ຈະສູ້ຊົນເຮັດໃຫ້ອັດຕາການວ່າງງານຢູ່ໃນລະດັບ 2%

ໃນ​ໄລ­ຍະ​ຜ່ານ​ມາ ພະ​ແນກ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ-ສັງ­ຄົມ ນະ­ຄອນ­ຫຼວງ​ວຽງ​ຈັນ (ຮສສ ນວ) ໄດ້​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ພາ­ລະ​ບົດ­ບາດ ສິດ ແລະ ໜ້າ­ທີ່​ຂອງ​ຕົນ​ຢ່າງ​ຕັ້ງ­ໜ້າ ຕິດ​ພັນ​ກັບ​ການ​ປະ­ຕິ­ບັດ​ມະ­ຕິ ແລະ ແຜນ​ພັດ­ທະ­ນາ​ວຽກ​ງານ ຮສສ ຂອງ​ກະ­ຊວງ ກໍ​ຄື ນວ ໂດຍ​ຫັນ​ມາ​ເປັນ​ແຜນ​ງານ ໂຄງ­ການ​ຈຸດ​ສຸມ​ລະ­ອຽດ ແລະ ຈັດ​ຕັ້ງ​ປະ­ຕິ­ບັດ​ໄດ້​ຮັບ​ຜົນ­ສຳ­ເລັດ​ເປັນ​ກ້າວໆ.

ທ່ານ​ນາງ ລຳ​ພອຍ ສີ​ອັກ​ຄະ​ຈັນ ຫົວ­ໜ້າ​ພະ​ແນກ ຮສສ ນວ ໃຫ້​ສຳ­ພາດ​ວັນ​ທີ 17 ສິງ­ຫາ 2020 ວ່າ: ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໜ້າ­ທີ່​ວຽກ​ງານ​ໃນ​ໄລ­ຍະ​ຜ່ານ​ມາ ມີ​ຫຼາຍ​ດ້ານ​ໄດ້​ຮັບ​ຜົນ­ສຳ­ເລັດ ແລະ ມີ​ບາງ​ດ້ານ​ຍັງ​ຄົງ​ຄ້າງ ທີ່​ຈະ​ຕ້ອງ​ໄດ້​ສືບ­ຕໍ່​ແກ້​ໄຂ ຈຶ່ງ​ໄດ້​ວາງ​ແຜນ­ການ​ເພື່ອ​ສືບ­ຕໍ່​ແກ້​ໄຂ​ແຕ່​ປີ 2021-2025 ປະ­ກອບ​ມີ 4 ແຜນ​ງານ 33 ໂຄງ­ການ ໃນ​ນີ້ ຈະ​ສູ້​ຊົນ​ອັດ­ຕາ​ການ​ວ່າງ​ງານ​ໃຫ້​ຢູ່​ໃນ​ລະ­ດັບ 2% ພັດ­ທະ­ນາ​ສີ­ມື​ແຮງ​ງານ​ໃຫ້​ໄດ້ 6.000 ຄົນ​ຕໍ່​ປີ ເຝິກ­ອົບ­ຮົມ​ເຄື່ອນ​ທີ່​ໃຫ້​ໄດ້ 100 ຄົນ​ຕໍ່​ປີ ສ້າງ​ມາດ­ຖານ​ສີ​ມີ­ແຮງ​ງານ​ດ້ວຍ​ການ​ເຝິກ­ອົບ­ຮົມ ທົດ​ສອບ ອອກ​ໃບ​ຢັ້ນ​ຢືນ​ໃຫ້​ໄດ້ 100 ຄົນ​ຕໍ່​ປີ ຈັດ​ຕະ­ຫຼາດ­ນັດ​ແຮງ​ງານ​ໃຫ້​ໄດ້​ປີ​ລະ​ຄັ້ງ ເຜີຍ­ແຜ່​ຈຸດ​ບໍ­ລິ­ການ​ຈັດ​ຫາ​ງານ ແນະ­ນຳ​ອາ­ຊີບ​ໃຫ້​ໄດ້ 10 ຄັ້ງ​ຕໍ່​ປີ ໂຄ­ສະ­ນາ​ເຜີຍ­ແຜ່​ກົດ­ໝາຍ​ແຮງ​ງານ​ໃຫ້​ໄດ້ 360 ຄັ້ງ​ຕໍ່​ປີ ສ້າງ​ຫົວ­ໜ່ວຍ​ແຮງ​ງານ​ທີ່​ມີ​ຜູ້​ອອກ­ແຮງ​ງານ​ແຕ່ 100 ຄົນ​ຂຶ້ນ​ໄປ ຕ້ອງ​ຕັ້ງ​ຄະ­ນະ​ກຳ­ມະ­ການ​ຄວາມ​ປອດ​ໄພ​ສຸ­ຂະ­ພາບ​ແຮງ​ງານ​ໃຫ້​ໄດ້ 300 ແຫ່ງ ສ້າງ​ກົນ​ໄກ ມາດ­ຕະ­ຖານ​ຫົວ­ໜ່ວຍ​ແຮງ​ງານ​ແຫ່ງ​ຊາດ​ໃຫ້​ໄດ້ 7 ແຫ່ງ ລົບ​ລ້າງ​ການ​ນຳ​ໃຊ້​ແຮງ​ງານ​ເດັກ​ໃຫ້​ໄດ້ 90% ຄຸ້ມ​ຄອງ​ແຮງ​ງານ​ຕ່າງ­ປະ­ເທດ​ໃຫ້​ໄດ້ 80% ສ້າງ​ໂຮງ​ຈັກ-ໂຮງ­ງານ​ຕົວ​ແບບ​ໃຫ້​ໄດ້ 12 ຫົວ­ໜ່ວຍ ປະ­ສານ​ສົມ­ທົບ​ກັບ​ກົມ​ຄຸ້ມ​ຄອງ​ແຮງ​ງານ ແລະ ການ​ປະ­ຕິ­ບັດ​ລະ­ບຽບ​ກົດ­ໝາຍ​ໃຫ້​ໄດ້ 300 ຫົວ­ໜ່ວຍ​ຕໍ່​ປີ.

ນອກ​ນີ້ ຍັງ​ຈະ​ເອົາ­ໃຈ­ໃສ່​ວຽກ​ງານ​ສະ­ຫວັດ­ດີ​ການ​ສັງ­ຄົມ ເປັນ­ຕົ້ນ​ສ້າງ​ອັດ­ຕາ​ການ​ປົກ​ຄຸມ​ປະ­ກັນ​ສັງ­ຄົມ​ໃຫ້​ກວມ 360 ຄົນ​ຕໍ່​ປີ ເຜີຍ­ແຜ່​ກົດ­ໝາຍ​ປະ­ກັນ​ສັງ­ຄົມ​ໃຫ້​ໄດ້ 20 ຄັ້ງ​ຕໍ່​ປີ ແກ້​ໄຂ​ບັນ­ຫາ​ຫຍໍ້­ທໍ້ ຄົນ​ຂໍ­ທານ ບ້າ​ໄບ້ ເສຍ​ຈິດ ແລະ ບັນ­ຫາ​ອື່ນໆ​ໃຫ້​ນັບ​ມື້​ຫຼຸດ​ລົງ.

error: Content is protected !!