ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກິດຈະກຳບໍລິຈາກເລືອດ ເພື່ອສ້າງຂະບວນການຄຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ IV ອົງຄະນະພັກ ທຫລ ຂຶ້ນວັນທີ 14 ສິງຫາ 2020 ທີ່ສະຖາບັນການທະນາຄານ ມີທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ຫົວໜ້າກົມບັນຊີ ແລະ ການເງິນ ທຫລ ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ອົງການກາແດງລາວ ພ້ອມດ້ວຍຄະນະນຳທະຄານທະນາຄານທຸລະກິດອ້ອມຂ້າງ ຕະຫຼອດຮອດພະນັກງານ ແລະ ນັກສຶກສາເຂົ້າຮ່ວມ 200 ກວ່າຄົນ.

ທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ກ່າວວ່າ: ຂະແໜງການທະນາຄານໄດ້ສ້າງຂະບວນການ ແລະ ເຄື່ອນໄຫວວຽກງານຕ່າງໆເປັນຂະບວນຟົດຟື້ນ ເພື່ອຄຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ 4 ຂອງອົງຄະນະພັກຕົນທີ່ຈະຈັດຂຶ້ນໃນມໍ່ໆນີ້ ເຊິ່ງໄລຍະຜ່ານມາ ໄດ້ສ້າງຂະບວນການຕ່າງໆຢ່າງເປັນຂະບວນຟົດຟື້ນ ເປັນຕົ້ນ ວຽກງານວິຊາສະເພາະ ໄດ້ຈັດຕັ້ງກອງປະຊຸມທັດສະນະແລກປ່ຽນບົດຮຽນ ແລະ ແກ້ໄຂຂໍ້ຄົງຄ້າຕ່າງໆ ນອກນັ້ນ ໄດ້ສ້າງຂະບວນການອອກແຮງງານ ແຂ່ງຂັນກີລາ ແລະ ຂະບວນການຊ່ວຍເຫຼືອສັງຄົມ ໃນນັ້ນ ໄດ້ປຸກລະດົມບັນດາວັດຖຸປັດໄຈຈຳນວນໜຶ່ງ ຈາກສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ໄປຊ່ວຍປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ແລະ ພະນັກງານ ໂດຍສະເພາະຊາວກຳມະກອນຜູ້ອອກແຮງານ ທີ່ໄດ້ຮັບຜົນກະທົບຈາກການປະຕິບັດມາດຕະການຕ້ານພະຍາດໂຄວິດ-19 ສຳລັບຂະບວນການບໍລິຈາກເລືອດ ແມ່ນຂະບວນການໜຶ່ງທີ່ໄດ້ປະຕິບັດມາຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ເຊິ່ງຄັ້ງນີ້ມີຜູ້ເຂົ້າຮ່ວມ 100 ກວ່າຄົນ.
