ອະນາໄມລ່ວງຮ່ອງລະບາຍນໍ້າຢູ່ເຂດໄຟແດງທາດຫຼວງເພື່ອແກ້ໄຂນໍ້າຖ້ວມ

    ເຂດສີ່ແຍກໄຟອຳນາດ (ໄຟແດງ) ທາດຫຼວງ ເວລາຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງ ມັກຈະເກີດນໍ້າຖ້ວມ ສ້າງຄວາມຫຍຸ້ງຍາກໃຫ້ແກ່ການສັນຈອນຂອງຍານພາຫະນະ ດັ່ງນັ້ນ ຂະແໜງການກ່ຽວຂ້ອງພະແຍກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ຍທຂ ນວ) ສົມທົບກັບພາກສ່ວນກ່ຽວຂ້ອງ ໄດ້ອະນາໄມເອົາຕະກອນອອກຈາກທໍ່ລະບາຍນໍ້າແຕ່ໄຟແດງທາດຫຼວງຫາຂົວຫົວຂົວທັງສອງຟາກ ມີຄວາມຍາວ 1.600 ແມັດ ເລີ່ມຈັດຕັ້ງປະຕິບັດວັນທີ 15 ສິງຫາ 2020 ແລະ ຄາດວ່າຈະສຳເລັພາຍໃນ 7 ວັນ ນອກຈາກນີ້ແລ້ວ ຍັງມີແຜນປັບປຸງລະບົບທໍ່ຕື່ມອີກ ເພື່ອໃຫ້ນໍ້າໄຫຼສະດວກ.

ອະນາໄມລ່ວງຮ່ອງລະບາຍນໍ້າຢູ່ເຂດໄຟແດງທາດຫຼວງ
error: Content is protected !!