5 ຂໍ້ຫ້າມເວລາສະຜົມ

ການ​ສະ​ຜົມ​ແບບ​ຖືກ​ວິ­ທີ​ນັ້ນ ຊ່ວຍ​ເຮັດ​ໃຫ້​ຜົມ​ມີ​ສຸ­ຂະ­ພາບ​ດີ ແລະ ເງົາ​ງາມ​ຂຶ້ນ ແລະ ນີ້​ຄື​ຂໍ້​ຄວນ​ລະ­ວັງ​ທີ່​ຫ້າມ​ເຮັດ​ເວ­ລາ​ສະ​ຜົມ ເພາະ​ມັນ​ອາດ​ເຮັດ​ໃຫ້​ໜັງ​ຫົວ​ເກີດ​ຄວາມ​ເສຍ​ຫາຍ ລວມ​ເຖິງ​ເສັ້ນ​ຜົມ​ດ້ວຍ.

1. ຢ່າ​ສະ​ຜົມ​ໂດຍ​ກົງ: ໜັງ​ຫົວ​ເປັນ​ສິ່ງ​ສຳ­ຄັນ​ສຳ ລັບ​ເສັ້ນ​ຜົມ ກ່ອນ​ສະ​ຜົມ​ໃຫ້​ໃຊ້​ຫວີໆ​ຜົມ​ທີ່​ປຽກ ໃຫ້​ສິ່ງ​ເປິ­ເປື້ອນ ແລະ ຝຸ່ນ​ຕ່າງໆ​ລອຍ​ຂຶ້ນ​ມາ ແລະ ໃນ​ຂະ­ນະ​ດຽວ​ກັນ ໃຫ້​ລ້າງ​ໜັງ​ຫົວ ແລະ ເສັ້ນ​ຜົມ​ໄປ​ພ້ອມ.

2. ຖອກ​ຢາ­ສະ­ຜົມ​ໃສ່​ຜົມ​ທີ່​ປຽກ: ຄົນ​ສ່ວນ ໃຫຍ່​ຕອນ​ທີ່​ຜົມ​ປຽກ​ນ້ຳ ກໍ​ຈະ​ເອົາ​ຖອກ​ຢາ­ສະ­ຜົມ​ລົງ​ໜັງ​ຫົວ​ທີ່​ປຽກ​ເລີຍ ຮູ້​ບໍ່​ວ່າ​ແບບ​ນີ້​ບໍ່​ແມ່ນ​ການ​ສະ​ຜົມ​ທີ່​ສະ­ອາດ ກ່ອນ​ທີ່​ຈະ​ໃສ່​ຢາ­ສະ­ຜົມ​ໃຫ້​ໃຊ້​ນ້ຳ​ອຸ່ນ​ຫົດ​ຜົມ ແລະ ໜັງ​ຫົວ​ກ່ອນ​ປະ­ມານ 1 ນາ­ທີ​ຂຶ້ນ​ໄປ ມັນ​ເປັນ​ການ​ຊ່ວຍ​ລ້າງ​ສິ່ງ​ເປິ­ເປື້ອນ​ອອກ​ໄດ້ 70-80% ຈາກ​ນັ້ນ ຖອກ​ຢາ­ສະ­ຜົມ​ໃສ່​ຝາ​ມື ແລະ ຫົດ​ນ້ຳ​ລົງ​ເຮັດ​ໃຫ້​ເກີດ​ຟອງ ຈາກ​ນັ້ນ​ຄ່ອຍໆ​ທາ​ໃສ່​ຜົມ ແລະ ລ້າງ​ທຳ​ຄວາມ​ສະ­ອາດ​ຕາມ​ປົກ­ກະ­ຕິ.

3. ໃຊ້​ເລັບ​ເກົາ​ໜັງ​ຫົວ​ລະ­ຫວ່າງ​ສະ​ຜົມ: ໃນ​ເລັບ­ມື​ຂອງ​ເຮົາ​ນັ້ນ​ມີ​ແບກ​ທີ​ເຣຍ​ອາ­ໄສ​ຢູ່​ເປັນ​ຈຳ­ນວນ​ຫຼາຍ ເມື່ອ​ໜັງ​ຫົວ​ມີ​ຮອຍ​ຂີດ ອາດ​ຈະ​ເຮັດ​ໃຫ້​ຕິດ­ເຊື້ອ​ໄດ້ ດັ່ງ­ນັ້ນ ເວ­ລາ​ສະ​ຜົມ​ໃຫ້​ໃຊ້​ນິ້ວ ມື​ນວດ​ໜັງ​ຫົວ​ເບົາໆ.

4. ໃສ່​ຄີມ​ນວດ​ຈົນ​ເຖິງ​ຮາກ​ຜົມ: ເນື່ອງ​ຈາກ ຢາ­ສະ­ຜົມ​ເປັນ​ຕົວ​ຊ່ວຍ​ໃຫ້​ຮູ​ຂຸມ​ຂົນ​ເປີດ​ອອກ ຫາກ​ໃຊ້​ຄີມ​ນວດ​ທາ​ຈົນ​ຮອດ​ຮາກ​ຜົມ ອາດ​ເຮັດ​ໃຫ້​ມີ​ການ​ອຸດ​ຕັນ​ເກີດ​ຂຶ້ນ ແນະ­ນຳ​ໃຫ້​ທາ​ປາຍ​ຜົມ ຫຼື ບໍ­ລິ­ເວນ​ທີ່​ຕິ່ງ­ຫູ​ລົງ​ໄປ ຈະ​ໄດ້​ບໍ່​ຮອດ​ໜັງ​ຫົວ.

5. ລ້າງ​ຄີມ​ນວດ​ບໍ່​ໝົດ: ຫຼາຍ​ຄົນ​ເຊື່ອ​ວ່າ­ການ ນວດ​ຜົມ ແລະ ລ້າງ​ອອກ​ບໍ່​ໝົດ ຈະ​ຊ່ວຍ​ໃຫ້​ຄີມ ນວດ​ເຄືອບ​ເສັ້ນ​ຜົມ​ເອົາ​ໄວ້ ໃນ​ຄວາມ​ເປັນ​ຈິງ ຄີມ​ນວດ​ຜົມ​ທີ່​ເຫຼືອ​ຢູ່ ຈະ​ເຮັດ​ໃຫ້​ເປັນ​ຝຸ່ນ​ເກາະ​ໄດ້​ຢ່າງ​ງ່າຍ­ດາຍ ເພາະ​ເສັ້ນ​ຜົມ​ໜຽວ ແລະ ຍັງ​ເຮັດ​ໃຫ້​ຮູ​ຂົນ​ເທິງ​ໜັງ​ຫົວ​ອຸດ​ຕັນ ຊຶ່ງ​ກໍ່­ໃຫ້­ເກີດ​ການ​ອັກ­ເສບ​ໄດ້.

ວ. ດາ­ລາ​ວົງ – ນຳ​ສະ­ເໜີ

error: Content is protected !!