນ­ເຜົ່າ ເປັນ​ໂມ​ດູນ​ສຸດ​ທ້າຍ​ທີ່​ທີມ​ນັກ​ຂຽນ​ຈະ​ຕ້ອງ​ໄດ້​ພັດ­ທະ­ນາ ພວກ​ເຂົາ­ເຈົ້າ​ຈະ​ໄດ້​ຄິດ​ວິ­ເຄາະ​ກ່ຽວ​ກັບ​ຍຸດ­ທະ­ວິ­ທີ​ສຳ­ລັບ​ຄູ-ນັກ­ຮຽນ​ໃນ​ການ​ຮຽນ​ຮູ້​ເອົາ​ວິ­ທີ​ທີ່​ດີ​ສຸດ ສຳ­ລັບ​ການ​ສອນ​ວິ­ຊາ​ພາ­ສາ​ລາວ ໃຫ້​ແກ່​ນັກ­ຮຽນ​ຊັ້ນ​ປະ­ຖົມ​ສຶກ​ສາ​ທີ່​ມີ​ພື້ນ­ຖານ​ທາງ​ດ້ານ​ພາ­ສາ​ແຕກ​ຕ່າງ​ກັນ.

ສຳ­ລັບ​ທີມ​ນັກ​ຂຽນ ວິ­ຊາ​ພາ­ສາ​ອັງ­ກິດ ໄດ້​ເຮັດ​ວຽກ​ເນັ້ນ​ໜັກ​ໃສ່​ການ​ອອກ­ສຽງ​ໂດຍ​ໄດ້​ນຳ​ເອົາ​ວິ­ທີ​ການ​ສອນ​ຕ່າງໆ​ເຊື່ອມ​ສານ​ເຂົ້າ​ໃນ​ຫຼັກ­ສູດ​ຂອງ​ເຂົາ­ເຈົ້າ ໃນ​ຫຼັກ­ສູດ​ພາ­ສາ​ອັງ­ກິດ​ສະ­ບັບ​ປັບ­ປຸງ​ໃໝ່​ນີ້ ຈະ​ມີ​ການ​ສອນ​ອອກ­ສຽງ​ໃຫ້​ນັກ­ຮຽນ​ຊັ້ນ​ປະ­ຖົມ​ສຶກ​ສາ ຂັ້ນ ປ3 – ປ5 ເພື່ອ​ຊ່ວຍ​ໃຫ້​ເຂົາ­ເຈົ້າ​ພັດ­ທະ­ນາ​ທັກ​ສະ­ການ​ຮູ້​ໜັງ­ສື​ໃນ​ພາ­ສາ​ອັງ­ກິດ ການ​ສອນ​ວິ­ທີ​ການ​ອອກ­ສຽງ​ພາ­ສາ​ອັງ­ກິດ ເປັນ​ວິ­ທີ​ການ​ສອນ​ແບບ​ໃໝ່​ສຳ­ລັບ​ຄູ​ສອນ​ວິ­ຊາ​ນີ້​ໃນ ສປປ ລາວ​ດ້ວຍ​ເຫດ​ນີ້ ມັນ​ຈຶ່ງ​ຈຳ­ເປັນ​ທີ່​ຈະ​ຕ້ອງ​ໄດ້​ບັນ­ຈຸ​ຫຼັກ­ສູດ​ພາ­ສາ​ອັງ­ກິດ​ເຂົ້າ​ໃນ​ຫຼັກ­ສູດ​ສ້າງ​ຄູ​ປະ­ຖົມ​ດ້ວຍ.

ເພື່ອ​ເປັນ​ການ​ປ້ອງ​ກັນ​ຕໍ່​ກັບ​ສະ­ຖາ­ນະ​ການ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ CovID19 ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ແລະ ແຜນ​ງານ​ບີ​ຄວາ ໄດ້​ນຳ​ໃຊ້​ວິ­ທີ​ການ​ໃໝ່​ໃນ​ການ​ຈັດ​ກອງ​ປະ­ຊຸມ​ໃນ​ຄັ້ງ​ນີ້ ໂດຍ​ການ​ນຳ​ເອົາ​ຮູບ​ແບບ​ການ​ປະ­ຊຸມ​ອອນ​ລາຍ  ເຂົ້າ​ມາ​ນຳ​ໃຊ້ ຊ່ວຍ​ໃຫ້​ທີມ​ງານ​ທີ່­ຢູ່​ທາງ­ໄກ ຫຼື ສະ­ຖານ­ທີ່​ອື່ນໆ​ສາ­ມາດ​ເຮັດ​ວຽກ​ຮ່ວມ​ກັບ​ຊ່ຽວ­ຊານ​ໄດ້​ເປັນ​ຢ່າງ​ດີ ການ​ເຝິກ­ອົບ­ຮົມ​ຫຼັກ­ສູດ​ວິ­ຊາ​ພາ­ສາ​ລາວ​ແມ່ນ​ດຳ­ເນີນ​ການ​ໂດຍ​ຊ່ຽວ ຊານ​ຕ່າງ­ປະ­ເທດ​ດ້ານ​ຫຼັກ­ສູດ​ສ້າງ​ຄູ​ທີ່​ໂທ​ທາງ­ໄກ​ຈາກ​ປະ­ເທດ​ດູ​ໄບ​ໂດຍ​ໃຊ້​ການ​ຊຸມ (zoom) ເຂົ້າ​ຫາ​ທີມ​ນັກ​ຂຽນ ໃນ​ແຕ່​ລະ​ວັນ ແລະ ໃຫ້­ການ​ສະ­ໜັບ­ສະ­ໜູນ​ທີມ​ນັກ​ຂຽນ​ເປັນ​ກຸ່ມ​ໃຫຍ່​ໝົດ​ຫ້ອງ​ປະ­ຊຸມ ຕາມ​ດ້ວຍ​ການ​ປະ­ຊຸມ​ເປັນ​ລາຍ​ບຸກ­ຄົນ ເພື່ອ​ໃຫ້​ຄຳ​ແນະ­ນຳ​ທາງ​ດ້ານ​ເຕັກ­ນິກ​ກ່ຽວ​ກັບ​ການ​ສອນ-ການ​ຂຽນ ລວມ​ທັງ​ວິ­ທີ​ການ​ສອນ ແລະ ແນວ​ຄວາມ​ຄິດ​ບາງ​ຢ່າງ​ທີ່​ສາ­ມາດ​ນຳ​ເອົາ​ມາ​ໝູນ​ໃຊ້​ໃນ​ບົດ​ສອນ​ໄດ້​ອີກ.

ທີມ​ນັກ​ຂຽນ​ຫຼັກ­ສູດ​ແມ່ນ​ມີ 2 ໜ້າ­ທີ່​ຫຼັກ ໃນ​ລະ­ຫວ່າງ​ກອງ​ປະ­ຊຸມ​ເຝິກ­ອົບ­ຮົມ​ນີ້ ອັນ​ທີ່​ໜຶ່ງ​ແມ່ນ​ຮຽນ​ຮູ້​ກ່ຽວ​ກັບ​ວິ­ທີ​ການ​ສອນ​ແບບ​ໃໝ່ ແລະ ໃນ​ຂະ­ນະ​ດຽວ​ກັນ​ກໍ​ຕ້ອງ​ພັດ­ທະ­ນາ​ວິ­ທີ​ການ​ສອນ​ເຫຼົ່າ­ນັ້ນ​ເຂົ້າ​ໃນ​ຫຼັກ­ສູດ​ສ້າງ​ຄູ​ປະ­ຖົມ ສິ່ງ​ນີ້​ເປັນ​ສິ່ງ​ທີ່​ທ້າ​ທາຍ​ຫຼາຍ ແຕ່​ວ່າ​ທີມ​ນັກ​ຂຽນ​ຫຼັກ­ສູດ​ທຸກໆ​ຄົນ ແມ່ນ​ມີ­ແຮງ​ຈູງ​ໃຈ​ເຮັດ​ວຽກ​ຢ່າງ​ຕັ້ງ­ໜ້າ ໃນ​ການ​ພັດ­ທະ­ນາ​ຫຼັກ­ສູດ ເພື່ອ​ຮັບ­ປະ­ກັນ​ວ່າ ການ​ສຶກ​ສາ​ໃນ​ລະ­ດັບ​ຊັ້ນ​ປະ­ຖົມ​ສຶກ​ສາ ມີ​ຄຸນ​ນະ​ພາບ​ທີ່​ດີ​ຂຶ້ນ.

ນຳ​ສະ­ເໜີ​ໂດຍ: ແວ່ນ​ຂາວ

error: Content is protected !!