ສ້າງຄວາມເຂັ້ມແຂງການປະສານງານແກ້ໄຂລະເບີດບໍ່ທັນແຕກ

ຫ້ອງ­ການ​ຄະ­ນະ​ກຳ­ມະ­ການ​ຄຸ້ມ​ຄອງ​ແຫ່ງ​ຊາດ ເພື່ອ​ແກ້​ໄຂ​ບັນ­ຫາ​ລະ­ເບີດ​ບໍ່​ທັນ​ແຕກ ທີ່​ຕົກ​ຄ້າງ​ຢູ່​ລາວ (ຫຄຊກລ) ໂດຍ​ສົມ­ທົບ​ກັບ​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ ເພື່ອ​ການ​ພັດ­ທະ­ນາ​ປະ­ຈຳ​ລາວ ໃນ​ການ​ປັບ­ປຸງ​ການ​ປະ­ສານ​ງານ ວຽກ​ງານ​ການ​ແກ້​ໄຂ​ບັນ­ຫາ ລບຕ ຢູ່​ລາວ ຈັດ​ກອງ​ປະ­ຊຸມ​ສ້າງ​ຄວາມ​ເຂັ້ມ­ແຂງ ການ​ປະ­ສານ​ງານ​ວຽກ​ງານ​ການ​ແກ້​ໄຂ​ບັນ­ຫາ​ລະ­ເບີດ​ບໍ່​ທັນ​ແຕກ ທີ່​ຕົກ​ຄ້າງ​ໃຫ້​ຄະ­ນະ​ກຳ­ມະ­ການ​ຄຸ້ມ​ຄອງ​ລະ­ເບີດ​ບໍ່​ທັນ​ແຕກ​ຂັ້ນ​ແຂວງ (ຄຄກລຂ) ທົ່ວ​ປະ­ເທດ​ຂຶ້ນ​ວັນ​ທີ 10-11 ສິງ­ຫາ 2020 ທີ່​ເມືອງ​ວັງ​ວຽງ ແຂວງ​ວຽງ​ຈັນ ມີ​ທ່ານ ປະ​ເດີມ​ພອນ ສົນ​ທະ­ນີ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ຮອງ​ປະ­ທານ​ຜູ້​ປະ­ຈຳ­ການ ຄະ­ນະ​ກຳ­ມະ­ການ​ຄຸ້ມ​ຄອງ​ແຫ່ງ​ຊາດ ເພື່ອ​ແກ້​ໄຂ​ບັນ­ຫາ​ລະ­ເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ​ຢູ່​ລາວ (ຄຊກລ) ທ່ານ ມູ​ລາ​ລີ ບາ​ລາ​ຊູ​ບຼາ​ມາ​ນຽມ ຮອງ​ຜູ້­ຕາງ­ໜ້າ​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ ເພື່ອ​ການ​ພັດ­ທະ­ນາ​ປະ­ຈຳ​ລາວ ທ່ານ ໂຈມ​ແຍງ ແພງ​ທອງ​ສະ​ຫວັດ ຫົວ­ໜ້າ​ຫ້ອງ­ການ ຄຊກລ ບັນ­ດາ​ຜູ້­ຕາງ­ໜ້າ​ກະ­ຊວງ​ການ​ຕ່າງ­ປະ­ເທດ ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ພະ​ແນກ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ​ແຂວງ​ທົ່ວ​ປະ­ເທດ ຫ້ອງ­ການ ຄຊກລ ສູນ​ກາງ ໂຄງ­ການ​ເກັບ​ກູ້​ລະ­ເບີດ​ແຫ່ງ​ຊາດ ພະ­ນັກ­ງານ​ວິ­ຊາ​ການ​ຫ້ອງ­ການ ຄຊກລ ແລະ ທີມ​ງານ ສປຊ ເຂົ້າ​ຮ່ວມ.

ເພື່ອ​ປັບ­ປຸງ​ກົນ​ໄກ​ການ​ປະ­ສານ​ງານ​ວຽກ​ງານ ການ​ແກ້​ໄຂ​ບັນ­ຫາ​ລະ­ເບີດ​ບໍ່​ທັນ​ແຕກ ລະ­ຫວ່າງ​ຂັ້ນ​ສູນ​ກາງ ແລະ ທ້ອງ­ຖິ່ນ (ຂັ້ນ​ແຂວງ) ເຊິ່ງ​ຫົວ­ຂໍ້ ສຸມ​ໃສ່​ຄົ້ນ­ຄວ້າ​ປຶກ­ສາ​ຫາ­ລື​ພາ­ລະ​ບົດ­ບາດ ແລະ ການ­ເຄື່ອນ­ໄຫວ​ຂອງ ຄຄກລ ການ​ຄຸ້ມ​ຄອງ​ວຽກ​ງານ​ສຳ​ຫຼວດ ແລະ ກວດ​ກູ້ ລບຕ ຢູ່​ຂັ້ນ​ແຂວງ ລະ­ບົບ​ຖານ​ຂໍ້​ມູນ​ລະ­ເບີດ​ບໍ່​ທັນ​ແຕກ ງົບ­ປະ­ມານ ແລະ ພາ­ຫະ­ນະ​ຮັບ​ໃຊ້​ການ­ເຄື່ອນ­ໄຫວ​ວຽກ​ງານ​ວິ­ຊາ​ສະ­ເພາະ ແລະ ຂັ້ນ​ຕອນ​ໃນ​ການ​ຄົ້ນ­ຄວ້າ​ພິ­ຈາ­ລະ­ນາ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ ໃນ​ການ​ແກ້​ໄຂ​ບັນ­ຫາ​ລະ­ເບີດ​ບໍ່​ທັນ​ແຕກ​ຢູ່​ລາວ ແນ­ໃສ່​ໃຫ້​ໂຄງ­ການ​ຖືກ​ຈັດ​ຕັ້ງ​ປະ­ຕິ­ບັດ​ຢ່າງ​ມີ​ປະ​ສິດ­ທິ​ຜົນ ທັນ​ການ ແລະ ແທດ­ເໝາະ​ກັບ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຕົວ​ຈິງ​ຂອງ​ລາວ ເພື່ອ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ແຫ່ງ​ຊາດ ແຜນ­ການ​ລຶ­ບລ້າງ​ຄວາມ­ທຸກ​ຍາກ ແລະ ເປົ້າ​ໝາຍ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ​ທີ 18.

ກອງ​ປະ­ຊຸມ​ໄດ້​ຈັດ​ແບ່ງ​ເປັນ​ກຸ່ມ​ບັນ­ດາ​ແຂວງ​ພາກ​ເໜືອ ພາກ​ກາງ ແລະ ພາກ​ໃຕ້ ແລະ ຍັງ​ໄດ້​ແລກ­ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ເຊິ່ງ​ກັນ ແລະ ກັນ​ຢ່າງ​ກົງ​ໄປ​ກົງ​ມາ ໃນ​ການ​ສຸມ​ໃສ່​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຂໍ້​ມູນ​ລະ­ເບີດ​ບໍ່​ທັນ​ແຕກ ການ​ສຳ​ຫຼວດ ກວດ​ກູ້ ແລະ ການ​ພິ­ຈາ­ລະ­ນາ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ ເພື່ອ​ນຳ­ໄປ​ຈັດ​ຕັ້ງ​ປະ­ຕິ­ບັດ​ໃນ­ຕໍ່­ໜ້າ​ໃຫ້​ມີ​ປະ​ສິດ­ທິ​ຜົນ​ດີ​ຂຶ້ນ.

ຕອນ​ທ້າຍ​ກອງ​ປະ­ຊຸມ ທ່ານ ປະ​ເດີມ​ພອນ ສົນ​ທະ­ນີ ຍັງ​ໄດ້​ຮຽກ­ຮ້ອງ​ບັນ­ດາ​ຜູ້​ເຂົ້າ​ຮວ່ມ​ກອງ​ປະ­ຊຸມ ໂດຍ​ສະ­ເພາະ​ໃຫ້​ພະ​ແນກ ຮສສ ຂັ້ນ​ແຂວງ ເອົາ­ໃຈ­ໃສ່​ຈັດ​ຕັ້ງ​ຜັນ​ຂະ­ຫຍາຍ​ການ​ປະ­ຕິ­ບັດ​ຄຳ​ສັ່ງ ເລກ​ທີ 039 ໂດຍ​ສະ­ເພາະ​ວຽກ​ງານ​ໂຄ­ສະ­ນາ​ສຶກ​ສາ​ຄວາມ​ສ່ຽງ​ຈາກ ລບຕ ທີ່​ຕິດ​ພັນ​ກັບ​ພາກ​ປະ​ຫັວດ​ສາດ ການ​ຖີ້ມ​ລະ­ເບີດ ຕ້ອງ​ໃຫ້​ຄົບ​ອົງ​ປະ­ກອບ​ການ​ໂຄ­ສະ­ນາ​ທີ່​ມາ ແລະ ຜົນ​ຮ້າຍ​ຂອງ ລບຕ ເອົາ­ໃຈ­ໃສ່​ຊີ້​ນຳ​ອົງ­ການ​ປະ­ຕິ­ບັດ​ສອດ​ຫ້ອຍ​ການ​ໂຄ­ສະ­ນາ​ເຜີຍ­ແຜ່ ວຽກ​ງານ​ການ​ຕ້ານ​ພະ­ຍາດ​ໂຄ​ວິດ-19 ເຂົ້າ​ໃນ​ການ​ໂຄ­ສະ­ນາ​ສຶກ​ສາ​ຄວາມ​ສ່ຽງ​ຂອງ​ລະ­ເບີດ ໂດຍ​ໃຫ້​ອົງ­ການ​ປະ­ຕິ­ບັດ​ງານ ປະ­ສານ​ກັບ​ຄະ­ນະ​ສະ­ເພາະ​ກິດ​ຂັ້ນ​ແຂວງ​ຕື່ມ​ໃນ​ເວ­ລາ​ປະ­ຕິ­ບັດ​ຕົວ​ຈິງ ພ້ອມ​ນັ້ນ ໃນ​ສະ­ເພາະ​ໜ້າ ຫ້ອງ­ການ ຄຊກລ ຈະ​ສົມ­ທົບ​ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ ຄົ້ນ­ຄວ້າ​ຄິດ­ໄລ່​ຕົ້ນ​ທຶນ​ຄ່າ​ໃຊ້​ຈ່າຍ​ສຳ­ລັບ​ວຽກ​ງານ​ການ​ສຳ​ຫຼວດ ແລະ ກວດ​ກູ້ ລບຕ ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ​ໃນ​ເວ­ລາ​ຈັດ​ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຕົວ​ຈິງ.

error: Content is protected !!