ຄະນະພັກຮາກຖານຫ້ອງວ່າການ ນວ ໄດ້ພິຈາລະນາຮັບຮອງເອົາບົດລາຍງານການເມືອງ

     ກອງປະຊຸມໃຫຍ່ຄັ້ງທີ III ຂອງຄະນະພັກຮາກຖານຫ້ອງວ່າການນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນວັນທີ 14 ສິງຫາ 2020 ຢູ່ຫ້ອງວ່າການປົກຄອງ ນວ ເປັນປະທານຂອງສະຫາຍນາງ ບົວວອນ ສຸກລາແສງ ຮັກສາການຄະນະພັກຮາກຖານ ຫົວໜ້າຫ້ອງວ່າການປົກຄອງ ນວ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງ ນວ ທ່ານ ສີຫຸນ ສິດທິລືໄຊ ຮອງເລຂາຄະນະພັກ ຮອງເຈົ້າຄອງ ນວ ພ້ອມດ້ວຍບັນດາສະມາຊິກພັກສົມບູນ ສໍາຮອງ ແລະ ແຂກຖືກເຊີນ.

    ສະຫາຍ ນາງ ບົວວອນ ສຸກລາແສງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ສຸມໃສ່ພິຈາລະນາຮັບຮອງເອົາຮ່າງລາຍງານການເມືອງ ຮັບຟັງເນື້ອໃນບົດສໍາຫຼວດລວມຂອງຄະນະພັກຮາກຖານຫ້ອງວ່າການ ນວ ແລະ ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະພັກຮາກຖານຊຸດໃໝ່ ເພືີ່ອສືບຕໍໍ່ນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ III ແລະ ເລືອກຕັ້ງເອົາຜູ້ແທນເພືີ່ອເປັນຕົວແທນຂອງຄະນະພັກຮາກຖານຫ້ອງວ່າການ ນວ ໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກ ນວ ພິເສດ ກອງປະຊຸມໃຫຍ່ຂອງພວກເຮົາຍັງຈະໄດ້ຮັບກຽດຟັງຄໍາໂອ້ລົມຈາກສະຫາຍ ສີຫູນ ສິດທິລືໄຊ ຮອງເລຂາຄະນະພັກ ຮອງເຈົ້າຄອງ ນວ ເຊິ່ງຈະເປັນທິດຊີ້ນໍາໃຫ້ແກ່ຄະນະພັກຮາກຖານຫ້ອງວ່າການ ນວ ຊຸດ ໃໝ່ ແລະ ສະມາຊິກພັກ ໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປາກົດຜົນເປັນຈິງ.

    ສໍາລັບການປ່ອນບັດເລືອກຕັ້ງເອົາຄະນະພັກຮາກຖານຊຸດໃໝ່ຄັ້ງນີ້ ມີຜູ້ລົງສະໝັກ 6 ສະຫາຍ ເລືອກເອົາ  5 ສະຫາຍ ໃນນີ້ ສາມາດເລືອກໄດ້ສະຫາຍ ນາງ ບົວວອນ ສຸກລາແສງ ເປັນເລຂາ ສະຫາຍ ດາວຽງສັກ ຫວ່າງວິຈິດ ເປັນຮອງເລຂາ ສະຫາຍ ວຽງສະໄໝ ພາສະເຫຼີມສຸກ ເປັນຮອງເລຂາ ທັງເປັນປະທານກວດກາ ສະຫາຍ ຄໍາພາວ ໂພຂາວ ແລະ ສະຫາຍ ສອນໄຊ ສີສົມພັນ ເປັນຄະນະ.

error: Content is protected !!