ພິທີເປີດບໍລິການ ຫຼັກໄຊ ຄລີນິກ (LUCKXAY CLINIC) ຈັດຂຶ້ນວັນທີ 14 ສິງຫາ 2020 ຢູ່ຄລີ ນິກດັ່ງກ່າວ (ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ) ໂດຍມີທ່ານ ດຣ ບຸນກອງ ສີຫາວົງ ລັດ ຖະມົນຕີກະຊວງສາທາລະນະສຸກ ທ່ານ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະ ເທດ ພ້ອມດ້ວຍຄະນະບໍລິຫານຫຼັກໄຊ ຄລີນິກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຈຸດປະສົງການສ້າງຫຼັກໄຊ ຄລີນິກ ແມ່ນເພື່ອເຕົ້າໂຮມບັນດາທ່ານໝໍ ຊ່ຽວຊານສະເພາະທາງຄົນລາວ ໃນສາຂາອາຊີບປິ່ນປົວຕ່າງໆ ມາລວມກັນໃຫ້ເປັນສູນບໍລິການດ້ານການສົ່ງເສີມສຸຂະພາບທີ່ສົມບູນແບບ ເພື່ອອຳນວຍຄວາມສະດວກໃຫ້ຜູ້ທີ່ມີເງື່ອນໄຂໃນການໃຊ້ຈ່າຍດ້ວຍຕົນເອງ ຫຼື ບ່ອນເຮັດວຽກທີ່ສັງກັດຢູ່ ຮັບຜິດຊອບຄ່າໃຊ້ຈ່າຍເພື່ອດູແລສຸຂະພາບ ຜູ້ບໍ່ມີເວລາ ຫຼື ບໍ່ສະດວກໃນການໄປໃຊ້ບໍລິການຕາມສະຖານທີ່ບໍລິການຂອງລັດ ເພື່ອຍົກສູງຄວາມຮູ້-ຄວາມສາມາດຂອງແພດລາວໃຫ້ສັງຄົມຍອມຮັບ ແລະ ເພື່ອໃຫ້ສັງຄົມມີທາງເລືອກໃນການໃຊ້ບໍລິການບ່ອນທີ່ສະດວກກວ່າ ແທນການໄປໃຊ້ບໍລິການຢູ່ຕ່າງປະເທດ ເຊິ່ງຫຼັກໄຊ ຄຣີນິກ ມີເຄື່ອງມື ອຸປະກອນການແພດທີ່ທັນສະໄໝ ຄົບຊຸດ ແລະ ມີການບໍລິການຫຼາຍດ້ານ ເຊັ່ນ: ພະແນກອາຍຸລະສາດ ຄື: ພະຍາດເບົາຫວານ ແລະ ຕ໋ອມຂັບຍ່ອຍໃນ ອື່ນໆ ພະຍາດຫົວໃຈ ແລະ ຫຼອດເລືອດ ພະຍາດລະບົບລະລາຍ (ກະເພາະລຳໄສ້ ແລະ ພະຍາດຕັບ) ກະດູກ ແລະ ຂໍ່ ພະຍາດຍິງ ກັ່ນກອງມະເຮັງປາກມົດລູກ ຝາກທ້ອງ ພະຍາດຫູ-ຕາ-ດັງ-ຄໍ ແລະ ພະແນກແຂ້ວ.
