ຖ້າພົບເຫັນຂາຍເກີນລາຄາທີ່ກຳນົດ ແມ່ນຈະຖືກປັບໃໝ

ທ່ານ ນາງ ວັນ​ມະ­ນີ ພິມ​ມະ​ສານ ຫົວ­ໜ້າ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໄດ້​ໃຫ້​ສຳ­ພາດ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ປັດ­ຈຸ­ບັນ​ມີ​ພຽງ 8 ປະ­ເພດ​ສິນ­ຄ້າ​ທີ່​ສາ­ມາດ​ຄວບ​ຄຸມ​ໄດ້​ປະ­ກອບ​ມີ: ນ້ຳ­ມັນ​ເຊື້ອ​ໄຟ ອາຍ​ແກັສ ຊີ້ນ (ຊີ້ນ​ໝູ ງົວ ຄວາຍ) ປາ​ນິນ ຊີ­ມັງ ເຂົ້າ­ໜຽວ​ປະ­ເພດ 2  ໄກ່​ປອກ ແລະ ເຫຼັກ​ເສັ້ນ ໃນ​ນັ້ນ ນວ ຄວບ​ຄຸມ​ໂດຍ​ກົງ​ມີ 6 ປະ­ເພດ ສ່ວນ 2 ປະ­ເພດ​ຄື: ນ້ຳ­ມັນ​ອາຍ​ແກັສ ແລະ ນ້ຳ­ມັນ​ເຊື້ອ​ໄຟ ແມ່ນ​ຂຶ້ນ​ກັບ​ການ​ຄວບ​ຄຸມ​ຂອງ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ແຕ່​ປັດ­ຈຸ­ບັນ ນວ ສາ­ມາດ​ເອົາ​ເຂົ້າ​ໃນ​ໂຄງ​ປະ­ກອບ​ລາ­ຄາ​ສິນ­ຄ້າ​ໄດ້​ພຽງ 3 ຊະ­ນິດ​ຄື: ປາ​ນິນ ເຂົ້າ­ໜຽວ​ປະ­ເພດ 2 ແລະ ຊີ້ນ​ໝູ ເຊິ່ງ 3 ປະ­ເພດ​ສິນ­ຄ້າ​ນີ້ ນວ ສາ­ມາດ​ຜະ­ລິດ​ຕອບ​ສະ­ໜອງ​ໃຫ້​ຕະ­ຫຼາດ​ຈຳ­ໜ່າຍ​ໄດ້​ພຽງ­ພໍ ສ່ວນ​ທີ່​ເຫຼືອ​ແມ່ນ​ຍັງ​ບໍ່​ສາ­ມາດ​ເອົາ​ເຂົ້າ​ໃນ​ໂຄງ​ປະ­ກອບ​ລາ­ຄາ​ໄດ້ ເນື່ອງ​ຈາກ​ການ​ຕອບ​ສະ­ໜອງ​ຍັງ​ບໍ່​ພຽງ­ພໍ​ກັບ​ຄວາມ​ຕ້ອງ­ການ​ຂອງ​ຕະ­ຫຼາດ ຍັງ​ຕ້ອງ​ໄດ້​ນຳ​ເຂົ້າ.

ສຳ­ລັບ​ຜູ້​ດຳ­ເນີນ​ທຸ­ລະ​ກິດ ຖ້າ​ບໍ່​ຕິດ​ປ້າຍ​ລາ­ຄາ ຫຼື ຂາຍ​ເກີນ​ໂຄງ​ລາ­ຄາ​ທີ່​ກຳ­ນົດ​ໃຫ້ ຈະ​ຖື​ວ່າ​ລະ­ເມີດ​ຕໍ່​ດຳ­ລັດ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ລາ­ຄາ​ສິນ­ຄ້າ ແລະ ຄ່າ​ບໍ­ລິ­ການ ເຊິ່ງ​ພາຍ­ຫຼັງ​ທີ່​ໄດ້​ຮັບ​ການ​ຕັກ­ເຕືອນ ແລະ ສຶກ​ສາ​ອົບ­ຮົມ​ມາ​ແລ້ວ​ຄັ້ງ​ທີ 2 ຈະ​ຖືກ​ປັບ​ໃໝ​ຕາມ​ແຕ່​ລະ​ກໍ­ລະ­ນີ ບໍ່​ຕິດ​ປ້າຍ​ລາ­ຄາ ມີ​ໂທດ​ປັບ​ໃໝ​ແຕ່ 5 ແສນ​ກີບ ຫາ 1 ລ້ານ​ກີບ​ຕໍ່​ຄັ້ງ​ຕໍ່​ລາຍ­ການ ແຈ້ງ​ຂໍ້​ມູນ​ເທັດ​ກ່ຽວ​ກັບ​ໂຄງ​ປະ­ກອບ​ລາ­ຄາ ຫຼື ຄັງ​ແຮ​ສຳ­ຮອງ​ມີ​ໂທດ​ປັບ​ໃໝ​ແຕ່ 1-3 ລ້ານ​ກີບ​ຕໍ່​ຄັ້ງ​ຕໍ່​ລາຍ­ການ ນຳ​ເອົາ​ສິນ­ຄ້າ​ທີ່​ມີ​ໃນ​ຄັງ​ແຮ​ສຳ­ຮອງ​ອອກ​ຈຳ­ໜ່າຍ​ໂດຍ​ບໍ່​ໄດ້​ຮັບ​ອະ­ນຸ­ຍາດ​ຈາກ​ອົງ­ການ​ຄຸ້ມ​ຄອງ​ລາ­ຄາ ມີ​ໂທດ​ປັບ​ໃໝ 1-3 ລ້ານ​ກີບ​ຕໍ່​ຄັ້ງ​ຕໍ່​ລາຍ­ການ ຢຸດ​ປະ­ຕິ­ເສດ ຫຼື ແກ່­ຍາວ​ເວ­ລາ​ການ­ຈຳ­ໜ່າຍ ຫຼື ບໍ­ລິ­ການ​ໂດຍ​ບໍ່​ມີ​ເຫດ­ຜົນ ໃນ​ເມື່ອ​ມີ​ຄຳ​ສັ່ງ​ຈາກ​ອົງ­ການ​ຄຸ້ມ​ຄອງ​ລາ­ຄາ ມີ​ໂທດ​ປັບ​ໃໝ​ແຕ່ 1-3 ລ້ານ​ກີບ​ຕໍ່​ຄັ້ງ​ຕໍ່​ລາຍ­ການ ນຳ​ໃຊ້​ໂຄງ​ປະ­ກອບ​ລາ­ຄາ​ໂດຍ​ບໍ່​ໄດ້​ຮັບ​ອະ­ນຸ­ຍາດ​ຈາກ​ອົງ­ການ​ຄຸ້ມ​ຄອງ​ລາ­ຄາ ມີ​ໂທດ​ປັບ​ໃໝ​ແຕ່ 1-5 ລ້ານ​ກີບ​ຕໍ່​ຄັ້ງ​ຕໍ່​ລາຍ­ການ ຖ້າ​ພົບ​ເຫັນ​ຜູ້​ຄ້າ­ຂາຍ​ລະ­ເມີດ​ຕໍ່​ດຳ­ລັດ​ດັ່ງ­ກ່າວ ສາ­ມາດ​ໂທ​ແຈ້ງ​ສາຍ​ດ່ວນ 1510 ແລ້ວ​ບອກ​ລາຍ​ລະ­ອຽດ​ຢ່າງ​ຊັດ​ເຈນ​ເຖິງ​ຈຸດ​ທີ່​ຕັ້ງ​ຂອງ​ຮ້ານ​ຄ້າ​ດັ່ງ­ກ່າວ ເພື່ອ​ຄວາມ​ສະ­ດວກ​ໃຫ້­ການ​ລົງ​ກວດ­ກາ​ຂອງ​ເຈົ້າ​ໜ້າ­ທີ່​ທີ່​ກ່ຽວ­ຂ້ອງ.

error: Content is protected !!