ວຽກງານໃຫ້ວັກແຊັງກັນພະຍາດ ເປັນວຽກງານໜຶ່ງທີ່ຊ່ວຍຫຼຸດຜ່ອນອັດຕາການເຈັບເປັນ ແລະ ການຕາຍຂອງແມ່ ແລະ ເດັກ ຈາກພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກແຊັງ ເພື່ອບັນລຸອັດຕາການໃຫ້ວັກແຊັງກັນພະຍາດທີ່ໄດ້ກຳນົດໄວ້ຄື: ເດັກທີ່ໄດ້ສັກຢາຄົບກ່ອນ 1 ປີ ຢ່າງໜ້ອຍ 95% ໃນແຕ່ລະເມືອງ ເພື່ອບໍ່ໃຫ້ມີການລະບາດຂອງພະຍາດໂປລິໂອພາຍໃນປະເທດ ຈົນກວ່າຈະມີການຢັ້ງຢືນລຶບລ້າງພະຍາດໂປລິໂອໃນທົ່ວໂລກ ແລະ ເພື່ອຄວບຄຸມການລະບາດຂອງພະຍາດໝາກແດງໃຫຍ່ ໝາກແດງນ້ອຍ.
ຜ່ານມາ ວຽກງານໃຫ້ວັກແຊັງກັນພະຍາດກໍ່ມີສິ່ງທ້າທາຍຫຼາຍຢ່າງ ລວມທັງການລະບາດພະຍາດໂຄວິດ-19 ກໍເປັນຜົນກະທົບຕໍ່ການໃຫ້ວັກແຊັງ ແລະ ການມາຮັບບໍລິການສຸຂະພາບແມ່ ແລະ ເດັກ ເນື່ອງຈາກວ່າທຸກພາກສ່ວນ ຕ້ອງໄດ້ປະຕິບັດຄຳສັ່ງຂອງລັດຖະບານໃນການປິດເມືອງ ປິດການສັນຈອນ ແລະ ໃຫ້ທຸກຄົນຢູ່ບ້ານ ເພື່ອເປັນການຢັບຢັ້ງການແຜ່ລະບາດຂອງພະຍາດໂຄວິດ-19 ນອກນັ້ນ ບັນຫາຂອງສະຖານທີ່ບໍລິການໃຫ້ວັກແຊັງກັນພະຍາດ ຍັງບໍ່ທັນເໝາະສົມການບໍລິການເຄື່ອນທີ່ ຍັງບໍ່ມີຮູບແບບການບໍລິການສະເພາະທີ່ແທດເໝາະສຳລັບ ເຂດທີ່ມີຄວາມສ່ຽງ ລວມທັງການປະສານງານລະຫວ່າງ ຂະແໜງການສາທາລະນະສຸກ ກັບຄະນະກຳມາທິການເພື່ອແມ່ ແລະ ເດັກໃນແຕ່ລະຂັ້ນ ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ ຕໍ່ບັນຫານີ້ ຈຶ່ງເຫັນວ່າຍັງມີ 15 ແຂວງທີ່ຍັງບໍ່ບັນລຸຄາດໝາຍທີ່ຕັ້ງໄວ້ ແລະ ມີໂອກາດທີ່ຈະເຮັດໃຫ້ເດັກນ້ອຍມີການເຈັບເປັນ ຍ້ອນພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກແຊັງນີ້ສູງ.
ເພື່ອເປັນການຄົ້ນຄວ້າຊອກຫາວິທີແກ້ໄຂບັນຫານີ້ ເຊິ່ງມີຄວາມຈຳເປັນທີ່ຕ້ອງກຳນົດແຜນການຢ່າງລະອຽດ ແລະ ແທດເໝາະກັບສະຂອງທ້ອງຖິ່ນ ເພື່ອສຸມໃສ່ການໃຫ້ວັກແຊັງໃນ 6 ເດືອນທ້າຍປີ ໃຫ້ໄດ້ຕາມເປົ້າໝາຍທີ່ຕັ້ງໄວ້ ດັ່ງນັ້ນ ສູນສຸຂະພາບແມ່ ແລະ ເດັກ ກະຊວງສາທາລະນະສຸກ ຈຶ່ງໄດ້ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດວຽກງານ ໃຫ້ວັກແຊັງກັນພະຍາດ 6 ເດືອນຕົ້ນປີຂຶ້ນວັນທີ 12-14 ສິງຫາ 2020 ທີ່ເມືອງວັງວຽງ ແຂວງວຽງຈັນ ມີທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫົວໜ້າພະແນກສາທາລະນະສຸກ 18 ແຂວງເຂົ້າຮ່ວມ.