ກອງປະຊຸມທາງໄກ ລະດັບລັດຖະມົນຕີດ້ານມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ໃນຂົງເຂດແມ່ນ້ຳຂອງຕອນລຸ່ມ ຄັ້ງທີ 9 ຈັດຂຶ້ນວັນທີ 14 ສິງຫາ 2020 ຢູ່ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ຊສ) ໂດຍເປັນປະທານຂອງທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງ ຊສ ແລະ ທ່ານ ຢິ ມິນ ສະເວ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມຽນມາ ມີຮອງລັດຖະມົນຕີຈາກປະເທດກຳປູເຈຍ ຫວຽດນາມ ໄທ ກອງເລຂາອາຊຽນ ພ້ອມດ້ວຍປະເທດສະມາຊິກ ແລະ ຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ໄຊນະຄອນ ອິນທະວົງ ໄດ້ກ່າວເຖິງສະພາບການລະບາດຂອງພະຍາດໂຄວິດ-19 ສະພາບການປ່ຽນແປງຂອງດິນຟ້າອາກາດ ແລະ ການເພີ່ມຂຶ້ນຂອງມົນລະພິດ ບັນຫາກ່ຽວກັບມົນລະພິດໝອກຄວັນຂ້າມຊາຍແດນ ທີ່ໄດ້ເກີດຂຶ້ນໃນຕົ້ນປີຜ່ານມາ ຢູ່ເຂດພາກເໜືອຂອງພາກພື້ນອາຊຽນ ເຊິ່ງກໍ່ໃຫ້ເກີດຜົນກະທົບດ້ານລົບຢ່າງຮຸນແຮງ ຕໍ່ກັບຄຸນນະພາບອາກາດ ແລະ ຮຽກຮ້ອງໃຫ້ປະເທດສະມາຊິກ ຕ້ອງໄດ້ເຮັດວຽກຮ່ວມກັນ ເພື່ອສຸມໃສ່ການຫຼຸດຜ່ອນມົນລະພິດໝອກຄວັນ ແລະ ໄຟໄໝ້ປ່າ ໂດຍສະເພາະການຈັດຕັ້ງປະຕິບັດວຽກງານ ຫຼື ກິດຈະກຳຕ່າງໆ ເພື່ອຊຸກຍູ້ການຫຼຸດຜ່ອນ ແລະ ຄວບຄຸມການເກີດໄຟປ່າ ກໍຄືການແຜ່ຂະຫຍາຍຂອງມົນລະພິດຂ້າມຊາຍແດນ ຈະມີຄວາມຍຸ້ງຍາກຂຶ້ນເປັນທະວີຄູນກໍຕາມ ເພື່ອຮອງຮັບກັບສະພາບທີ່ເກີດຂຶ້ນໃນປັດຈຸບັນ ບັນດາປະເທດສະມາຊິກ ຕ້ອງມີການປະສານງານຮ່ວມກັນເປັນແຕ່ໄລຍະ ເພື່ອຄົ້ນຫາແນວທາງຕອບໂຕ້ບັນຫາ ແລະ ສິ່ງທ້າທາຍດັ່ງກ່າວ.
ກອງປະຊຸມຄັ້ງນີ້ ບັນດາປະເທດສະມາຊິກ ໄດ້ລະດົມແນວຄວາມຄິດເຫັນ ເພື່ອພ້ອມກັນເຮັດວຽກຮ່ວມກັນຢ່າງມີປະສິດທິຜົນ ເພື່ອໃຫ້ບັນລຸຕາມວິໄສທັດກ່ຽວກັບການເປັນປະຊາຄົມປາສະຈາກໝອກຄວັນ ໃນປີ 2020 ເຊິ່ງນອນຢູ່ໃນແຜນພັນທະຂອງແຜນງານການຮ່ວມມືອາຊຽນ ດ້ານການຄວບຄຸມມົນລະພິດ ດ້ານໝອກຄວັນ ແລະ ສັນຍາອາຊຽນ ດ້ານມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ນອກນີ້ ຍັງໄດ້ເປັນເອກະພາບໃຫ້ມີການສືບຕໍ່ຂະຫຍາຍເວລາ ໃນການຈັດຕັ້ງປະຕິບັດແຜນດຳເນີນງານການຮ່ວມມືອາຊຽນ ດ້ານການຄວບຄຸມມົນລະພິດທາງໝອກຄວັນ ແລະ ສັນຍາອາຊຽນ ດ້ານມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ສຳລັບ 2020-2025 ຕື່ມອີກ.