ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຖະແຫຼງຕໍ່ສື່ມວນຊົນວັນທີ 14 ສິງຫາ 2020 ຢູ່ກະຊວງສາທາລະນະສຸກວ່າ: ໃນວັນທີ 13 ສິງຫາ 2020 ໄດ້ເກັບຕົວຢ່າງມາວິເຄາະທັງໝົດ 115 ຄົນ ທີ່ຂີ່ຍົນຖ້ຽວບິນ QV922A ບິນຈາກສະໜາມບິນອິນຊອນ ສ ເກົາຫຼີ ມາສະໜາມບິນວັດໄຕ ນະຄອນຫຼວງວຽງຈັນ ໃນວັນທີ 12 ສິງຫາ 2020 ເຊິ່ງຜົນການເກັບຕົວຢ່າງທັງໝົດ ໄດ້ພົບຜູ້ຕິດເຊື້ອໃໝ່ 2 ກໍລະນີຄື: ກໍລະນີທີ 21 ແລະ 22.

ໃນນັ້ນ ກໍລະນີ 21 ເປັນເພດຊາຍ ອາຍຸ 30 ປີ ສັນຊາດລາວ ເປັນພະນັກງານໄປເຝີກງານຢູ່ໄຕ້ຫວັນ ສປ ຈີນ ເດີນທາງໃນວັນທີ 11 ສິງຫາ 2020 ມາຜ່ານສະໜາມບິນເມືອງອິນຊອນ ສ ເກົາຫຼີ ແລະ ໄດ້ນອນພັກຢູ່ສະໜາມບິນ 18 ຊົ່ວໂມງ ຈາກນັ້ນໄດ້ຂຶ້ນເຄື່ອງຕໍ່ມາຢູ່ສະໜາມບິນວັດໄຕ ໃນວັນທີ 12 ສິງຫາ 2020 ແລະ ເຂົ້າຈຳກັດບໍລິເວນຢູ່ໂຮງແຮມທີ່ທາງຄະນະສະເພາະກິດກຳນົດໄວ້ ແລະ ໄດ້ກັ່ນຕອງອຸນຫະພູມ ແລະ ເກັບຕົວຢ່າງຢູ່ສະໜາມບິນສາກົນວັດໄຕ ຕໍ່ມາວັນທີ 13 ສິງຫາ 2020 ຜົນກວດອອກມາເປັນບວກ ຈຶ່ງໄດ້ສົ່ງຜູ້ກ່ຽວເຂົ້າແຍກປ່ຽວນອນຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍມິດຕະພາບ.

ກໍລະນີທີ 22 ເປັນເພດຍິງ ອາຍຸ 25 ປີ ສັນຊາດລາວ ເປັນນັກສຶກສາເດີນທາງມາຈາກເມືອງຊີອາໂຕ ສະຫະຫະລັດອາເມຣິກາ ໃນວັນທີ 10 ສິງຫາ 2020 ເດີນທາງຜ່ານ ສ ເກົາຫຼີ ເມືອງອິນຊອນ ເດີນທາງດ້ວຍຖ້ຽວບິນດຽວກັນກັບກໍລະນີທີ 21 ພາຍຫຼັງເດີນທາງມາຮອດສະໜາມບິນສາກົນວັດໄຕ ກໍໄດ້ເກັບຕົວຢ່າງມາກວດ ຜົນການກວດອອກມາກໍເປັນບວກ ຈາກນັ້ນໄດ້ສົ່ງໄປແຍກປ່ຽວ ແລະ ຕິດຕາມອາການຢູ່ໂຮງໝໍມິດຕະພາບເຊັ່ນດຽວກັນ ສ່ວນຜູ້ໂດຍສານ ແລະ ຜູ້ໃກ້ຊິດທີ່ຂີ່ຍົນມາລຳດຽວກັນ ກໍໄດ້ເກັບຕົວຢ່າງມາກວດຄືນ ເຊິ່ງຜົນກວດເປັນລົບ ແລະ ສືບຕໍ່ກັກບໍລິເວນຢູ່ສູນທີ່ທາງຄະນະສະເພາະກຳໄວ້ຈົນກວ່າຈະຄົບ 14 ວັນ.
ສຳລັບການຕິດຕາມອາການກໍລະນີທີ 20 ທີ່ນອນປິ່ນປົວຕິດຕາມອາການຢູ່ໂຮງໝໍມິດຕະພາບ ປັດຈຸບັນເຫັນວ່າຜູ້ກ່ຽວມີອາການປົກກະຕິ ແລະ ສືບຕໍ່ຕິດຕາມອາການຢ່າງໃກ້ຊິດ.

ທ່ານ ດຣ ພູທອນ ເມືອງປາກ ໄດ້ຮຽກຮຽກຮ້ອງມາຍັງພໍ່ແມ່ປະຊາຊົນໃນທົ່ວສັງຄົມບໍ່ໃຫ້ແຕກຕື່ມ ເຊິ່ງການຕິດເຊື້ອເພີ່ມຂອງ 3 ກໍລະນີນີ້ ບໍ່ແມ່ນການລະບາດຄັ້ງໃໝ່ ແລະ ບໍ່ໄດ້ຂະຫຍາຍເປັນວົງກວ້າງທີ່ຕິດຕໍ່ໃສ່ຜູ້ໃກ້ຊິດອື່ນໆ ເພາະວ່າພວກເຮົາໄດ້ຄົ້ນພົບໂດຍໄວ ແລະ ໄດ້ແຍກປ່ຽວຕາມມາດຕະການປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ຢ່າງເຂັ້ມງວດ ພ້ອມນີ້ ໃຫ້ຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດມາດຕະການປ້ອງກັນການຕິດເຊື້ອຂອງຄະນະສະເພາະກິດວາງອອກຢ່າງຖືກຕ້ອງ ແລະ ເຂັ້ມງວດ.