ມອບ-ຮັບໜ້າທີ່ປະທານສະຫະພັນກໍາມະບານ ນວ

    ພິທີມອບ-ຮັບໜ້າທີ່ລະຫວ່າງທ່ານ ແກ່ນຄໍາ ຫົດທິລາດ ປະທານສະຫະພັນກຳມະບານ ນະຄອນຫຼວງວຽງຈັນ (ຜູ່ເກົ່າ) ແລະ ທ່ານ ດາວເພັດ ອາລຸນ ປະທານສະຫະພັນກຳມະບານ ນະຄອນຫຼວງວຽງຈັນ (ຜູ້ໃໝ່) ຈັດຂຶ້ນວັນທີ 14 ສິງຫາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍມີທ່ານ ບຸນທອງ ພົມມະຈັນ ຫົວໜ້າຈັດຕັ້ງນະຄອນຫຼວງວຽງຈັນ ທ່ານ ວັນຄໍາ  ໄຊຍະຮັກ ຫົວໜ້າກົມຈັດຕັ້ງສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍຄະນະບໍລິຫານງານ ສະຫະພັນກຳມະບານ ນະຄອນຫຼວງວຽງຈັນ ປະທານສະຫະພັນກຳມະບານພະແນກການ ແລະ ເມືອງເຂົ້າຮ່ວມ.

    ການມອບຮັບໜ້າທີ່ຄັ້ງນີ້ແມ່ນອີງຕາມມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 031/ກມສພ ວ່າດ້ວຍວຽກງານຄຸ້ມຄອງພະນັກງານ ອີງຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບເລກທີ 74/ສພຊ ມາດຕາ 70 ການຮັບອຸດໜູນບໍານານ ຕາມໃບສະເໜີຂອງຄະນະສູນກາງພັກ ສະບັບເລກທີ 123/ຄຈສພ ອີງຕາມໜັງສືແຈ້ງຕອບຂອງສູນກາງສະຫະພັນກຳມະບານລາວ ສະບັບເລກທີ 739/ສກລ ແຈ້ງການຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 156/ຄຈສພ ແລະ ອີງຕາມໜັງສືສະເໜີຂອງຄະນະຈັດຕັ້ງນະຄອນຫຼວງວຽງຈັນ ສະບັບເລກທີ 749/ຄຈນວ  ຄະນະປະຈໍານະຄອນຫຼວງວຽງຈັນ ໄດ້ແຕ່ງຕັ້ງທ່ານ ດາວເພັດ ອາລຸນ ເຈົ້າເມືອງສັງທອງ ເປັນປະທານສະຫະພັນກຳມະບານນະຄອນຫຼວງວຽງຈັນ ເນື່ອງຈາກວ່າທ່ານ ແກ່ນຄໍາ ຫົດທິລາດ ອອກພັກການ-ຮັບອຸດໜູນບໍານານ.

error: Content is protected !!