5 ຫົວໜ່ວຍໄດ້ຮັບໃບຢັ້ງຢືນສິນຄ້າ ODOP

ໃນ​ພິ­ທີ​ເປີດ​ງານ​ວາງ­ສະ­ແດງ ແລະ ຈຳ­ໜ່າຍ​ງານ​ວາງ­ສະ­ແດງ ແລະ ຈຳ­ໜ່າຍ​ສິນ­ຄ້າ ໜຶ່ງ​ເມືອງ​ໜຶ່ງ​ຜະ­ລິດ​ຕະ​ພັນ (ODOP) ແລະ ສິນ­ຄ້າ​ຄອບ­ຄົວ​ຕົວ​ແບບ​ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຄັ້ງ​ທີ VII ວັນ​ທີ 17 ສິງ­ຫາ 2020 ທີ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ນວ ທ່ານ ໄຊ​ສົມ​ເພັດ ນໍ​ຣະ​ສິງ ຫົວ­ໜ້າ​ກົມ​ສົ່ງ­ເສີມ​ການ​ຄ້າ ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ໃຫ້​ກຽດ​ມອບ​ໃບ­ຢັ້ງ­ຢືນ​ສິນ­ຄ້າ​ໜຶ່ງ​ເມືອງ​ໜຶ່ງ​ຜະ­ລິດ​ຕະ​ພັນ​ໃຫ້​ຫົວ­ໜ່ວຍ​ສິນ­ຄ້າ ODOP ຂອງ ນວ ຈຳ­ນວນ 5 ຫົວ­ໜ່ວຍ ເຊິ່ງ​ປະ­ກອບ​ມີ ວິ​ສາ​ຫະ​ກິດ​ສ່ວນ​ບຸກ­ຄົນ ໂຮງ­ງານ​ຜະ­ລິດ​ກາ​ແລັມ​ບ້ານໆ ເປັນ​ຫົວ­ໜ່ວຍ​ລຳ­ດັບ​ທີ 10 ຂອງ​ເມືອງ​ໄຊ​ເຊດ​ຖາ ເປັນ​ລຳ­ດັບ 52 ຂອງ ນວ ມີ 6 ຜະ­ລິດ​ຕະ​ພັນ ວິ​ສາ​ຫະ​ກິດ​ສ່ວນ​ບຸກ­ຄົນ ໂຮງ​ຊ່າງ​ຫັດ­ຖະ­ກຳ​ຟ້າ​ວັດ­ທະ­ນາ ເປັນ​ຫົວ­ໜ່ວຍ​ລຳ­ດັບ​ທີ 7 ຂອງ​ເມືອງ​ຈັນ­ທະ​ບູ​ລີ ເປັນ​ລຳ­ດັບ 53 ຂອງ ນວ ມີ 19 ຜະ­ລິດ​ຕະ​ພັນ​ປະ­ເພດ​ເຄື່ອງ​ເງິນ ວິ​ສາ​ຫະ​ກິດ​ສ່ວນ​ບຸກ­ຄົນ​ຫັດ­ຖະ­ກຳ​ໄຄ​ສີ ເປັນ​ຫົວ­ໜ່ວຍ​ລຳ­ດັບ​ທີ 7 ຂອງ​ເມືອງ​ສີ​ໂຄດ​ຕະ­ບອງ ເປັນ​ລຳ­ດັບ​ທີ 54 ຂອງ ນວ ມີ 4  ຜະ­ລິດ​ຕະ​ພັນ​ປະ­ເພດ​ຜ້າ­ໄໝ ແລະ ກະ​ເປົ໋າ  ກຸ່ມ​ຫັດ­ຖະ­ກຳ​ຕີ​ເຫຼັກ ບ້ານ​ດອນ​ສ້າງ​ໄຜ່  ເປັນ​ຫົວ­ໜ່ວຍ​ລຳ­ດັບ​ທີ 5 ຂອງ​ເມືອງ​ປາກ​ງື່ມ ເປັນ​ລຳ­ດັບ​ທີ 55 ຂອງ ນວ ມີ 6 ຜະ­ລິດ​ຕະ​ພັນ ແລະ ກຸ່ມ​ໂຮງ­ສີ​ຜະ­ລິດ​ເຂົ້າ​ຫອມ​ສັງ​ທອງ ເປັນ​ລຳ­ດັບ​ທີ 3 ຂອງ​ເມືອງ​ສັງ​ທອງ​ເປັນ​ລຳ­ດັບ 56 ຂອງ ນວ ມີ 1 ຜະ­ລິດ​ຕະ​ພັນ​ປະ­ເພດ​ເຂົ້າ​ຫອມ​ສັງ​ທອງ.

error: Content is protected !!