ເບຍລາວ ອຸປະຖຳງານແຂ່ງດອກປີກໄກ່ທົ່ວປະເທດ ມູນຄ່າ 162 ລ້ານກີບ

ພິ­ທີ​ຖະ­ແຫຼງ​ຂ່າວ ແລະ ມອບ​ເງິນ​ອຸ­ປະ­ຖຳ​ງານ​ແຂ່ງ­ຂັນ​ກີ­ລາ​ດອກ​ປີກ​ໄກ່​ທົ່ວ​ປະ­ເທດ ຄັ້ງ​ທີ 20 ຊີງ​ຂັນ​ປະ­ທານ​ສະ­ພາ​ແຫ່ງ​ຊາດ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 14 ສິງ­ຫາ 2020 ໂດຍ​ກ່າວ​ມອບ​ຂອງ​ທ່ານ ສູນ​ທອນ ພົມ​ມະ​ຈັກ​ປະ­ທານ​ບໍ­ລິ­ສັດ ເບຍ​ລາວ ຈຳ­ກັດ ແລະ ກ່າວ​ຮັບ​ຂອງ​ທ່ານ ບຸນ​ເຫຼືອ ສິນ​ໄຊ​ວໍ​ຣະ​ວົງ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ທັງ​ເປັນ​ປະ­ທານ​ສະ­ຫະ­ພັນ​ດອກ​ປີກ​ໄກ່​ແຫ່ງ​ຊາດ​ລາວ ໂດຍ​ມີ​ທ່ານ​ນາງ ແສງ​ເດືອນ ຫຼ້າ​ຈັນ­ທະ​ບູນ ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ພ້ອມ​ດ້ວຍ​ຄະ­ນະ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ​ເປັນ​ສັກ­ຂີ​ພິ­ຍານ.

ໂອ­ກາດ​ນີ້ ທ່ານ ບຸນ​ເຫຼືອ ສິນ​ໄຊ​ວໍ​ຣະ​ວົງ ກໍ​ໄດ້​ຂຶ້ນ​ລາຍ​ງານ​ການ​ກະ­ກຽມ​ຈັດ­ການ​ແຂ່ງ­ຂັນ​ກີ­ລາ​ດອກ​ປີກ​ໄກ່​ທົ່ວ​ປະ­ເທດ ຫຼື ລາຍ­ການ Beerlao Open ຈະ​ມີ​ຂຶ້ນ​ລະ­ຫວ່າງ 20-23 ສິງ­ຫາ 2020 ຢູ່​ເດີ່ນ​ດອກ​ປີກ​ໄກ່​ເສດ​ຖາ ເມືອງ​ສີ​ສັດ­ຕະ​ນາກ ນະ­ຄອນ­ຫຼວງ​ວຽງ​ຈັນ ເຊິ່ງ​ມາ​ຮອດ​ປັດ­ຈຸ­ບັນ​ມີ​ຄວາມ​ພ້ອມ​ຮອບ­ດ້ານ ແລະ ຄາດ​ວ່າ​ຈະ​ມີ​ນັກ­ກີ­ລາ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ​ເຂົ້າ​ຮ່ວມ 200 ກວ່າ​ຄົນ ມີ​ການ​ຊີງ​ໄຊ​ກັນ​ເຖິງ 11 ລາຍ­ການ ປະ­ກອບ​ມີ ປະ­ເພດ​ດ່ຽວ​ເຍົາ­ວະ​ຊົນ​ຊາຍ ຮຸ່ນ​ອາ­ຍຸ​ບໍ່​ເກີນ 14 ປີ ດ່ຽວ​ເຍົາ­ວະ​ຊົນ​ຍິງ ຮຸ່ນ 17 ປີ ຄູ່​ເຍົາ­ວະ​ຊົນ​ປະ­ສົມ ຮຸ່ນ 17 ປີ ດ່ຽວ​ຊາຍ​ທົ່ວ​ໄປ ຄູ່​ຍິງ​ທົ່ວ​ໄປ ຄູ່​ອາ­ວຸ­ໂສ​ຊາຍ​ອາ­ຍຸ​ລວມ 90 ປີ​ຂຶ້ນ​ໄປ ດ່ຽວ​ເຍົາ­ວະ​ຊົນ​ຊາຍ ຮຸ່ນ 17 ປີ ຄູ່​ເຍົາ­ວະ​ຊົນ​ຊາຍ ຮຸ່ນ 17 ປີ ຄູ່​ສະ­ໝັກ​ຫຼິ້ນ​ຊາຍ ຄູ່​ຊາຍ​ທົ່ວ​ໄປ ແລະ ຄູ່​ປະ­ສົມ​ທົ່ວ​ໄປ.

ຂະ­ນະ​ທີ່​ທ່ານ ສູນ​ທອນ ພົມ​ມະ​ຈັກ ປະ­ທານ​ບໍ­ລິ­ສັດ ເບຍ​ລາວ ກໍ​ໄດ້​ສະ­ແດງ​ຄວາມ​ຍິນ​ດີ ທີ່​ໃຫ້​ບໍ­ລິ­ສັດ ເບຍ​ລາວ ສືບ­ຕໍ່​ມີ​ສ່ວນ​ຮ່ວມ​ໃນ​ການ​ພັດ­ທະ­ນາ​ວົງ​ການ​ກີ­ລາ ໂດຍ​ສະ­ເພາະ ກີ­ລາ​ດອກ​ປີກ​ໄກ່ ທີ່​ເປັນ​ການ​ແຂ່ງ­ຂັນ​ທີ່​ຍາວ​ນານ ແລະ ຄັ້ງ​ນີ້​ກໍ​ເປັນ​ຄັ້ງ​ທີ 20 ເຊິ່ງ​ເປັນ​ການ​ສ້າງ­ສາ​ພັດ­ທະ­ນາ​ກີ­ລາ​ດອກ​ປີກ​ໄກ່ ໃຫ້​ມີ​ການ­ເຄື່ອນ­ໄຫວ ແລະ ທຽບ​ເທົ່າ​ກັບ​ສາ­ກົນ.

error: Content is protected !!