ເຊີນທ່ຽວຊົມງານວາງສະແດງ ແລະ ຈໍາໜ່າຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ນວ

    ງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ແລະ ສິນຄ້າຄອບຄົວຕົວແບບຂອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີ VII ໄດ້ເປີດຢ່າງເປັນທາງການວັນທີ 17 ສິງຫາ 2020 ທີ່ສູນການຄ້າລາວ-ໄອເຕັກ ນວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນວ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍບັນດາການນໍາຂັ້ນ ນວ ເຈົ້າເມືອງ ຮອງເຈົ້າເມືອງ ຫົວໜ້າ ຮອງຫົວໜ້າພະແນກ ຫ້ອງການ ຫົວໜ່ວຍທຸລະກິດ ແລະ ແຂກຖືກເຊີນ.

     ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນວ ກ່າວວ່າ: ງານວາງສະແດງ ແລະ ຈໍາໜ່າຍຄັ້ງນີ້ມີຫົວໜ່ວຍທຸລະກິດເຂົ້າຮ່ວມຈໍານວນ 118 ຫົວໜ່ວຍ 157 ຫ້ອງ ແລະ 20 ເຕັ່ນ ທຽບໃສ່ປີ 2019 ຫຼຸດລົງ 18% ຍ້ອນຫົວໜ່ວຍທຸລະກິດພົບບັນຫາການແຜ່ລະບາດເຊື້ອພະຍາດໂຄວິດ-19 ແລະ ມີຜະລິດຕະພັນທີ່ມາຈາກພາຍໃນ ນວ ແລະ ບັນດາແຂວງໃນທົ່ວປະເທດ ທັງໝົດ 1.270 ຜະລິດຕະພັນ ໃນນີ້ຜະລິດຕະພັນສິນຄ້າອຸດສາຫະກໍາ-ຫັດຖະກໍາ 1.099 ຜະລິດຕະພັນ ກະສິກໍາ 133 ຜະລິດຕະພັນ ການບໍລິການວັດທະນະທໍາ ແລະ ທ່ອງທ່ຽວ 38 ຜະລິດຕະພັນ ລວມມູນຄ່າປະມານ 2,84 ຕື້ກີບ ນອກນີ້ພາຍໃນງານຍັງໄດ້ປະກາດຫົວໜ່ວຍທຸລະກິດທີ່ໄດ້ຮັບກາໝາຍໂອດ໋ອບແຫ່ງຊາດປະຈໍາປີ 2020 ຈໍານວນ 5 ຫົວໜ່ວຍ.

    ນອກຈາກນັ້ນ ພາຍໃນງານຍັງມີການຈັດສໍາມະນາໃຫ້ຫົວໜ່ວຍສິນຄ້າກາໝາຍໂອດ໋ອບ ແລະ ຫົວໜ່ວຍຄອບຄົວຕົວແບບໃນຫົວຂໍ້ ເສດຖະກິດໂລກ ແລະ ສປປ ລາວ ຫຼັງໂຄວິດ-19 ການນໍາໃຊ້ທຶນສົ່ງເສີມ SME ເພື່ອການຟື້ນຟູທຸລະກິດຫຼັງໂຄວິດ 19 ເຊິ່ງງານດັ່ງກ່າວຈະດໍາເນີນໄປຮອດວັນທີ 23 ສິງຫາ 2020 ສະນັ້ນ ຂໍເຊີນຊວນບັນດາບຸກຄົນ ນິຕິບຸກຄົນ ພໍ່ຄ້າຊາວຂາຍ ຫົວໜ່ວຍທຸລະກິດ ຕະຫຼອດພໍ່ແມ່ປະຊາຊົນ ນັກທ່ອງທ່ຽວພາຍໃນ ໃຫ້ເຂົ້າມາທ່ຽວຊົມງານ ເຊິ່ງມີຫຼາຍຜະລິດຕະພັນທີ່ເປັນສີໄມ້ລາຍມືຂອງຄົນລາວໃຫ້ທ່ານໄດ້ເລືອກຊື້ ແລະ ອື່ນໆ.

error: Content is protected !!