ຈັບສະຫຼາກແບ່ງກຸ່ມບານເຕະຊີງຂັນ ສຕລ ຄອມມານໂດ 2020

ພິ­ທີ​ຈັບ​ສະ­ຫຼາກ​ແຂ່ງ­ຂັນບານ­ເຕະລາຍ­ການ​ຊີງ​ຂັນ ​ສະຫະ​ພັນ​ບານ­ເຕະ​ແຫ່ງ​ຊາດ​ລາວ (ສຕລ) ຄອມ​ມານ​ໂດ 2020 ຮອບ​ຄັດ​ເລືອກ (LFF COMMANDO CUP 2020 PLAY-OFF STAGE) ຈັດ​ຂຶ້ນ​ວັນ​ທີ 18 ສິງ­ຫາ 2020 ຢູ່ ສຕລ ເຊິ່ງ​ຜົນ​ການ​ຈັບ​ສະ­ຫຼາກ​ມີ​ດັ່ງ­ນີ້: ທຣີ​ນີ​ຕີ ເອັຟ​ຊີ ພົບ ເຮັສ​ບີ​ທີ 941 ເອັຟ​ຊີ ກະ​ຣຸ​ດາ ເອັຟ​ຊີ ພົບ ວຽງ​ຈັນ ຢູ​ໄນ​ເຕັດ ກອງ­ທັບ ເອັຟ​ຊີ ພົບ ເມືອງ​ຫາດ ຢູ​ໄນ​ເຕັດ ເອັສ​ອີ​ຊີ ຢູ​ໄນ​ເຕັດ ພົບ ລາວ-ທ໋ອບ ເອັຟ​ຊີ ເຄວ​ສ ຢູ​ໄນ​ເຕັດ ພົບ ເອັສ​ທີ​ທີ ເອັຟ​ຊີ ບີ​ແກນ ຢູ​ໄນ​ເຕັດ ພົບ ເຄ​ພີ​ເອັສ ເອັຟ​ຊີ ສ່ວນ​ນະ­ຄອນ­ຫຼວງ ເອັຟ​ຊີ ຖືກ​ຈັບ​ສະ­ຫຼາກ​ໄດ້​ຜ່ານ​ເຂົ້າ​ຮອບ 16 ທີມ.

ການ​ແຂ່ງ­ຂັນ​ບານ­ເຕະ​ລາຍການ​ດັ່ງ­ກ່າວ ເປັນ​ການ​ແຂ່ງ­ຂັນ​ແບບ​ຈົກ​ສະ­ຫຼາກ​ປະ​ກົບ​ຄູ່​ເຕະ​ແບບ​ນັດ​ດຽວ ສະ­ໂມ­ສອນ​ບານເຕະ​ໃນ​ການ​ແຂ່ງ­ຂັນ​ລີກ 1 ຈະ​ໄດ້​ຮັບ​ສິດ​ເຂົ້າ​ຮອບ 16 ທີມ​ໂດຍອັດ­ຕະ­ໂນ­ມັດ ເພື່ອ​ລໍ­ຖ້າ​ຈົກ​ສະຫຼາກ​ປະ​ກົບ​ຄູ່​ຮ່ວມ​ກັບ​ທີມ​ທີ່​ຜ່ານ​ຮອບ​ຄັດ​ເລືອກ​ຈາກ​ການ​ແຂ່ງ­ຂັນ​ລີກ 2 ສະ­ໂມ­ສອນ​ຈາກ​ການ​ແຂ່ງ­ຂັນ​ບານ­ເຕະ ຄອມ​ມານ​ໂດ ລາວ​ລີກ 2 ທີ່​ຜ່ານ​ຮອບ​ຄັດ​ເລືອກ ແລະ ເປັນ​ການ​ຈົກ​ສະຫຼາກ​ປະ​ກົບ​ຄູ່​ກັບ​ສະ­ໂມ­ສອນ​ຈາກ​ການ​ແຂ່ງ­ຂັນ​ລີກ 1 ຖ້າ​ຫາກ​ແຂ່ງ­ຂັນ​ຄົບ​ເວ­ລາ 90 ນາທີ​ແລ້ວ ຜົນ​ການ​ແຂ່ງ­ຂັນ​ສະ­ເໝີ​ກັນ ໃຫ້​ຕັດ­ສິນ​ດ້ວຍ​ການ​ເຕະຈຸດ​ໂທດ​ທັນ­ທີ ໃນ​ນີ້ ຈະ​ມີ​ພຽງ​ຮອບ​ຊີງ​ຊະ­ນະ​ເລີດ​ເທົ່າ​ນັ້ນ ​ທີ່​ຈະ​ມີ​ການ​ຕໍ່​ເວ­ລາ​ໃນ​ກໍ­ລະ­ນີ​ສະ­ເໝີ​ກັນ​ ໃນ​ເວ­ລາ​ແຂ່ງ­ຂັນ​ປົກ­ກະ­ຕິ ທີມ​ຊະ­ນະ​ເລີດ ຈະ​ໄດ້​ຮັບ​ເງິນ ລາ­ງວັນ 30 ລ້ານ​ກີບ ພ້ອມ​ຂັນ 1 ໜ່ວຍ ແລະ ຫຼຽນ​ຊະ­ນະ​ເລີດ 35 ຫຼຽນ ອັນ​ດັບ 2 ໄດ້​ຮັບ​ເງິນ​ລາ­ງວັນ 15 ລ້ານ​ກີບ ຫຼຽນ​ຮອງ​ຊະ­ນະ​ເລີດ 35 ຫຼຽນ ແລະ ສະ­ໂມ­ສອນ​ທີ່​ເຂົ້າ​ຮ່ວມ​ແຂ່ງ­ຂັນ ຈະ​ໄດ້​ຮັບ​ເງິນ​ອຸດ​ໜູນ​ເພີ່ມ​ເຕີມ 1 ລ້ານ​ກີບ ໃນ​ກໍ­ລະ­ນີ​ເປັນ​ຜູ້​ຊະນະ​ໃນ​ແຕ່​ລະ​ນັດ​ການ​ແຂ່ງ­ຂັນ​ຂອງ​ສະ­ໂມ­ສອນ​ຕົວ​ເອງ ນອກ​ນີ້ ຍັງ​ມີ​ລາ­ງວັນ​ນັກ­ກີ­ລາ​ທີ່​ຍິງ​ປະ­ຕູ​ສູງ​ສຸດ ຜູ້​ຮັກ­ສາ​ປະ­ຕູ​ດີ­ເດັ່ນ ນັກ­ກີ­ລາ​ດີ­ເດັ່ນ ຄູ​ເຝິກ​ດີ­ເດັ່ນ ແລະ ກຳ­ມະ­ການ​ດີ­ເດັ່ນ ຕື່ມ​ອີກ.

ການ​ແຂ່ງ­ຂັນ​ບານ­ເຕະ​ລາຍການ​ຊີງ​ຂັນ ສຕລ ຄອມ​ມານ​ໂດ 2020 ຈະ​ເລີ່ມ​ແຂ່ງ­ຂັນ​ວັນ​ທີ 5 ກັນ­ຍາ 2020 ເປັນ­ຕົ້ນ​ໄປ ໂດຍ​ແຂ່ງ­ຂັນ​ຢູ່​ສະ​ໝາມ​ຫຍ້າ​ທຽມ ສຕລ ສະ­ໜາມ 1 ສະ­ໜາມ 2 ແລະ ສະ­ໜາມ​ກີ­ລາ​ແຫ່ງ​ຊາດ ຫຼັກ 16 (ສະ­ໜາມ​ນອກ) ສຳ­ລັບ​ແຊັມ​ໃນ​ປີ​ທີ່​ຜ່ານ​ມາ​ແມ່ນ​ສະໂມ​ສອນ ລາວ​ໂຕ​ໂຢ​ຕ້າ ເອັຟ​ຊີ.

error: Content is protected !!