ຮອງລັດຖະມົນຕີກະຊວງ ຖວທ ຊຸກຍູ້ສົ່ງເສີມແຫຼ่ງທ່ອງທ່ຽວພາຍໃນນະຄອນຫຼວງວຽງຈັນ

    ເພື່ອເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວພາຍໃນນະຄອນຫຼວງວຽງຈັນ ວັນທີ 15 ສິງຫາ 2020 ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະ ແລະ ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ນວ) ໄດ້ທ່ຽວຊົມຫໍພິພິທະພັນວຽງຈັນສີລະປະຮ່ວມສະໄໝ ທີ່ບ້ານຊ້າງຄູ້ ເມືອງໄຊທານີ ນວ ຖືກຕ້ອນຮັບຈາກທ່ານ ພິຊິດ ໄຊຍະທິດ ຜູ້ກໍ່ສ້າງພິພິທະພັນວຽງຈັນສີລະປະຮ່ວມສະໄໝ.

ພິພິທະພັນວຽງຈັນສີລະປະຮ່ວມສະໄໝ ເປັນພິພິທະພັນໜຶ່ງທີ່ໄດ້ມີການສະສົມຊາກໄມ້ ຕູດໄມ້ ຮາກໄມ້ ແລະ ທ່ອນໄມ້ຢູ່ຕາມຫົວໄຮ່ປາຍນາຂອງປະຊາຊົນ ມາສ້າງຄຸນຄ່າ ແກະສະຫຼັກເປັນລວດລາຍຕ່າງໆທີ່ຕິດພັນກັບວັດທະນະທໍາລາວ ແລະ ວັດທະນະທໍາຂອງບັນດາປະເທດສະມາຊິກອາຊຽນຈໍານວນໜຶ່ງ ເຊິ່ງໄດ້ສະສົມເປັນ ເວລາ 20 ກວ່າປີ ມີຫຼາຍກວ່າ 3.000 ອັນ ເຊິ່ງໄດ້ເປີດຢ່າງເປັນທາງການໃນເດືອນກຸມພາ ປີ 2019 ພາຍຫຼັງທີ່ເປີດແລ້ວໄດ້ມີແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມເປັນຈໍານວນຫຼວງຫຼາຍ ໂດຍສະເພາະແມ່ນນັກທ່ອງທ່ຽວຈາກ ສປ ຈີນ ຍີ່ປຸ່ນ ສ ເກົາຫຼີ ແລະ ເອີຣົບ. 

    ນອກນີ້ ທ່ານ ບົວເງິນ ຊາພູວົງ ພ້ອມຄະນະ ກໍໄດ້ໄປທ່ຽວຊົມພະທາດເຈດີວັດຖິ່ນຊ້ອຍ ບ້ານ ແລະ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ຢ້ຽມຢາມ ແລະ ສໍາຫຼວດໂຄງການປະຕິສັງຂອນພະທາດຖິ່ນຊ້ອຍ ຢູ່ບ້ານ ແລະ ເມືອງປາກງື່ມ ນວ ໂດຍມີທ່ານ ພອນຈັນ ແພງພູວັນ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນວ ຫົວໜ້າໜ່ວຍງານເຕັກນິກປະຕິສັງຂອນພະທາດຖິ່ນຊ້ອຍ ທ່ານ ກອງມີ ສີສະໝຸດ ຮອງເຈົ້າເມືອງປາກງື່ມ ພ້ອມດ້ວຍອໍານາດການປົກຄອງບ້ານ ແລະ ເຖົ້າແກ່ແນວໂຮມໃຫ້ການຕ້ອນຮັບ.

    ການລົງສໍາຫຼວດຄັ້ງນີ້ ທ່ານ ບົວເງິນ ຊາພູວົງ ໄດ້ໃຫ້ທິດຊີ້ນໍາໂດຍໃຫ້ປັບປຸງ ສ້ອມແປງເສັ້ນທາງແຕ່ຖະໜົນເລກທີ 13 ໃຕ້ເຂົ້າໄປຫາພະທາດຖິ່ນຊ້ອຍໃຫ້ມີຄວາມສະດວກສະບາຍ ໂດຍການສືບຕໍ່ລະດົມທຶນຈາກທຸກພາກສ່ວນໃຫ້ມີສ່ວນຮ່ວມໃນການສ້ອມແປງເສັ້ນທາງ ແລະ ບູລະນະປະຕິສັງຂອນພະທາດຖິ່ນຊ້ອຍໃຫ້ມີຄວາມສວຍງາມ ຍືນຍົງ ພ້ອມກັນອະນຸຮັກຕົ້ນໄມ້ໃຫຍ່ພາຍໃນວັດໃຫ້ຢູ່ໃນສະພາບເດີມ ເພື່ອເພີ່ມປ່າປົກຫຸ້ມສີຂຽວ ເຮັດໃຫ້ພະທາດຖິ່ນຊ້ອຍກາຍເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທໍາທີ່ຕິດພັນກັບທໍາມະຊາດສີຂຽວງົດງາມ ແລະ ມີສະພາບແວດລ້້ອມທີ່ດີ.

error: Content is protected !!