
ພິທີສະເຫຼີມສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 70 ປີ (ວັນທີ 13 ສິງຫາ 1950 ຫາ 13 ສິງຫາ 2020) ຈັດຂຶ້ນທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ ໃຫ້ກຽດໂອ້ລົມພິທີຄັ້ງນີ້ ໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມນີ້ ມີທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ມີຄະນະນຳກະຊວງ ຖວທ ກົມກອງວິຊາການ ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີອັນມີຄວາມໝາຍຄວາມສຳຄັນໃນຄັ້ງນີ້ ນອກຈາກໄດ້ຮັບຝັງປະຫວັດມູນເຊື້ອແຫ່ງການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງສື່ມວນຊົນລາວ ແລະ ວຽກງານພິມຈຳໜ່າຍໃນແຕ່ລະໄລຍະ ແລ້ວຍັງໄດ້ມີການມອບລາງວັນໃຫ້ແດ່ບັນດາອົງກອນສື່ມວນຊົນ ແລະ ການພິມຈຳໜ່າຍ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນ ເຂົ້າໃນການໂຄສະນາຕ້ານໄພພິບັດລະດັບຊາດໃນໄລຍະຜ່ານມາ ເຊິ່ງມີທັງໝົດ 40 ພາກສ່ວນ ນອກຈາກນີ້ ພາຍໃນງານຍັງມີການວາງສະແດງຜົນງານຂອງສື່ມວນຊົນ ແລະ ການພິມຈຳໜ່າຍຈາກພາກສ່ວນຕ່າງໆນຳອີກ.



