ໃນວັນທີ 17 ສິງຫາ 2020 ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ພ້ອມດ້ວຍຄະນະ ໄດ້ລົງຕິດຕາມສຳຫຼວດເສັ້ນທາງແຕ່ບ້ານຕານມີໄຊ-ນາທົ່ມ-ວຽງແກ້ວ ຫາສີ່ແຍກໄຟອຳນາດ ບ້ານໂນນສະອາດ (ເສັ້ນທາງເລກ 10) ເມືອງໄຊທານີ ນວ ທີ່ເປ່ເພເສຍຫາຍ ສ້າງຄວາມລຳບາກໃຫ້ແກ່ປະຊາຊົນຜູ້ເດີນທາງໄປ-ມາຢູ່ເຂດດັ່ງກ່າວ ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ຄຳປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ມີທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ຫົວໜ້າພະແນກ ແຜນການ ແລະ ການລົງທຶນ ນວ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ

ໂອກາດນີ້ ທ່ານ ຄຳປະດິດ ເຂັມມານິດ ໄດ້ລາຍງານສະພາບລວມໂດຍຫຍໍ້ຂອງເສັ້ນທາງດັ່ງກ່າວວ່າ: ເສັ້ນທາງນີ້ ແມ່ນໜຶ່ງໃນຫຼາຍໆເສັ້ນທາງຂອງເມືອງໄຊທານີ ທີ່ໄດ້ຮັບງົບປະມານຈາກລັດຖະບານ ໃນແຜນຟື້ນຟູໄພພິບັດປະຈຳປີ 2020 ມີຄວາມຍາວທັງໝົດ 10,7 ກິໂລແມັດ ໂດຍແມ່ນພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ ນວ) ເປັນເຈົ້າຂອງໂຄງການ ເຊິ່ງປັດຈຸບັນ ຫ້ອງການ ຍທຂ ເມືອງໄຊທານີໄດ້ມີການປະສານສົມທົບກັບຄະນະວິຊາການ ພະແນກ ຍທຂ ນວ ແລະ ກຳລັງກະກຽມສ້ອມແປງເພື່ອແກ້ໄຂສຸກເສີນ ຕໍ່ກັບຫາງສຽງຂອງສັງຄົມທີ່ລົງໃນສື່ອອນລາຍໃນໄລຍະລະດູຝົນ ເຫັນວ່າເສັ້ນທາງເປັນບວກ ເປັນຂຸມ ເຮັດໃຫ້ການສັນຈອນໄປ-ມາບໍ່ສະດວກ ແຕ່ເຖີງຢ່າງໃດກໍຕາມ ມາຮອດປັດຈຸບັນ ໃນວັນທີ 13-14 ສິງຫາ 2020 ພາຍຫຼັງເຈົ້າຄອງ ນວ ໄດ້ຊີ້ນຳ ເມືອງໄຊທານີ ແລະ ພະແນກ ຍທຂ ນວ ກໍໄດ້ມີການປະສານສົມທົບກັນໃນການແກ້ໄຂບັນຫາດັ່ງກ່າວດ້ວຍການໃຊ້ກົນຈັກໄປລະບາຍນ້ຳ ແລະ ໄດ້ລົງດິນຫີນເພື່ອເປັນການແກ້ໄຂຊົ່ວຄາວ ພ້ອມທັງຊີ້ນຳຕໍ່ອຳນາດການປົກຄອງແຕ່ລະບ້ານ ໃຫ້ເອົາໃຈໃສ່ຊ່ວຍຊີ້ນຳໃຫ້ພໍ່ແມ່ປະຊາຊົນ ກໍຄືໃຫ້ສັງຄົມເຂົ້າໃຈຕໍ່ສະພາບໃນໄລຍະດູຝົນນີ້ ທີ່ມີຄວາມຫຍຸ້ງຍາກໃນການຈັດປະຕັ້ງປະຕິບັດການສ້ອມແປງໃຫ້ໄດ້ສະດວກ ສຳລັບເສັ້ນທາງແຕ່ທາງເຂົ້າຫໍພັກຊີເກມ ມະຫາວິທະຍາໄລແຫ່ງຊາດ ຫາບ້ານໜອງວຽງຄຳ-ສີ່ແຍກບ້ານນາທົ່ມ ມີຄວາມຍາວ 3,4 ກິໂລແມັດ ປັດຈຸບັນແມ່ນຈັດຕັ້ງປະຕິບັດວຽກກໍ່ສ້າງທໍ່ລະບາຍນ້ຳ ແລະ ໄດ້ປູຢາງຊັ້ນ 1 ສຳເລັດ ເຮັດໃຫ້ການສັນຈອນໄປ-ມາສະດວກດີ ການແກ້ໄຂບັນຫາຕໍ່ຫາງສຽງຈົ່ມວ່າຂອງປະຊາຊົນ ແລະ ສັງຄົມໄດ້ດີ ເຊິ່ງຜ່ານການປະຕິບັດວຽກຕົວຈິງແມ່ນໄດ້ເກີນ 60%.

ຈາກນັ້ນທ່ານເຈົ້າຄອງ ນວ ໄດ້ມີຄຳເຫັນ ແລະ ໃຫ້ທິດຊີ້ນຳຕໍ່ພາກສ່ວນກ່ຽວຂ້ອງ ແລະ ອຳນາດປົກຄອງບ້ານ ໃນການສືບຕໍ່ແກ້ໄຂສະພາບເສັ້ນທາງດັ່ງກ່າວ ເປັນຕົ້ນ ການເອົາໃຈໃສ່ເປັນເຈົ້າການປຸກລະດົມປະຊາຊົນ ແກ້ໄຂສະພາບດັ່ງກ່າວຢ່າງຮີບດ່ວນ ມອບໃຫ້ພະແນກ ຍທຂ ນວ ປະສານສົມທົບກັນກັບເມືອງໄຊທານີ ປັບປຸງຍົກລະດັບເສັ້ນທາງດັ່ງກ່າວໃຫ້ມີສະພາບດີ ໂດຍສຸມໃສ່ຈັດຕັ້ງປະຕິບັດໃນ 3 ໄລຍະຄື: ໄລຍະລະດູຝົນ ແກ້ໄຂຊົ່ວຄາວ ໄລຍະລະດູແລ້ງ ແລະ ໄລຍະຍາວນານ ສະເພາະໃນໄລຍະລະດູຝົນນີ້ ໃຫ້ແກ້ໄຂເບື້ອງຕົ້ນ ໂດຍການຂຸດຮ່ອງລະບາຍນ້ຳອອກຈຸດທີ່ມີນ້ຳຖ້ວມຂັງ ແລະ ນຳໃຊ້ດິນຫີນຖົມຈຸດທີ່ເປັນບວກ-ຂຸມ ໂດຍດຳເນີນຕາມເຕັກນິກຕ່າງໆໃຫ້ສຳເລັດ ສ່ວນງົບປະມານນຳໃຊ້ເຂົ້າໃນການປັບປຸງເສັ້ນທາງ ທ່ານເຈົ້າຄອງເຫັນດີໃຫ້ນຳໃຊ້ທືນສົມທົບຂອງ ນວ ແລະ ບ້ານປະກອບຈຳນວນໜຶ່ງເພື່ອດຳເນີນການຢ່າງຮີບດ່ວນ ແລະ ມອບໃຫ້ບໍລິສັດທີ່ຊະນະການປະມູນເປັນຜູ້ດຳເນີນຈັດຕັ້ງປະຕິບັດເປັນແຕ່ໄລຍະໃຫ້ສຳເລັດຕາມແຜນການທີ່ວາງໄວ້ ການລົງຕິດຕາມຄັ້ງນີ້ ທ່ານເຈົ້າຄອງພ້ອມດ້ວຍຄະນະ ຍັງໄດ້ໄປເບີ່ງຈຸດຕ່າງທີ່ເສັ້ນທາງໄດ້ຮັບຄວາມເສຍຫາຍໂດຍສະເພາະຈຸດເລີ່ມຕົ້ນແຕ່ບໍລິເວນເສັ້ນທາງລົດໄຟລາວ-ຈີນຕັດຜ່ານບ້ານນາທົ່ມ ບ້ານວຽງແກ້ວ ບ້ານໂນນແສງຈັນ ແລະ ບ້ານຫ້ວຍເຕີຍ ອອກສູ່ທ່າງ່ອນ ເຊິ່ງເປັນຈຸດທີ່ມີຄວາມເສຍຫາຍຫຼາຍທີ່ສຸດ ນອກນັ້ນ ທ່ານຍັງໄດ້ສືບຕໍ່ໄປຕິດຕາມໄປເບີ່ງສະພາບການກໍ່ສ້າງຂົວຫ້ວຍນ້ຳເຄັມ ເມືອງໄຊທານີ ຕື່ມອີກ.
