ທ່ານ ທອງຫຼໍ່ ດວງສະຫວັນ ຫົວໜ້າບັນນາທິການໜັງສືພິມພາສາຕ່າງປະເທດ ຫື ວຽງຈັນທາມ ໃຫ້ສຳພາດວັນທີ 18 ສິງຫາ 2020 ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 70 ປີ ວ່າ: ວັນທີ 13 ສິງຫາ ແມ່ນວັນສຳຄັນຂອງສື່ມວນຊົນ ພວກເຮົາພ້ອມກັນມາສະຫຼອງ ເພື່ອລະນຶກເຖິງຜູ້ທີ່ມີຜົນງານໃນການປະກອບສ່ວນເຂົ້າໃນວຽກງານສື່ ຕະຫຼອດໄລຍະຜ່ານມາ ແລະ ມາຮອດປັດຈຸບັນ ສື່ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ ໃນການຮັບໃຊ້ໜ້າທີ່ການເມືອງ ສະເພາະໜັງສືພິມວຽງຈັນທາມ ໄດ້ຮັບການສ້າງຕັ້ງຂຶ້ນປີ 1994 ມາຮອດປີ 2020 ແມ່ນມີອາຍຸຄົບຮອບ 26 ປີ ທີ່ໄດ້ປະກອບສ່ວນວຽກງານສື່ສິ່ງພິມທີ່ເປັນພາສາອັງກິດ ຝຣັ່ງ ແລະ ພາສາຈີນ ປັດຈຸບັນ ຍັງເຫຼືອແຕ່ພາສາອັງກິດ ແລະ ພາສາຈີນ ເພື່ອສະໜອງຂໍ້ມູນໃຫ້ຄົນຕ່າງປະເທດໄດ້ຮັບຮູ້ການເຄື່ອນໄຫວຂອງການນຳພັກລັດ ການພັດທະນາເສດຖະກິດ-ສັງຄົມ ແລະ ເຫດການຕ່າງໆທີ່ເກີດຂຶ້ນຢູ່ປະເທດລາວເຮົາ ແຕ່ລູກຄ້າຜູ້ອ່ານເປັນຄົນລາວ 50% ນອກນັ້ນເປັນທູດ ອຸປະທູດ ອົງການຈັດຕັ້ງສາກົນ ແລະ ຄົນຕ່າງປະເທດທີ່ອາໄສຢູ່ລາວ ໂດຍລວມແລ້ວ ໜັງສືພິມວຽງຈັນທາມສາມາດຍາດໄດ້ຜົນງານຫຼາຍດ້ານຜ່ານມາ.
ສ່ວນບັນຫາທ້າທາຍຂອງສື່ດັ່ງເດີມ ທີ່ມີທັງໜັງສືພິມ ວິທະຍຸ ແລະ ໂທລະພາບ ກໍມີຍ້ອນສັງຄົມຫັນໄປນິຍົມໃຊ້ສື່ແບບໃໝ່ ສື່ອອນລາຍຜ່ານໂທລະສັບມືຖື ສະນັ້ນ ຈຶ່ງເຮັດໃຫ້ຍອດຈ່ອງອ່ານຂ່າວ ການມາລົງໂຄສະນາຫຼຸດລົງ ແລະ ເຮັດໃຫ້ລາຍຮັບຫຼຸດລົງ ດັ່ງນັ້ນ ສື່ພວກເຮົາຕ້ອງປັບຕົນເອງໃຫ້ໄປຕາມຍຸກຕາມສະໄໝ ເຂົາມີຫຍັງ ເຮົາກໍຕ້ອງມີ ເປັນຕົ້ນ ທວິດເຕີ ເຟສບຸກ ຢູທູບ ແລະ ອື່ນໆ ແຂ່ງຂັນກັບເຂົາ ປັບປຸງເນື້ອໃນຂ່າວ ວິທີການຂຽນຂຽນບົດໃຫ້ແຫຼມຄົມ ຖືກຕ້ອງຊັດເຈນ ດຶງດູດຜູ້ອ່ານ ຜຸ້ຟັງ ຜູ້ຊົມທັງພາຍໃນ ແລະ ຕ່າງປະເທດ ນອກນີ້ ປັບປຸງດ້ານການຕະຫຼາດ ຊອກຫາແຫຼ່ງລາຍຮັບນຳຜູ້ບໍລິໂພກນຳສື່ອອນລາຍ ແລະ ອື່ນໆ ຈຶ່ງຈະເຮັດໃຫ້ສື່ດັ່ງເດີມພວກເຮົາມີຄວາມຍືນຍົງຕະຫຼອດໄປ.