ກອງປະຊຸມຍົກລະດັບ ແລະ ສ້າງຄວາມເຂັ້ມແຂງດ້ານການບໍລິຫານກີລາ ຈັດຂຶ້ນວັນທີ 17 ສິງຫາ 2020 ຢູ່ພະແນກສຶກສາທິການ ແລະ ກີລາ ແຂວງວຽງຈັນ ໂດຍເປັນປະທານຂອງທ່ານກະເສມ ອິນທະລາ ຮອງປະທານຄະນະກຳມະ ການໂອແລມປິກແຫ່ງຊາດລາວ ທ່ານ ອ໊ອດ ແສງພິມ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງວຽງຈັນ ພ້ອມດ້ວຍວິຊາການ ຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ສຳມະນາກອນເຂົ້າຮ່ວມ.
ທ່ານ ກະເສມ ອິນທະລາ ກ່າວວ່າ: ເພື່ອເຜີຍ ແຜ່ການເຄື່ອນໄຫວກ່ຽວກັບຂະບວນການໂອແລມປິກ ຍົກລະດັບ ແລະ ສ້າງຄວາມເຂັ້ມແຂງດ້ານການບໍລິຫານກີລາ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບວຽກງານບໍລິຫານກີລາ ຄະນະກຳມະການໂອແລມປິກແຫ່ງຊາດລາວ ໄດ້ຈັດຕັ້ງການເຝິກອົບຮົມຜູ້ບໍລິຫານກີລາລະດັບທ້ອງຖິ່ນ ປະຈຳປີ 2020 ເຊິ່ງມີນັກສຳມະນາ ກອນຈາກ 11 ເມືອງທົ່ວແຂວງວຽງຈັນ.
ກອງປະຊຸມຄັ້ງນີ້ ຈະດຳເນີນແຕ່ວັນທີ 17-19 ສິງຫາ 2020 ໂດຍລົງເລິກກ່ຽວກັບຫຼັກການ-ໂຄງສ້າງ ແລະ ຂະບວນການໂອແລມປິກ ການພັດທະນານັກກີລາ ການບໍລິຫານອົງການຈັດຕັ້ງກີລາຂອງຊາດ ແລະ ແຂວງ ແລະ ການປົກຄອງທີ່ດີ ການສື່ສານການແຂ່ງຂັນຕ່າງໆລະດັບຊາດ-ແຂວງ ການພັດທະນາຄູເຝິກ ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີການກີລາ ການຈັດຕັ້ງຍຸດທະສາດພັດທະນາກີລາຂັ້ນແຂວງ+ແຫຼ່ງລາຍຮັບ ວິທະຍາສາດກີລາ ການຄັດເລືອກນັກກີລາ ການກໍ່ສ້າງ-ຄຸ້ມຄອງ ແລະ ດຳເນີນງານຂອງສະໜາມ ນອກນີ້ ຍັງໄດ້ສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ແລະ ການປະເມີນຜົນໄດ້ຮັບຂອງກອງປະຊຸມ ຕື່ມອີກ.