ປັບປຸງການຈັດຕັ້ງ ຄະນະສະຫະພັນດອກປີກໄກ່ແຫ່ງຊາດ

ພິ­ທີ​ປະ­ກາດ​ປັບ­ປຸງ​ການ ຈັດ​ຕັ້ງ ຄະ­ນະ​ບໍ­ລິ­ຫານ​ງານ​ສະ ຫະ​ພັນ​ກີ­ລາ​ດອກ​ປີກ​ໄກ່​ແຫ່ງ​ຊາດ​ລາວ​ຊຸດ​ໃໝ່ ໄດ້​ມີ​ຂຶ້ນ​ວັນ​ທີ 14 ສິງ­ຫາ 2020 ຢູ່​ຫ້ອງ​ປະ­ຊຸມ ຂອງ​ຄະ­ນະ​ກຳ­ມະ­ການ​ກີ­ລາ​ໂອ​ແລມ​ປີກ​ແຫ່ງ​ຊາດ​ລາວ (ຄອລ) ໃຫ້​ກຽດ​ເປັນ​ປະ­ທານ​ຂອງ​ທ່ານ​ນາງ ແສງ​ເດືອນ ຫຼ້າ​ຈັນ­ທະ​ບູນ ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ ການ ແລະ ກີ­ລາ ທັງ​ເປັນ​ປະ ທານ ຄອລ ພ້ອມ​ດ້ວຍ​ຄະ­ນະ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ໃນ​ໂອ­ກາດ​ນີ້ ຄະ­ນະ​ພິ­ທີ ໄດ້​ອ່ານ​ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ການ​ຮັບ ຮອງ​ເອົາ​ການ​ປັບ­ປຸງ​ຄະ­ນະ​ບໍ­ລິ­ຫານ​ງານ​ສະ­ຫະ­ພັນ​ກີ­ລາ​ດອກ​ປີກ​ໄກ່​ແຫ່ງ​ຊາດ​ລາວ​ຊຸດ​ໃໝ່ ໂດຍ​ອີງ​ຕາມ​ດຳ­ລັດ​ຂອງ​ນາ­ຍົກ ລັດ­ຖະ­ມົນ­ຕີ ວ່າ​ດ້ວຍ​ການ​ຈັດ ຕັ້ງ ແລະ ການ­ເຄື່ອນ­ໄຫວ​ຂອງ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ສະ­ບັບ​ເລກ​ທີ 253/ນຍ ລົງ​ວັນ​ທີ 26 ພຶດ­ສະ­ພາ 2020 ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ຈຶ່ງ​ຕົກ­ລົງ​ຮັບ­ຮອງ​ເອົາ​ການ​ປັບ­ປຸງ​ກົງ­ຈັກ​ການ­ຈັດ­ຕັ້ງ ຄະ­ນະ​ບໍ­ລິ­ຫານ​ງານ​ສະ­ຫະ­ພັນ​ດອກ​ປີກ​ໄກ່​ແຫ່ງ​ຊາດ​ລາວ​ຊຸດ​ໃໝ່ 2020-2024 ເຊິ່ງ​ໄດ້​ແຕ່ງ­ຕັ້ງ​ທ່ານ ບຸນ​ເຫຼືອ ສິນ​ໄຊ​ວໍ​ຣະ​ວົງ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ເປັນ​ປະ­ທານ​ສະ­ຫະ­ພັນ​ດອກ​ປີກ​ໄກ່​ແຫ່ງ​ຊາດ​ລາວ​ຊຸດ​ໃໝ່ ພ້ອມ​ກັບ​ແຕ່ງ­ຕັ້ງ​ຮອງ​ປະ­ທານ 5 ທ່ານ ເລ­ຂາ­ທິ­ການ 1 ທ່ານ ຮອງ​ເລ­ຂາ 1 ທ່ານ ຄະ­ນະ​ກຳ­ມະ­ການ 11 ທ່ານ.

ພ້ອມ​ນີ້ ສະ­ຫະ­ພັນ​ດອກ​ປີກ​ໄກ່​ແຫ່ງ​ຊາດ​ມີ​ແຜນ​ຈະ​ຈັດ­ການ​ແຂ່ງ­ຂັນ​ດອກ​ປີກ​ໄກ່ ທົ່ວ​ປະ­ເທດ ຄັ້ງ​ທີ 20 ຫຼື Beerlao Open 2020 ຊີງ​ຂັນ​ປະ­ທານ​ສະ­ພາ​ແຫ່ງ​ຊາດ ເຊິ່ງ​ຈະ​ຈັດ​ຂຶ້ນ​ວັນ​ທີ 20-23 ສິງ­ຫາ 2020 ຢູ່​ເດີ່ນ​ດອກ​ປີກ​ໄກ່​ເສດ​ຖາ ບ້ານ​ບຶງ​ຂະ​ຫຍອງ ເມືອງ​ສີ​ສັດ­ຕະ​ນາກ ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ຈະ​ມີ​ນັກ­ກີ­ລາ​ເຂົ້າ​ຮ່ວມ 200 ກວ່າ​ຄົນ ໃນ​ທົ່ວ​ປະ­ເທດ.

error: Content is protected !!