ສ​ ເກົາຫຼີ​-ອຸຍນີເຊັບ ສະໜອງພາຫະນະເຂົ້າໃນການບໍລິການປົກປ້ອງເດັກແຂວງອັດຕະປື

     ພິທີມອບ-ຮັບ​ພາຫະນະ​ (ລົດກະບະ​ 1​ ຄັນ)​ ຈາກລັດຖະບານ ສ​ ເກົາຫຼີ​ ແລະ​ ອົງການອຸຍນີເຊັບ ປະຈໍາລາວ ໃຫ້ແກ່ກະຊວງແຮງງານ ແລະ​ ສະຫວັດດີການສັງຄົມ​ ເພື່ອນໍາໃຊ້ເຂົ້າໃນການຕິດຕາມກວດກາ ແລະ​ ໃຫ້ບໍລິການປົກປ້ອງເດັກ ໃຫ້ແກ່ເດັກນ້ອຍຢູ່ແຂວງອັດຕະປື ສປປ ​ລາວ​ ຈັດຂຶ້ນວັນທີ​ 14​ ສິງຫາ​ 2020​ ຢູ່ກະຊວງແຮງງານ​ ແລະ​ ສະຫວັດດີການສັງຄົມ.

    ເລີ່ມແຕ່ເດືອນທັນວາ 2018​ ເປັນຕົ້ນມາ ແຜນງານປັບປຸງຊີວິດການເປັນຢູ່ຂອງເດັກໃນແຂວງອັດຕະປື ໂດຍການສະໜອງການເບິ່ງແຍງດູແລທີ່ດີແກ່ເດັກ ແລະ​ ການສ້າງລະບົບປົກປ້ອງເດັກ ຈໍານວນ​ 58​ ຄົນ​ ທີ່ບໍ່ມີການເບິ່ງແຍງດູແລຂອງພໍ່ແມ່ ແລະ​ ສະໜັບສະໜູນການສ້າງຄວາມສາມາດຂອງພະນັກງານບໍລິຫານດ້ານສັງຄົມສົງເຄາະ 106 ຄົນ​ ໃນຂັ້ນແຂວງ ຂັ້ນເມືອງ ແລະ​ ຂັ້ນບ້ານ ຢູ່ແຂວງອັດຕະປື ກ່ຽວກັບສິດທິເດັກ ການຄຸ້ມຄອງບໍລິຫານກໍລະນີ ແລະ​ ວຽກງານສັງຄົມສົງເຄາະ. 

    ທ່ານ​ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ​ ສະຫວັດດີການສັງຄົມ​ ກ່າວວ່າ:ລັດຖະບານລາວ  ເອົາໃຈໃສ່ເປັນພິເສດຕໍ່ການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບປ້ອງກັນເດັກ  ເພື່ອສະໜັບສະໜູນຊຸມຊົນ ລວມທັງເດັກ ຄອບຄົວ​ ແລະ ​ຜູ້ເບິ່ງແຍງດູແລເດັກ ໂດຍການເປັນຄູ່ຮ່ວມຢ່າງແໜ້ນແຟ້ນ ລະຫວ່າງລັດຖະບານ ອົງການສະຫະປະຊາຊາດ ອົງການຈັດຕັ້ງທາງສັງຄົມ ຄູ່ຮ່ວມພັດທະນາ ແລະ ​ພາກເອກະຊົນ ເພື່ອປົກປ້ອງເດັກ. 

    ທ່ານ​ ຊິງຊຸງຊຸນ ເ​ອກອັກຄະລັດຖະທູດແຫ່ງ ສ​ ເກົາຫຼີ​ ປະຈໍາລາວ​ ກ່າວວ່າ: ດ້ວຍການປະກອບສ່ວນນີ້ ໂດຍຮ່ວມກັບລັດຖະບານ ສປປ​ ລາວ​ ແລະ​ ອົງການອຸຍນີເຊັບ​ ລັດຖະບານ​ ແລະ​ ປະຊາຊົນ​ ສ​ ເກົາຫຼີ​ ເຊື່ອວ່າຈະສາມາດເຮັດໃຫ້ການບໍລິການປົກປ້ອງເດັກທີ່ຈໍາເປັນ ແລະ​ ການຊ່ວຍກອບກູ້ຊີວິດທີ່ຢູ່ໃກ້ປະຊາຊົນ​ທີ່ຕ້ອງການບໍລິການປົກປ້ອງໃນແຂວງອັດຕະປື ຕື່ມອີກ

# ຂ່າວ & ພາບ: ສີພອນ

error: Content is protected !!