ງານບຸນຊ່ວງເຮືອຢູ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ປະຈຳປີ 2020 ທີ່ສືບທອດກັນມາຫຼາຍເຊັ່ນຄົນ ຈະຈັດການແຂ່ງຂັນເປັນພຽງຮີດຄອງປະເພນີ ເພື່ອບໍ່ໃຫ້ມີມວນຊົນເຂົ້າຮ່ວມຈຳນວນຫຼາຍ ເພື່ອຮັບປະກັນບໍ່ໃຫ້ເກີດການລະບາດຂອງເຊື້ອພະຍາດໂຄວິດ-19 ເພື່ອເປັນການຜັນຂະຫຍາຍແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ຄຳສັ່ງຂອງພະນະທ່ານນາຍົກລັດຖະມົນຕີ ໃຫ້ປາກົດຜົນເປັນຈິງ.
ທ່ານ ຈັນສຸກ ພັນໂດລັກ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ສຳພາດວັນທີ 11 ສິງຫາ 2020 ວ່າ: ສະເພາະບຸນຫໍ່ເຂົ້າປະດັບດິນປີນີ້ ຈະຈັດພຽງຮີດຄອງປະເພນີ ເພື່ອບໍ່ປະລະຮີດໃຫ້ໝອງຄອງໃຫ້ເສົ້າ ໃນນັ້ນຈະໂຈະງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ເຊິ່ງປີນີ້ກົງກັບວັນທີ 17 ສິງຫາ 2020 ສ່ວນງານບຸນຊ່ວງເຮືອເພື່ອບູຊາແມ່ນ້ຳ ແລະ ສາຍນ້ຳບ່ອນສັກສິດຈະຈັດພິທີທາງສາສະໜາ ແລະ ຈັດແຂ່ງຂັນເຮືອ 1-2 ລ່ອງ ໂດຍປຸກລະດົມບັນດາບ້ານພາຍໃນນະຄອນທີ່ມີເຮືອຊ່ວງ ໃຫ້ເອົາເຮືອລົງພາຍຕາມປະເພນີ ໃນນັ້ນ ປະກອບມີທ່ານ້ຳບ້ານຫາດຮ່ຽນວັນທີ 12 ສິງຫາ 2020 ທ່ານ້ຳບ້ານສັງຄະໂລກ ວັນທີ 16 ສິງຫາ 2020 ແລະ ຍື່ງນ້ຳຄານວັນທີ 18 ສິງຫາ 2020 ສະເພາະຢູ່ຍື່ງນ້ຳຄານຈະມີເຮືອນາງດຳ-ນາງດ່ອນ ແລະ ເຮືອບັນດາບ້ານ ເຂົ້າຮ່ວມປະມານ 3 ຄູ່ ເພື່ອບໍ່ໃຫ້ມວນຊົນເຂົ້າຮ່ວມເປັນຈຳນວນຫຼາຍ.
ພ້ອມນີ້ ຍັງຈະໄດ້ຈັດພິທີຄອບສະຖານທີ່ສັກສິດອີກຫຼາຍແຫ່ງໂອກາດນີ້ ທ່ານເຈົ້ານະຄອນຫຼວງພະບາງ ໄດ້ຮຽກຮ້ອງໃຫ້ປະຊາຊົນນະຄອນຫຼວງພະບາງ ຈົ່ງພ້ອມກັນປະຕິບັດຮີດຄອງປະເພນີໃຫ້ຄົບ ໃນໂອກາດບຸນຫໍ່ເຂົ້າປະດັບດິນ ກໍຄື ບຸນຊ່ວງເຮືອເດືອນ 9 ທີ່ນະຄອນຫຼວງພະບາງໃນປີນີ້ ເພື່ອໃຫ້ບຸນປະເພນີອັນດັ່ງເດີມໄດ້ຮັບການສືບທອດຕໍ່ໄປ.