ຝົນຕົກ ທາງເປ່ເພ-ທາງມື່ນ ສັນຈອນໄປມາຕ້ອງລະວັງ

ເມື່ອ​ກ້າວ​ສູ່​ລະ­ດູ­ຝົນ ກໍ​ຄື ເປັນ​ລະ­ດູ​ການ​ທີ່​ຊຸ່ມ​ເຢັນ ແນ່­ນອນ​ວ່າ ທຸກໆ​ພາກ ທຸກໆ​ທ້ອງ­ຖິ່ນ ກໍ​ຈະ​ປຽກ​ຊຸ່ມ​ໄປ​ພ້ອມໆ​ກັນ ເຊິ່ງ​ເປັນ​ເງື່ອນ­ໄຂ​ອັນ​ດີ​ໃນ​ການ​ຜະ­ລິດ​ລະ­ດູ­ຝົນ ແຕ່​ໃນ​ໄລ­ຍະ​ນີ້​ກໍ​ຈະ​ຫຼີກ​ລ່ຽງ​ບໍ່​ໄດ້​ບັນ­ຫາ​ທີ່​ຈະ​ຕາມ​ມາ ເຊິ່ງ​ໃນ​ນັ້ນ​ກໍ​ມີ​ການ​ເປ່​ເພ​ຂອງ​ຖະ­ໜົນ​ຢູ່​ຈຸດ​ຕ່າງໆ​ທັງ​ໃນ ແລະ ນອກ​ເທ­ສະ​ບານ.

ສຳ­ລັບ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ກໍ​ມີ​ຖະ­ໜົນ​ຫຼາຍ​ຈຸດ​ທີ່​ເປ່​ເພ ແລະ ຕົກ​ເປັນ​ຫາງ​ສຽງ​ໃນ​ສື່​ສັງ­ຄົມ​ອອນ​ລາຍ​ມາ​ແລ້ວ ເຊັ່ນ: ສະ­ພາບ​ເສັ້ນ­ທາງ​ເປ່​ເພ​ແຕ່ ຕານ​ມີ​ໄຊ-ນາ​ທົ່ມ-ວຽງ​ແກ້ວ ຫາ​ສີ່​ແຍກ​ໄຟ​ອຳ­ນາດ ບ້ານ​ໂນນ​ສະ­ອາດ (ເສັ້ນ­ທາງ​ເລກ 10) ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ຄວາມ​ຍາວ​ທັງ​ໝົດ 10,7 ກີ​ໂລ​ແມັດ ໃນ​ໄລ­ຍະ​ລະ­ດູ­ຝົນ ເຫັນ​ວ່າ​ເສັ້ນ­ທາງ​ເປັນ​ບວກ ເປັນ​ຂຸມ ທາງ​ມື່ນ ເຮັດ​ໃຫ້­ການ​ສັນ­ຈອນ​ໄປ-ມາ​ມີ​ຄວາມ​ລຳ­ບາກ ຈາກ​ສະ­ພາບ​ການ​ທີ່​ເກີດ​ຂຶ້ນ ຫ້ອງ­ການ ຍທຂ ເມືອງ​ໄຊ​ທາ­ນີ ໄດ້​ມີ​ການ​ປະ­ສານ​ສົມ­ທົບ​ກັບ​ຄະ­ນະ​ວິ­ຊາ​ການ ພະ​ແນກ ຍທຂ ນວ ແລະ ກຳ­ລັງ​ກະ­ກຽມ​ສ້ອມ­ແປງ ເພື່ອ​ແກ້​ໄຂ​ສຸກ​ເສີນ​ຕໍ່​ກັບ​ຫາງ​ສຽງ​ຂອງ​ສັງ­ຄົມ ທີ່​ລົງ​ໃນ​ສື່​ອອນ​ລາຍ​ໃນ​ໄລ­ຍະ​ລະ­ດູ­ຝົນ.

ໃນ​ໂອ­ກາດ​ທີ່​ທ່ານ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ສິນ​ລະ​ວົງ ຄຸດ​ໄພ­ທູນ ໄດ້​ລົງ​ຕິດ­ຕາມ​ສະ­ພາບ​ເສັ້ນ­ທາງ​ດັ່ງ­ກ່າວ ໃນ​ວັນ​ທີ 17 ສິງ­ຫາ​ຜ່ານ​ມາ ໂດຍ​ທ່ານ​ໄດ້​ໃຫ້​ທິດ​ຊີ້​ນຳ​ຕໍ່​ພາກ­ສ່ວນ​ກ່ຽວ­ຂ້ອງ ແລະ ອຳ­ນາດ​ປົກ­ຄອງ​ບ້ານ ໃນ​ການ​ສືບ­ຕໍ່​ແກ້​ໄຂ​ສະ­ພາບ​ເສັ້ນ­ທາງ​ດັ່ງ­ກ່າວ ເປັນ­ຕົ້ນ ການ​ເອົາ­ໃຈ­ໃສ່​ເປັນ​ເຈົ້າ​ການ​ປຸກ­ລະ­ດົມ​ປະ­ຊາ­ຊົນ ແກ້​ໄຂ​ສະ­ພາບ​ດັ່ງ­ກ່າວ​ຢ່າງ​ຮີບ​ດ່ວນ​ມອບ​ໃຫ້​ພະ​ແນກ ຍທຂ ນວ ປະ­ສານ​ສົມ­ທົບ​ກັນ​ກັບ​ເມືອງ​ໄຊ​ທາ­ນີ ປັບ­ປຸງ​ຍົກ​ລະ­ດັບ​ເສັ້ນ­ທາງ​ດັ່ງ­ກ່າວ​ໃຫ້​ມີ​ສະ­ພາບ​ດີ ໂດຍ​ສຸມ​ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ​ໃນ 3 ໄລ­ຍະ ຄື: ໄລ­ຍະ​ລະ­ດູ­ຝົນ​ແກ້​ໄຂ​ຊົ່ວ­ຄາວ ໄລ­ຍະ​ລະ­ດູ­ແລ້ງ ແລະ ໄລ­ຍະ​ຍາວ​ນານ ສະ­ເພາະ​ໃນ​ໄລ­ຍະ​ລະ­ດູ­ຝົນ​ນີ້​ໃຫ້​ແກ້​ໄຂ​ເບື້ອງ​ຕົ້ນ ໂດຍ​ການ​ຂຸດ​ຮ່ອງ​ລະ­ບາຍ​ນ້ຳ​ອອກ​ຈຸດ​ທີ່​ມີ​ນ້ຳ​ຖ້ວມ​ຂັງ ແລະ ນຳ​ໃຊ້​ດິນ​ຫີນ​ຖົມ​ຈຸດ​ທີ່​ເປັນ​ບວກ​ຂຸມ ໂດຍ​ດຳ­ເນີນ​ຕາມ​ເຕັກ­ນິກ​ຕ່າງໆ​ໃຫ້​ສຳ­ເລັດ ສ່ວນ​ງົບ­ປະ­ມານ​ນຳ​ໃຊ້​ເຂົ້າ​ໃນ​ການ​ປັບ­ປຸງ​ເສັ້ນ­ທາງ​ທ່ານ​ເຈົ້າ​ຄອງ ເຫັນ​ດີ​ໃຫ້​ນຳ​ໃຊ້​ທຶນ​ສົມ­ທົບ​ຂອງ ນວ ແລະ ບ້ານ​ປະ­ກອບ​ຈຳ­ນວນ​ໜຶ່ງ​ເພື່ອ​ດຳ­ເນີນ​ການ​ຢ່າງ​ຮີບ​ດ່ວນ.

ນັ້ນ​ກໍ​ຖື​ໄດ້​ວ່າ​ທາງ​ຂັ້ນ​ເທິງ​ເພິ່ນ​ໄດ້​ເອົາ­ໃຈ­ໃສ່​ໃນ​ການ​ແກ້​ໄຂ ເພື່ອ​ເຮັດ​ໃຫ້­ການ​ສັນ­ຈອນ​ຕາມ​ເສັ້ນ­ທາງ​ດັ່ງ­ກ່າວ​ມີ​ຄວາມ​ສະ­ດວກ​ສະ­ບາຍ ແຕ່​ການ​ແກ້​ໄຂ​ບັນ­ຫາ​ດັ່ງ­ກ່າວ ກໍ​ຍັງ​ມີ​ຄວາມ​ຫຍຸ້ງ­ຍາກ ເນື່ອງ​ຈາກ​ໃນ​ໄລ­ຍະ​ນີ້​ເປັນ​ລະ­ດູ­ຝົນ ດັ່ງ­ນັ້ນ ການ​ສັນ­ຈອນ​ຕາມ​ເສັ້ນ­ທາງ​ດັ່ງ­ກ່າວ ຜູ້​ຂັບ​ຂີ່​ເອງ​ກໍ​ຕ້ອງ​ມີ​ສະ­ຕິ​ລະ­ມັດ­ລະ­ວັງ ນອກ​ນັ້ນ ບໍ່​ວ່າ​ຈະ​ເປັນ​ລົດ­ຈັກ ລົດ​ໃຫຍ່ ກໍ​ຕ້ອງ​ໃຫ້​ກຽດ​ເຊິ່ງ​ກັນ ແລະ ກັນ ເພື່ອ​ບໍ່​ໃຫ້​ເກີດ​ອຸ­ບັດ​ຕິ​ເຫດ ນອກ­ຈາກ​ເສັ້ນ­ທາງ​ທີ່​ກ່າວ​ມາ​ນັ້ນ ກໍ​ຍັງ​ມີ​ອີກ​ຫຼາຍ​ຈຸດ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ທີ່​ໄດ້​ຮັບ​ການ​ເປ່​ເພ ເຊັ່ນ: ໜ້າ​ວັດ​ດົງ​ປາ​ແລບ ເມືອງ​ຈັນ­ທະ​ບູ​ລີ ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ຂຸມ​ກວ້າງ​ສົມ­ຄວນ ບໍ­ລິ­ເວນ​ໃກ້​ກັບ​ຂົວ​ດອນ​ແດງ ເມືອງ​ຈັນ­ທະ​ບູ​ລີ ເສັ້ນ­ທາງ​ເປັນ​ຂຸມ ນັບ​ແຕ່​ສົ້ນ​ຂົວ​ຈົນ​ກາຍ​ທາງ​ເຂົ້າ​ໂຮງ­ຮຽນ​ຫງວ​ຽນ​ຢູ ເຊິ່ງ​ສ້າງ​ຄວາມ​ຫຍຸ້ງ­ຍາກ​ໃນ​ການ​ສັນ­ຈອນ ໂດຍ​ສະ­ເພາະ​ໃນ​ເວ­ລາ​ຮີບ​ດ່ວນ ແລະ ອາດ​ກໍ​ໃຫ້​ເກີດ​ອຸ­ບັດ­ເຫດ​ກໍ​ເປັນ​ໄດ້.

ໂດຍ: ເມັດ​ຝົນ

error: Content is protected !!