6 ເດືອນຕົ້ນປີ ທົ່ວເມືອງສີໂຄດຕະບອງ ມີປາກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນ 200 ກວ່າເລື່ອງ

ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ເມືອງ​ສີ​ໂຄດ ຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ເອົາ­ໃຈ ໃສ່​ນຳ­ພາ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ (ປກຊ-ປກສ) ເດັດ­ຂາດ ໂດຍ​ກົງ ແລະ ຮອບ­ດ້ານ ນັບ​ແຕ່​ຂັ້ນ​ເມືອງ​ລົງ​ຮອດ​ຮາກ​ຖານ​ບ້ານ ເຊິ່ງ​ຖື​ເອົາ​ຫົວ ໜ່ວຍ​ຄອບ­ຄົວ ແລະ ບ້ານ​ເປັນ​ພື້ນ­ຖານ ໃນ​ການ​ເຮັດ​ໜ້າ­ທີ່​ປ້ອງ​ກັນ​ຄວາມ​ສະ­ຫງົບ​ຮອບ­ດ້ານ.

ທ່ານ ອິນ​ປອງ ທຸມ­ມາ ຮອງ​ເຈົ້າ­ເມືອງ​ສີ​ໂຄດ​ຕະ­ບອງ ໄດ້​ລາຍ​ງານ​ທີ່​ກອງ​ປະ­ຊຸມ​ການ​ນຳ­ພາ​ຈັດ​ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຮອບ ດ້ານ​ຂອງ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ເມືອງ​ສີ ໂຄດ​ຕະ­ບອງ​ໃນ​ໄລ­ຍະ 6 ເດືອນ​ຕົ້ນ​ປີ ແລະ ແຜນ​ວຽກ​ງານ​ຈຸດ​ສຸມ​ຮອດ​ເດືອນ​ສິງ­ຫາ 2020 ເຊິ່ງ​ຈັດ​ຂຶ້ນ​ເມື່ອ​ບໍ່​ດົນ​ຜ່ານ​ມາ​ນີ້​ວ່າ: ໃນ​ໄລ­ຍະ 6 ເດືອນ​ຕົ້ນ​ປີ 2020 ຜ່ານ​ມາ ທັງ​ສອງ​ກຳ­ລັງ (ປສຊ-ປກສ) ໄດ້​ສ້າງ​ແຜນ​ການ­ຈັດ­ຕັ້ງ​ກຳ­ລັງ​ກຽມ­ພ້ອມ​ສູ້​ຮົບ​ທີ່​ອາດ​ຈະ​ເກີດ​ຂຶ້ນ ຈັດ​ຕັ້ງ​ກຳ­ລັງ​ອອກ​ກວດ­ກາ​ລາດ­ຕະ­ເວນ​ລຽບ​ຕາມ​ເສັ້ນ­ທາງ ລຽບ​ຕາມ​ແມ່­ນ້ຳ​ຂອງ​ຕາມ​ຈຸດ​ຫຼໍ່​ແຫຼມ​ຕ່າງໆ ຂອບ​ເຂດ​ຄວາມ​ຮັບ­ຜິດ­ຊອບ​ຢ່າງ​ເປັນ​ປະ­ຈຳ ເກັບ​ກຳ​ຂໍ້​ມູນ​ການ​ສ້າງ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມ­ແຂງ​ສຳ­ເລັດ 2 ບ້ານ (ດ່ານ​ຄຳ ແລະ ໜອງ​ດາ) ຈັດ​ພິ­ທີ​ເປີດ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມ­ແຂງ​ໄດ້ 2 ບ້ານ (ຫ້ວຍ​ຫ້ອມ ແລະ ບ້ານ​ໃໝ່) ສ້າງ­ຕັ້ງ​ກຳ­ລັງ​ສຳ­ຮອງ​ຄືນ­ໃໝ່​ມີ 1 ກອງ­ຮ້ອຍ ແລະ ປະ­ກາດ​ກຳ­ລັງ​ກອງ​ຫຼອນ​ໄດ້ 32 ບ້ານ ນອກ​ນີ້ ໄດ້​ເອົາ­ໃຈ­ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ​ວຽກ​ຈຸດ​ສຸມ 3 ຫຼຸດ (ຫຼຸດ​ອຸ ບັດ​ເຫດ ຫຼຸດ​ຢາ​ເສບ​ຕິດ ແລະ ຫຼຸດ​ປາ­ກົດ­ການ​ຫຍໍ້­ທໍ້) ຕາມ​ຄຳ​ສັ່ງ​ເລກ​ທີ 27/ນຍ ຄຳ​ສັ່ງ​ເລກ​ທີ 01/ຈ​ນວ ເຮັດ​ໃຫ້​ສະ­ພາບ​ຢູ່​ເມືອງ​ສີ​ໂຄດ​ຕະ­ບອງ​ມີ​ສະ­ຖຽນ​ລະ​ພາບ​ທາງ​ດ້ານ​ການ­ເມືອງ ສັງ­ຄົມ​ມີ​ຄວາມ​ສະ ຫງົບ ແລະ ອົບ​ອຸ່ນ​ປອດ​ໄພ​ໂດຍ​ພື້ນ­ຖານ.

ໃນ 6 ເດືອນ​ຕົ້ນ​ປີ 2020 ສະ­ພາບ​ປາ­ກົດ­ການ​ຫຍໍ້­ທໍ້​ຢູ່​ພາຍ​ໃນ​ເມືອງ​ກໍ​ຍັງ​ສືບ­ຕໍ່​ເກີດ​ຂຶ້ນ​ຢູ່ ເຊິ່ງ​ສາ­ມາດ​ສະ­ຫຼຸບ ແລະ ສັງ​ລວມ ໄດ້​ດັ່ງ­ນີ້: ທົ່ວ​ເມືອງ​ມີ​ປະ­ກົດ​ການ​ຫຍໍ້­ທໍ້​ເກີດ​ຂຶ້ນ​ທັງ​ໝົດ 210 ເລື່ອງ ທຽບ­ໃສ່ 6 ເດືອນ​ທ້າຍ​ປີ 2019 ເຫັນ​ວ່າ​ເພີ້ມ​ຂຶ້ນ 29 ເລື່ອງ ສ້າງ​ຜົນ​ເສຍ​ຫາຍ​ເປັນ​ເງິນ​ກີບ 65 ລ້ານ​ກີບ ເງິນ​ບາດ 2.000 ບາດ ເງິນ​ຢວນ 8.000 ຢວນ ຄຳ​ຮູບ​ປະ­ພັນ 7 ບາດ ລົດ­ຈັກ 23 ຄັນ ແວ່ນ​ລົດ​ໃຫຍ່​ແຕກ 2 ຄັນ ແລະ ເຄື່ອງ​ອື່ນໆ​ອີກ​ຈຳ­ນວນ​ໜຶ່ງ ສະ­ພາບ​ອຸ­ບັດ­ເຫດ​ເກີດ​ຂຶ້ນ​ທັງ​ໝົດ 44 ເລື່ອງ ພາ­ຫະ­ນະ​ເປ່​ເພ 75 ຄັນ ມີ​ຜູ້​ໄດ້​ຮັບ​ບາດ­ເຈັບ 71 ຄົນ ເສຍ​ຊີ­ວິດ 9 ຄົນ ສະ­ພາບ​ອັກ­ຄີ​ໄຟ​ເກີດ​ຂຶ້ນ 2 ຄັ້ງ ມູນ​ຄ່າ​ເສຍ​ຫາຍ 1.344.200.000 ກີບ ປັດ­ຈຸ­ບັນ ໄດ້​ສຳ­ເລັດ​ໃນ​ການ​ລົງ​ປັບ­ປຸງ​ສຳ­ມະ­ໂນ​ຄົວ​ແບບ​ໃໝ່​ທັງ​ໝົດ 60 ບ້ານ.

ທົ່ວ​ເມືອງ​ສີ​ໂຄດ​ຕະ­ບອງ ມີ​ບ້ານ​ປອດ​ຢາ​ເສບ​ຕິດ​ທັງ​ໝົດ 60 ບ້ານ ບ້ານ​ປ້ອງ​ກັນ​ຄວາມ​ສະ­ຫງົບ​ດີ​ໄດ້ 59 ບ້ານ ຍັງ 1 ບ້ານ​ຄື:ບ້ານ​ດອນ​ຊີງ​ຊູ້ ຄອບ­ຄົວ​ປ້ອງ​ກັນ​ຄວາມ​ສະ­ຫງົບ​ດີ 19.281 ຄອບ­ຄົວ ເທົ່າ​ກັບ 70,51% (ຂອງ​ຈຳ­ນວນ​ຄອບ­ຄົວ​ທັງ​ໝົດ 27.345 ຄອບ­ຄົວ) ສຳ­ລັບ​ທິດ​ທາງ​ແຜນ­ການ​ຕໍ່­ໜ້າ ແມ່ນ ຈະ​ສືບ­ຕໍ່​ນຳ­ພາ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ ແລະ ຈັດ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໃນ​ສັງ­ຄົມ​ໃຫ້​ໄດ້​ຕາມ​ແຜນ­ການ ສືບ­ຕໍ່​ເພີ່ມ​ທະ­ວີ​ກວດ­ກາ​ສາ­ລະ​ເວ ກຳ​ໄດ້​ບັນ­ດາ​ຈຸດ​ຫຼໍ່​ແຫຼມ ແລະ ພວກ​ຄົນ​ບໍ່​ດີ ຮູ້​ໄດ້​ເປົ້າ​ໝາຍ​ທີ່​ຈະ​ກໍ່​ຄວາມ​ບໍ່​ສະ­ຫງົບ ພ້ອມ​ກັນ​ປ້ອງ​ກັນ​ໃຫ້​ທັນ​ເວ­ລາ ກຳ​ແໜ້ນ 4 ໜ້າ­ທີ່​ໃຫຍ່ 26 ແຜນ­ການ​ໄປ​ຜັນ​ຂະ­ຫຍາຍ​ເປັນ​ແຜນ​ອັນ​ລະ­ອຽດ ສືບ­ຕໍ່​ເອົາ­ໃຈ­ໃສ່​ວຽກ​ງານ​ຮັກ­ສາ​ຄວາມ​ສະ ຫງົບ ຄວາມ​ສະ­ຖຽນ​ລະ​ພາບ​ທາງ​ດ້ານ​ການ­ເມືອງ ແລະ ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໃນ​ສັງ­ຄົມ ພ້ອມ​ທັງ​ສຸມ​ໃສ່​ການ​ແກ້ ໄຂ​ປະ­ກົດ​ການ​ຫຍໍ້­ທໍ້​ຕ່າງໆ​ທາງ​ສັງ­ຄົມ​ທີ່​ເກີດ​ຂຶ້ນ ແລະ ບັນ­ຫາ​ອື່ນໆ.

error: Content is protected !!