ພຶດຕິກຳທີ່ເຮັດໃຫ້ຜູ້ຍິງແກ່ກ່ອນໄວ

ແມ່ນ​ຢູ່​ວ່າ​ຮ່ອງ­ຮອຍ​ຕ້ອງ​ເພີ່ມ​ຂຶ້ນ​ຕາມ​ໄວ​ອາ­ຍຸ ຖ້າ​ອາ­ຍຸ​ຫຼາຍ​ຂຶ້ນ ຮ່ອງ­ຮອຍ​ກໍ​ຕ້ອງ​ເພີ່ມ​ຂຶ້ນ ແຕ່​ຮູ້​ບໍ​ວ່າ ມີ​ພຶດ­ຕິ​ກຳ​ໃນ​ຊີ­ວິດ​ປະ­ຈຳ​ວັນ​ຂອງ​ທ່ານ ທີ່​ເຮັດ​ໃຫ້​ຮ່ອງ­ຮອຍ​ເທິງ​ໃບ​ໜ້າ​ເກີດ​ຂຶ້ນກ່ອນ​ໄວ ລອງ​ມາ​ເບິ່ງ​ນຳ​ກັນ​ວ່າ​ມີ​ຫຍັງ​ແດ່ ເພື່ອ​ທີ່​ຈະ​ກຳ­ຈັດ​ພຶດ­ຕິ​ກຳ​ດັ່ງ­ກ່າວ.

1. ສູບ­ຢາ: ແນ່­ນອນ​ວ່າ ການ​ສູບ­ຢາ​ເປັນ​ສາ­ເຫດ​ສຳ­ຄັນ​ຂອງ​ການ​ເກີດ​ຮ່ອງ­ຮອຍ ແພດ​ຜູ້​ຊ່ຽວ­ຊານ​ດ້ານ​ຜິວ­ໜັງ ແລະ ສັນ​ຍະ​ກຳ​ຕົບ­ແຕ່ງ ເວົ້າ​ວ່າ ຖ້າ​ບໍ່​ຢາກ​ມີ​ຮ່ອງ­ຮອຍ ໜ້າ​ແກ່​ກ່ອນ​ໄວ ຄວນ​ເຊົາ​ສູບ­ຢາ.

2. ການ​ກິນ​ນ້ຳ­ຕານ​ຫຼາຍ: ຖ້າ​ຕ້ອງ­ການ​ໃຫ້​ຜິວ ພັນ​ເບິ່ງ​ແລ້ວ​ອ່ອນ​ກວ່າ​ໄວ ແລະ ມີ​ສຸ­ຂະ­ພາບ​ດີ ບໍ່​ຄວນ​ກິນ​ນ້ຳ­ຕານ​ຫຼາຍ ເພາະ​ການ​ກິນ​ນ້ຳ­ຕານ ຫຼື ສິ່ງ​ທີ່​ຫວານ​ຫຼາຍ ຈະ​ເຮັດ​ໃຫ້​ຕຸ້ຍ ແລະ ຄວາມ ຕຸ້ຍ​ນັ້ນ​ຈະ​ເຮັດ​ໃຫ້​ແກ່​ກ່ອນ​ໄວ​ອັນ​ຄວນ

3. ກິນ​ທາດ​ແອວ​ກໍ​ຮໍ: ແພດ​ຜູ້​ຊ່ຽວ­ຊານ​ດ້ານ​ການ​ສັນ​ຍະ​ກຳ​ຕົບ­ແຕ່ງ ບອກ​ວ່າ ການ​ກິນ​ທາດ​ແອວ​ກໍ​ຮໍ​ທຸກ​ຊະ­ນິດ ຈະ​ເຮັດ​ໃຫ້​ຜິວ​ແຫ້ງ ເຮັດ​ໃຫ້​ຕື່ນ​ໃນ​ຕອນ​ເຊົ້າ​ບໍ່​ສົດ­ຊື່ນ ຫາກ​ກິນ​ຕະ­ຫຼອດ​ຈະ​ເຮັດ​ໃຫ້​ຜິວ­ໜັງ​ເກີດ​ຮ່ອງ­ຮອຍ​ໄດ້​ງ່າຍ ເນື່ອງ​ຈາກ​ຂາດ​ຄວາມ​ຊຸ່ມ​ຊື່ນ ນອກ­ຈາກ​ນັ້ນ ແອວ​ກໍ​ຮໍ​ຍັງ ສົ່ງ​ຜົນ​ກະ­ທົບ​ຕໍ່​ລະ­ດັບ​ວິ­ຕາ­ມິນ​ໃນ​ຮ່າງ­ກາຍ ເຊິ່ງ ວິ­ຕາ­ມິນ​ດັ່ງ­ກ່າວ​ມີ​ຄວາມ​ສຳ­ພັນ​ຕໍ່​ອະ­ນຸ​ມູນ​ອິດ ສະ­ຫຼະ ແລະ ການ​ສ້າງ​ເຊວ​ໃໝ່ ຂອງ​ຜິວ­ໜັງ ແລະ ຮ່າງ­ກາຍ.

4. ບໍ່​ລ້າງ​ເຄື່ອງ​ສຳ­ອາງ: ຫາກ​ທ່ານ​ຕ້ອງ​ນອນ​ໂດຍ​ບໍ່​ລ້າງ​ເຄື່ອງ​ສຳ­ອາງ​ອອກ​ໃຫ້​ໝົດ​ເສຍ​ກ່ອນ ແນ່­ນອນ​ວ່າ​ຈະ​ເຮັດ​ໃຫ້​ເກີດ​ຮ່ອງ­ຮອຍ ດັ່ງ­ນັ້ນ ຖ້າ ຢາກ​ຮັກ­ສາ​ໜ້າ​ໃຫ້​ອ່ອນ​ເຍົາ​ດົນໆ ຄວນ​ລ້າງ​ເຄື່ອງ​ສຳ­ອາງ​ອອກ​ໃຫ້​ໝົດ​ກ່ອນ​ເຂົ້າ​ນອນ​ທຸກ​ຄັ້ງ.

5. ແກະ​ສິວ: ຄວນ​ເຊົາ​ການ​ແກະ​ສິວ ຄວນ​ປ່ອຍ​ໃຫ້​ມັນ​ຫຼຸດ​ອອກ​ມາ​ເອງ ຫຼື ອາດ​ຈະ​ໃຊ້​ຜະ­ລິດ​ຕະ​ພັນ​ຈາກ​ທຳ​ມະ​ຊາດ​ເພື່ອ​ຫຼຸດ​ການ​ເກີດ​ສິວ ໃຫ້​ຄິດ​ໄວ້​ສະ­ເໝີ​ວ່າ ທຸກ​ເທື່ອ​ທີ່​ເຮົາ​ແກະ​ສິວ ຈະ​ເຮັດ​ໃຫ້​ເກີດ​ການ​ລະ​ຄາຍ​ເຄືອງ ເຮັດ​ໃຫ້​ເກີດ​ເປັນ​ແຜ ແລະ ຮ່ອງ­ຮອຍ​ເວ­ລາ​ຕໍ່​ມາ.

6. ວິ­ທີ​ແຕ່ງ​ໜ້າ: ທີ່​ຕ້ອງ​ອາ­ໄສ​ການ​ດຶງ ການ​ຢືດ​ຜິວ­ໜັງ​ສ່ວນ​ຕ່າງໆ​ເທິງ​ໃບ​ໜ້າ ການ​ດຶງ ຫຼື ການ​ຢືດ​ໜ້າ ຈະ​ເຮັດ​ໃຫ້​ຜິວ­ໜັງ​ເກີດ​ຮ່ອງ­ຮອຍ​ໄດ້​ງ່າຍ.

7. ບໍ່​ໃຊ້​ຄີມ​ກັນ​ແດດ: ມີ​ຫຼາຍ​ຄົນ​ບໍ່​ມັກ​ໃຊ້​ຄີມ​ກັນ​ແດດ ເພາະ​ເສຍ​ເວ­ລາ ແຕ່​ເຊື່ອ​ວ່າ­ການ​ຖືກ​ແສງ​ແດດ​ແຮງໆ ບໍ່​ພໍ​ເທົ່າ­ໃດ​ນາ­ທີ ຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ກັບ​ຄໍ​ລາ​ເຈນ ແລະ ແສງ​ແດດ​ກໍ​ເປັນ​ສາ­ເຫດ​ໜຶ່ງ​ທີ່​ສຳ­ຄັນ​ຂອງ​ການ​ເກີດ​ຮ່ອງ­ຮອຍ.

8. ການ​ນອນ​ຂວ້ຳ: ເວ­ລາ​ເຮົາ​ນອນ​ຂວ້ຳ ໃບ​ໜ້າ​ຂອງ​ເຮົາ​ຖືກ​ເຕັງ​ກັບ​ໝອນ ເຊິ່ງ​ນັ້ນ​ກໍ​ເປັນ​ສາ­ເຫດ​ໜຶ່ງ​ຂອງ​ການ​ເກີດ​ຮ່ອງ­ຮອຍ ທາງ​ທີ່​ດີ​ຄວນ​ນອນ​ໝອນ​ທີ່​ອ່ອນ​ນຸ້ມ ຫຼື ຄວນ​ນອນ​ຫງາຍ​ຈະ​ດີ​ທີ່​ສຸດ.

ວ. ດາ­ລາ​ວົງ-ນຳ​ສະ­ເໜີ

error: Content is protected !!