ແພດໝໍຕັກເຕືອນວ່າ ເບິ່ງຄອມພິວເຕີຫຼາຍ ເຮັດໃຫ້ຕາບໍ່ສູ້ແສງ ປ່ອຍປະໄວ້ດົນ ສ່ຽງແກ້ວຕາອັກເສບ ກ້າມເນື້ອຕາອ່ອນລ້າ ແນະນຳ 7 ວິທີຊ່ວຍຖະໜອມດວງຕາຈາກການໃຊ້ງານໜ້າຈໍຄອມພິວເຕີ ມືຖື ແລະ ແທັບເລັດ.
ປັດຈຸບັນ ກຸ່ມຜູ້ປ່ວຍໂຣກຕາທີ່ມີສາເຫດມາຈາກການຢູ່ກັບໜ້າຈໍຫຼາຍເກີນໄປ ມີຈຳນວນເພີ່ມຫຼາຍຂຶ້ນເລື້ອຍໆ ທັງໃນໄວເດັກ ແລະ ຜູ້ໃຫຍ່ ຊຶ່ງເປັນສາເຫດໃຫ້ເກີດກຸ່ມອາການຕາບໍ່ສູ້ແສງ ໂດຍຈະມີອາການແສບຕາ ຕາແຫ້ງ ປວດຕາ ຊຶ່ງອາການດັ່ງກ່າວຈະເກີດຂຶ້ນຊົ່ວຄາວ ເມື່ອພັກຕາ ອາດຊ່ວຍບັນເທົາອາການ ແຕ່ຫາກປ່ອຍປະໄວ້ ອາດເກີດຜົນຕາມມາ ເຊັ່ນ ແກ້ວຕາອັກເສບ ກ້າມເນື້ອຕາອ່ອນລ້າ ດັ່ງນັ້ນ ຫາກເກີດອາການຜິດປົກກະຕິທາງຕາ ຄວນພົບແພດເພື່ອຮັບການກວດວິເຄາະທີ່ຖືກຕ້ອງເໝາະສົມ.
ຜູ້ປ່ວຍທີ່ເຂົ້າຮັບການປິ່ນປົວໃນໂຮງໝໍບາງ ແຫ່ງໃນປີ 2017 ເປັນຜູ້ປ່ວຍໂຣກຕາຈາກຄວາມຜິດປົກກະຕິຂອງສາຍຕາ ແລະ ການກຶ້ງສາຍຕາເຖິງ 3.844 ຄົນ ສາເຫດຂອງການເກີດໂຣກ ມາຈາກການໃຊ້ສາຍຕາກຶ້ງເບິ່ງໜ້າຈໍຫຼາຍເກີນໄປ ເຖິງແມ່ນຈະບໍ່ກໍ່ໃຫ້ເກີດອັນຕະລາຍຕໍ່ຕາຢ່າງທັນທີ ແຕ່ເຮັດໃຫ້ເກີດຄວາມບໍ່ສະບາຍຕາ ເຄືອງຕາ ແລະ ເປັນບັນຫາລົບກວນການໃຊ້ສາຍຕາຢູ່ສະເໝີ ທັງນີ້ ຫາກມີບັນຫາສາຍຕາ ຄວນປຶກສາແພດ ເພື່ອກວດຫາຄວາມຜິດປົກກະຕິ ແລະ ຮັບການປິ່ນປົວຢ່າງທັນການ ຢ່າງໃດກໍຕາມ ສາມາດຖະໜອມດວງຕາໄດ້ດ້ວຍ ວິທີການດັ່ງນີ້:
1. ກະພິບຕາໃຫ້ຫຼາຍ ເມື່ອຢູ່ໜ້າຈໍ ເພື່ອປ້ອງກັນຕາແຫ້ງ.
2. ຫາກມີອາການຕາແຫ້ງ ຄວນໃຊ້ນ້ຳຕາທຽມ ເພື່ອຫຼຸດການເຄືອງຕາ.
3. ຄວນພັກສາຍຕາເປັນໄລຍະທຸກ 20-30 ນາທີ ໃຫ້ພັກຈາກຈໍປະມານ 30-60 ວິນາທີ ໂດຍການເບິ່ງອອກໄປໄກໆ ຫຼືຫຼັບຕາ.
4. ຫາກຈຳເປັນຕ້ອງຢູ່ໜ້າຈໍນານເກີນ 30 ນາທີ ຄວນພັກການເຮັດວຽກທຸກ 1-2 ຊົ່ວໂມງປະມານ 5-15 ນາທີ.
5. ໃຊ້ແຜ່ນກອງແສງຈາກໜ້າຈໍ ຫຼືໃສ່ແວ່ນກອງແສງປັບແສງໜ້າຈໍໃຫ້ພໍເໝາະ ບໍ່ສະຫວ່າງເກີນໄປ.
6. ບໍ່ຄວນເຮັດວຽກໃນບ່ອນມືດຫຼາຍ ວາງຈໍໃຫ້ຢູ່ໃນໄລຍະພໍເໝາະທີ່ຕາເບິ່ງສະບາຍ ບໍ່ຕ້ອງກຶ້ງຕາ ໂດຍສະເລ່ຍໄລຍະຈາກຕາເຖິງຈໍດົນນານ ຄວນມີໄລຍະ 45-50 ຊັງຕີແມັດ.
7. ຮັບປະທານອາຫານທີ່ຊ່ວຍບຳລຸງສາຍຕາ ໄດ້ແກ່ ຜັກ ໝາກໄມ້ທີ່ມີສີເຫຼືອງສົ້ມ ເຊັ່ນ: ກາຣົດ ໝາກອຶ ຜັກໃບຂຽວ ເຊັ່ນ: ກາດນາ ຜັກກາດຂິວ ແລະ ດື່ມນ້ຳໃຫ້ພຽງພໍ ເນື່ອງຈາກການດື່ມນ້ຳເລື້ອຍໆ ຈະຊ່ວຍເພີ່ມຄວາມຊຸ່ມຊື່ນໃຫ້ແກ່ດວງຕາ.
ວ.ດາລາວົງ-ນຳສະເໜີ