ສື່ມວນຊົນແຂວງຫຼວງພະບາງ ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນືອງ

ນັບ​ແຕ່​ວັນ​ສື່​ມວນ​ຊົນ​ລາວ ໄດ້​ຮັບ​ການ​ສ້າງ­ຕັ້ງ​ຂຶ້ນ ພາຍ​ໃຕ້​ການ​ຊີ້​ນຳ-ນຳ­ພາ​ຂອງ​ພັກ ແລະ ລັດ ຖະ​ບານ ມາ​ຮອດ​ປັດ­ຈຸ­ບັນ ສື່​ມວນ​ຊົນ​ລາວ​ທັງ​ສູນ​ກາງ ແລະ ທ້ອງ­ຖິ່ນ ໄດ້​ມີ​ການ​ເຕີບ​ໃຫຍ່​ຂະ­ຫຍາຍ ຕົວ­ຢ່າງ​ຕໍ່​ເນື່ອງ ທັງ​ດ້ານ​ປະ­ລິ­ມານ ແລະ ຄຸນ​ນະ​ພາບ ລວມ​ທັງ​ສື່​ເອ​ເລັກ​ໂຕຣ​ນິກ ແລະ ສື່​ສິ່ງ​ພິມ ເຮັດ​ໃຫ້­ການ​ກະ­ຈາຍ​ຂໍ້​ມູນ​ຂ່າວ­ສານ​ໄປ​ເຖິງ​ປະ​ປະ­ຊາ­ຊົນ​ໄດ້​ຢ່າງ​ກວ້າງ­ຂວາງ ແລະ ວ່ອງ­ໄວ​ຫຼາຍ​ຂຶ້ນ.

ທ່ານ ຈັນ​ສະ­ໝອນ ທິບ​ພາ​ວັນ ຮອງ​ຫົວ­ໜ້າ​ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ແຂວງ​ຫຼວງ​ພະ​ບາງ ຜູ້​ຊີ້​ນຳ​ວຽກ​ງານ​ສື່​ມວນ​ຊົນ​ແຂວງ ໃຫ້​ສຳ­ພາດ​ໃນ​ໂອ­ກາດ​ການ​ກະ­ກຽມ​ສະ ເຫຼີມ​ສະ­ຫຼອງ​ວັນ​ສື່​ມວນ​ຊົນ​ລາວ ແລະ ການ​ພິມ​ຈຳ­ໜ່າຍ ຄົບ­ຮອບ 70 ປີ ເມື່ອ​ບໍ່​ດົນ​ມາ​ນີ້ ວ່າ: ໄລ­ຍະ ຜ່ານ​ມາ ສື່​ມວນ​ຊົນ​ແຂວງ​ຫຼວງ​ພະ​ບາງ​ໄດ້​ເຮັດ​ໜ້າ­ທີ່​ຂອງ​ຕົນ​ຢ່າງ​ຕັ້ງ­ໜ້າ ແລະ ດ້ວຍ​ຄວາມ​ຮັບ​ຜິດ ຊອບ​ສູງ ເຖິງ​ຈະ​ພົບ­ພໍ້​ຄວາມ​ຫຍຸ້ງ­ຍາກ ແລະ ສິ່ງ​ທ້າ​ທາຍ​ຈາກ​ສະ­ພາບ​ການ​ເຊື່ອມ​ໂຍງ​ໃນ​ຂະ​ບວນ​ວິ ວັດ​ແຫ່ງ​ຍຸກ​ວິ­ທະ­ຍາ­ສາດ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ­ສານ​ນັບ​ມື້​ນັບ​ມີ​ການ​ຂະ­ຫຍາຍ­ຕົວ ແລະ ທັນ​ສະ­ໄໝ ສົ່ງ​ຜົນ​ກະ­ທົບ​ໂດຍ​ກົງ​ທັງ​ທາງ​ບວກ ແລະ ທາງ​ລົບ ຕໍ່​ການ​ພັດ­ທະ­ນາ​ວຽກ​ງານ​ສື່​ມວນ​ຊົນ ແຕ່​ຍ້ອນ​ຄວາມ​ເອົາ­ໃຈ­ໃສ່​ຂອງ​ພັກ-ລັດ ກໍ​ຄື​ອົງ­ການ​ປົກ­ຄອງ​ແຂວງ​ຫຼວງ​ພະ​ບາງ ບັນ­ດາ​ຂະ­ແໜງ­ການ ກົມ​ກອງ ນັບ​ແຕ່​ຂັ້ນ​ແຂວງ​ລົງ​ຮອດ​ຂັ້ນ​ເມືອງ ໄດ້​ປະ­ຕິ­ບັດ​ໜ້າ­ທີ່​ການ​ໂຄ­ສະ­ນາ​ເຜີຍ­ແຜ່​ແນວ­ທາງ​ຂອງ​ພັກ ລະ ບຽບ​ກົດ­ໝາຍ​ຂອງ​ລັດ​ຢ່າງ​ຕັ້ງ­ໜ້າ ເຮັດ​ໃຫ້​ສື່​ມວນ​ຊົນ​ແຂວງ​ຫຼວງ​ພະ​ບາງ ມີ​ການ​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ທັງ​ດ້ານ​ປະ­ລິ­ມານ ແລະ ຄຸນ​ນະ​ພາບ ບຸກ​ຄະ­ລາ​ກອນ​ສື່​ມວນ​ຊົນ​ກໍ​ໄດ້​ຮັບ​ການ​ຍົກ​ລະ­ດັບ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ພື້ນ­ຖານ​ໂຄງ​ລ່າງ ລວມ​ທັງ​ວັດ­ຖຸ​ເຕັກ­ນິກ​ໄດ້​ຮັບ​ການ​ພັດ­ທະ­ນາ​ໄປ​ສູ່​ຄວາມ​ທັນ​ສະ­ໄໝ ແລະ ຫັນ​ຈາກ​ລະ­ບົບ​ອາ­ນາ​ລັອກ​ໄປ​ສູ່​ລະ­ບົບ​ດີ​ຈີ​ຕອນ​ເທື່ອ​ລະ​ກ້າວ ອັນ​ພົ້ນ​ເດັ່ນ​ແມ່ນ​ການ​ນຳ​ໃຊ້​ລະ­ບົບ​ອິນ​ເຕີ​ເນັດ​ໃນ​ການ​ສະ­ໜອງ​ຂໍ້​ມູນ​ຂ່າວ­ສານ ສາ­ລະ​ຄວາມ​ຮູ້ ແລະ ສາ­ລະ​ບັນ​ເທິງ ໃຫ້​ເປົ້າ​ໝາຍ ເພື່ອ​ຮັບ​ໃຊ້​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ໄລ­ຍະ​ໃໝ່​ໄດ້​ຢ່າງ​ວ່ອງ­ໄວ.

ໂອ­ກາດ​ວັນ​ສື່​ມວນ​ຊົນ​ລາວ ແລະ ການ​ພິມ​ຈຳ­ໜ່າຍ ຄົບ­ຮອບ 70 ປີ ນີ້ ໃນ​ນາມ​ຮອງ​ຫົວ­ໜ້າ​ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ​ແຂວງ​ຫຼວງ​ພະ​ບາງ ຂໍ​ໄດ້​ສະ­ແດງ​ຄວາມ​ຮູ້​ບຸນ­ຄຸນ​ຕໍ່​ການ​ນຳ​ພັກ-ລັດ ທີ່​ໄດ້​ເອົາ­ໃຈ­ໃສ່​ຊີ້​ນຳ-ນຳ­ພາ​ວຽກ​ງານ​ໃນ​ຂົງ­ເຂດ​ສື່​ມວນ​ຊົນ​ດ້ວຍ​ດີ​ຕະ­ຫຼອດ​ມາ ພ້ອມ​ທັງ​ຮຽກ­ຮ້ອງ​ເຖິງ​ບຸກ­ຄົນ ນິ­ຕິ­ບຸກ­ຄົນ ອົງ​ການ­ຈັດ­ຕັ້ງ​ທີ່​ເຄື່ອນ​ໄຫວ​ເຮັດ​ໜ້າ­ທີ່​ວຽກ​ງານ​ສື່​ມວນ​ຊົນ ໃນ​ການ​ສະ­ເໜີ​ຂໍ້​ມູນ​ຂ່າວ­ສານ ຜ່ານ​ເວັບ​ໄຊ ເຟ​ສ​ບຸກ ແລະ ລະ­ບົບ​ອອນ​ລາຍ​ປະ­ເພດ​ຕ່າງໆ ຕ້ອງ​ເຄື່ອນ​ໄຫວ​ໃຫ້​ຖືກ­ຕ້ອງ​ຕາມ​ລະ­ບຽບ​ກົດ­ໝາຍ ເພື່ອ​ຫຼີກ​ລ່ຽງ​ການ​ນຳ​ສະ­ເໜີ​ຂໍ້​ມູນ​ບິດ​ເບືອນ​ຄວາມ​ຈິງ ຂໍ້​ມູນ​ອະ­ກຸ­ສົນ ທີ່​ຈະ​ສ້າງ​ຄວາມ​ປັ່ນ​ປວນ ແລະ ຜົນ​ກະ­ທົບ​ທີ່​ບໍ່​ດີ​ໃຫ້​ສັງ­ຄົມ.

error: Content is protected !!