ວິຊຸນນະລາດ ຕັ້ງເປົ້າປ້ອງກັນແຊັມ ດອກປີກໄກ່ ເບຍລາວ ໂອເພັນ

ວິ​ຊຸນ​ນະ­ລາດ ພິ­ຈິດ ນັກ­ກີ­ລາ​ດອກ​ປີກ​ໄກ່ ມື 1 ຂອງ​ລາວ ຈາກ​ສະ­ໂມ­ສອນ​ດອກ​ປີກ​ໄກ່​ມັນ​ທາ­ຕຸ​ລາດ ໃຫ້​ສຳ­ພາດ​ເມື່ອ​ບໍ່​ດົນ​ມາ​ນີ້ ວ່າ: ປີ​ນີ້ ຂະ​ບວນ​ການ​ກີ­ລາ​ດອກ​ປີກ​ໄກ່​ໃນ​ລາວ​ເຮົາ ເລີ່ມ​ມີ​ສີ­ສັນ​ທີ່​ໜ້າ​ຕື່ນ­ເຕັ້ນ ພາຍ­ຫຼັງ​ການ​ແຜ່​ລະ­ບາດ​ພະ­ຍາດ​ໂຄ​ວິດ-19 ນັກ­ກີ­ລາ​ຫຼາຍ​ຄົນ​ກໍ​ໄດ້​ຫ່າງ​ຈາກ​ວົງ​ການ ພໍ​ແຕ່​ມີ​ການ​ໂຄ­ສະ­ນາ​ຈະ​ມີ​ການ​ແຂ່ງ­ຂັນ​ລາຍ­ການ ເບຍ​ລາວ ໂອ​ເພັນ 2020 ກໍ​ມີ​ບັນ­ດາ​ສະ­ໂມ­ສອນ ແລະ ນັກ­ກີ­ລາ​ເລີ່ມ​ເຄື່ອນ​ໄຫວ ແລະ ເຝິກ­ຊ້ອມ​ກັບ​ສະ­ໂມ­ສອນ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ ພ້ອມ​ທັງ​ເຫັນ​ຄູ່​ແຂ່ງ­ຂັນ​ທີ່​ສີ­ມື​ດີ​ຫຼາຍ​ຄົນ​ເກີດ​ຂຶ້ນ ຕົນ​ຄິດ​ວ່າ​ຄວນ​ຈະ​ເພີ່ມ​ລາຍ­ການ​ຈັດ​ແຂ່ງ­ຂັນ​ຕື່ມ​ອີກ​ໃນ​ປີ​ຕໍ່​ໄປ ເພື່ອ​ສົ່ງ­ເສີມ​ກີ­ລາ​ປະ­ເພດ​ນີ້​ໃຫ້​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ກວ່າ​ເກົ່າ ແລະ ຂໍ​ສະ­ແດງ​ຄວາມ​ຂອບ­ໃຈ ແລະ ຮູ້​ບຸນ­ຄຸນ​ມາ​ຍັງ​ຜູ້​ໃຫ້­ການ​ສະ­ໜັບ­ສະ­ໜູນ ເຮັດ​ໃຫ້­ການ​ແຂ່ງ­ຂັນ​ຄັ້ງ​ນີ້​ເກີດ​ຂຶ້ນ ເຊິ່ງ​ຕົນ​ຮູ້­ສຶກ​ດີ­ໃຈ​ທີ່​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ­ຂັນ​ນີ້ ເພື່ອ​ຮັບ­ປະ­ກັນ​ໃນ​ການ​ປ້ອງ​ກັນ​ແຊັມ ສະ­ໄໝ​ທີ 4 ຕົນ​ຈະ​ພະ­ຍາ­ຍາມ​ເຝິກ­ຊ້ອມ​ໃຫ້​ຫຼາຍ​ຂຶ້ນ.

ການ​ແຂ່ງ­ຂັນ​ລາຍ­ການ ເບຍ​ລາວ ໂອ​ເພັນ 2020 ຈະ​ຈັດ​ຂຶ້ນ​ວັນ​ທີ 20-23 ສິງ­ຫາ 2020 ຢູ່​ສະ­ໂມ­ສອນ​ດອກ​ປີກ​ໄກ່​ເສດ​ຖາ (ບຶງ​ຂະ​ຫຍອງ) ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ຫຼັກ 162 ລ້ານ​ກີບ ປັດ­ຈຸ­ບັນ​ມີ​ນັກ­ກີ­ລາ​ແຈ້ງ​ເຈດ​ຈຳ­ນົງ​ເຂົ້າ​ຮ່ວມ 112 ຄົນ ໃນ​ນີ້ ປະ­ເພດ​ດ່ຽວ 86 ຄົນ ປະ­ເພດ​ຄູ່ 45 ຄູ່ ມາ​ຈາກ 20 ພາກ­ສ່ວນ 7 ແຂວງ ຄື: ຫຼວງ​ພະ​ບາງ ຫຼວງ​ນ້ຳ​ທາ ໄຊ​ຍະ​ບູ​ລີ ອຸ­ດົມ​ໄຊ ບໍ​ລິ​ຄຳ​ໄຊ ຄຳ​ມ່ວນ ສະ­ຫວັນ​ນະ​ເຂດ ແລະ 13 ສະ­ໂມ­ສອນ​ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ຄາດ​ວ່າ​ຍັງ​ຈະ​ມີ​ນັກ­ກີ­ລາ​ສະ­ໝັກ​ເຂົ້າ​ຮ່ວມ​ອີກ​ຫຼາຍ​ສົມ­ຄວນ ໃນ​ນີ້​ຈະ​ມີ 12 ລາຍ­ການ ຄື: ຮຸ່ນ​ເຍົາ­ວະ​ຊົນ 5 ລາຍ­ການ ຮຸ່ນ​ຊາວ​ໜຸ່ມ​ທົ່ວ​ໄປ 5 ລາຍ­ການ ຮຸ່ນ​ອາ­ວຸ­ໂສ 2 ລາຍ­ການ.

error: Content is protected !!