ສ້າງໂຮງຮຽນຕົ້ນແບບຂອງສະເຕັມສຶກສາ ຜ່ານການສ້າງຫຸ່ນຍົນ

ພິ­ທີ​ເຊັນ​ສັນ­ຍາ​ຮ່ວມ​ມື​ລະ­ຫວ່າງ​ສູນ​ການ​ຮຽນ​ຮູ້ ວີ​ເອັຟ (VF) ແລະ ໂຮງ­ຮຽນ​ລ້ຽງ​ເດັກ-ອະ­ນຸ­ບານ​ເມ​ທາ­ນີ ນະ­ຄອນຫຼວງ​ວຽງ​ຈັນ ໃນ “ໂຄງ­ການ​ສ້າງ​ໂຮງ­ຮຽນ​ຕົ້ນ​ແບບ​ຂອງ​ສະ­ເຕັມ​ສຶກ​ສາ ຜ່ານ​ການ​ສ້າງ​ຫຸ່ນ​ຍົນ” ລະ­ຫວ່າງ​ທ່ານ​ນາງ ອາ​ນຸ​ວັດ ພົມ­ມະ­ຈັນ ຜູ້­ອຳ­ນວຍ­ການ​ໂຮງ­ຮຽນ​ເມ​ທາ­ນີ ແລະ ທ່ານ​ນາງ ສຸກ​ຖາ­ວອນ ວົງ​ສະ­ຫວັນ ຜູ້­ອຳ­ນວຍ­ການ​ສູນ​ການ​ຮຽນ​ຮູ້ ວີ​ເອັຟ ຈັດ​ຂຶ້ນ​ວັນ​ທີ 7 ສິງ­ຫາ 2020 ທີ່​ໂຮງ­ຮຽນ​ເມ​ທາ­ນີ ໂດຍ​ມີ​ຄະ­ນະ​ຜູ້​ບໍ­ລິ­ຫານ​ໂຮງ­ຮຽນ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ສະ­ເຕັມ​ສຶກ​ສາ ແມ່ນ​ການ​ຮຽນ​ໃນ​ຮູບ​ແບບ​ໃໝ່ ທີ່​ລວມ 4 ວິ­ຊາ ຄື: ວິ­ທະ­ຍາ­ສາດ ເຕັກ​ໂນ​ໂລ​ຊີ ວິ­ສະ­ວະ­ກຳ​ສາດ ແລະ ຄະ­ນິດ­ສາດ ໃຫ້​ເປັນ​ວິ­ຊາ​ດຽວ ເຊິ່ງ​ນັກ­ຮຽນ​ຈະ​ໄດ້​ຮຽນ​ຜ່ານ​ການ​ລົງ­ມື​ປະ­ຕິ­ບັດ​ຕົວ​ຈິງ ໂດຍ​ການ​ສ້າງ​ຫຸ່ນ​ຍົນ​ໃນ​ຮູບ​ແບບ​ຕ່າງໆ ຈຸດ­ປະ­ສົງ​ຂອງ​ໂຄງ­ການ ເພື່ອ​ເປັນ​ຂໍ້​ມູນ​ໃຫ້​ແກ່​ລັດ­ຖະ­ບານ ກໍ​ຄື​ກະ­ຊວງ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ ໃນ​ໂຄງ­ການ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງ­ການ​ ສ້າງ​ສູນ​ສະ­ເຕັມ​ສຶກ​ສາ​ແຫ່ງ​ຊາດ​ໃນ ສປປ ລາວ ເພື່ອ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ຂອງ​ສະ­ເຕັມ​ສຶກ​ສາ ​ຜ່ານ​ການ​ສ້າງ​ຫຸ່ນ​ຍົນ ໂດຍ​ນຳ​ໃຊ້​ຄູ່​ມື​ການ​ຮຽນ​ການ​ສອນ​ຂອງ My Robot Time ທີ່​ນຳ​ໃຊ້​ຫຼາຍ​ກ່າວ 40 ປະ­ເທດ​ໃນ​ທົ່ວ​ໂລກ ເປັນ​ການ​ເພີ່ມ​ຄວາມ​ຮູ້​ຄວາມ​ສາ­ມາດ ທັກ​ສະ ໃຫ້​ຄູ-ອາ­ຈານ ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ສິດ­ສອນ ເພີ່ມ​ຈຳ­ນວນ​ນັກ­ຮຽນ​ທີ່​ສົນ­ໃຈ​ໃນ​ດ້ານ​ວິ­ທະ­ຍາ­ສາດ ເຕັກ​ໂນ​ໂລ​ຊີ ວິ­ສະ­ວະ­ກຳ​ສາດ ແລະ ຄະ­ນິດ­ສາດ ເພີ່ມ​ການ​ຮັບ​ຮູ້​ຂອງ​ນັກ­ຮຽນ ຕໍ່​ກັບ​ສະ­ເຕັມ​ສຶກ​ສາ​ຜ່ານ​ການ​ສ້າງ​ຫຸ່ນ​ຍົນ.

error: Content is protected !!