ກໍາມະບານ​ກະຊວງ​ການ​ຕ່າງປະ​ເທດ ​ຍາດ​ໄດ້ຜົນ​ງານ​ຫຼາຍ​ດ້ານ

    ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ສະຫະພັນ​ກຳມະບານກະຊວງ​ການ​ຕ່າງປະ​ເທດ ຈັດຂຶ້ນ​ວັນ​ທີ 11 ສິງຫາ 2020 ທີ່​ສູນ​ການ​ຮ່ວມມື ​ແລະ ເຝີກອົບຮົມ​ສາກົນ ນະຄອນຫຼວງວຽງຈັນ ​​ເປັນ​ປະ​ທານ​ຂອງ​ທ່ານ ບົວພັດ ພຸດທະວົງ ປະທານສະຫະພັນ​ກຳມະບານກະຊວງ​ການ​ຕ່າງປະ​ເທດ ​​​​ມີທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ປ້ານ ນ້ອຍມະນີ ປະທານສູນກາງສະຫະພັນກຳມະບານລາວ ຜູ້ຕາງໜ້າ​ອົງການ​ຈັດ​ຕັ້ງ​ມະຫາຊົນ ແລະ ສະມາຊິກກຳມະບານເຂົ້າ​ຮ່ວມ​.

     ທ່ານ ບົວພັດ ພຸດທະວົງ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກ ໂດຍໄດ້ທົບທວນຄືນສະພາບການເຄື່ອນໄຫວວຽກງານກຳມະບານ 5 ປີຜ່ານມາ (20156-2019) ແລະ ທິດທາງຄາດໝາຍສູ້ຊົນໃນໄລຍະ 5 ປີ ຕໍ່ໜ້າ (2020-2024) ໄດ້ຕີລາຄາຜົນງານອັນພົ້ນເດັ່ນ ແລະ ຜົນສໍາເລັດທີ່ຍາດມາໄດ້ໃນການເຄື່ອນໄຫວ ພ້ອມທັງຍົກໃຫ້ເຫັນຈຸດດີ ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນມາໄດ້ໃນດ້ານຕ່າງໆທີ່ສະຫະພັນກຳມະບານຍາດມາໄດ້ ປັດຈຸບັນ ຄະນະສະຫະພັນກໍາມະບານມີ 11 ທ່ານ ຍິງ 2 ທ່ານ  ມີຄະນະກໍາມະບານຮາກຖານທັງຢູ່ພາຍໃນ ແລະ ຕ່າງປະເທດທັງໝົດ 57 ຮາກຖານ ມີສະມາຊິກ 750 ຄົນ ຍິງ 300 ຄົນ  ສະຫະພັນ​ກຳມະບານໄດ້​ຖື​ເອົາ​ວຽກງານ​ໂຄສະນາ​ສຶກສາ​ອົບຮົມ​ດ້ານການ​ເມືອງ-ແນວ​ຄິດ​ໃຫ້​ສະມາຊິກ ເຊື່ອມ​ຊຶມ​ແນວທາງ​ນະ​ໂຍບາຍຂອງ​ພັກ ກົດໝາຍຂອງລັດ ແລະ ​ກຳ​ໄດ້​ແນວທາງ​ນະ​ໂຍບາຍ​ການ​ຕ່າງປະ​ເທດຂອງພັກຢ່າງໜັກແໜ້ນ ໄດ້​ມີ​ການ​ເຄື່ອນ​ໄຫວ​ວຽກງານ​ກຳມະບານ ​ໂດຍ​ຖື​ເອົາ​ຂໍ້​ແຂ່ງຂັນ 5 ​ເປັນ​ເຈົ້າທີ່​ສູນ​ກາງ​ກຳມະບານ​ລາວ​ວາງ​ອອກ​ ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກງານ ​ຕິດ​ພັນ​ກັບ​ວຽກງານ​ວິຊາ​ສະ​ເພາະ​ຂອງ​ຕົນຢ່າງມີຜົນສໍາເລັດເປັນກ້າວໆ.

       ກອງ​ປະຊຸມຍໄດ້​ປ່ອນ​ບັດ​ຄັດ​ເລືອ​ກເອົາຄະນະບໍລິຫານງານຊຸດໃໝ່ 11 ທ່ານ ໂດຍເລືອກ​ເອົາ ທ່ານ ວັນທາ ແສງເມືອງ ເປັນ​ປະທານ ທ່ານ ຄຳໄພ ພັນທອງດີ ​ເປັນຮອງປະທານ ແລະ ທ່ານ ກັນຍາ ຄຳມຸງຄຸນ ເປັນ​ຮອງ​ປະທານ​ ທັງເປັນປະທານກວດກາ ​ເພື່ອ​ສືບຕໍ່ຊີ້ນຳ-ນຳພາ​ວຽກງານ​ການຈັດ​​ຕັ້ງ​ປະຕິບັດ​ຕາມ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ​ສະຫະພັນ​ກຳມະບານ​ກະຊວງ​ການ​ຕ່າງປະ​ເທດໃຫ້​ປາກົດ​ຜົນ​ເປັນ​ຈິງ.

    ຕ້ອນທ້າຍທ່ານ ປ້ານ ນ້ອຍມະນີ ຕາງໜ້າໃຫ້ສູນກາງສະຫະພັນກຳມະບານລາວໃຫ້ກຽດປະດັບຫຼຽນກຳມະບານສູງສຸດໃຫ້ຄະນະພັກ-ຄະນະນຳກະຊວງການຕ່າງປະເທດທີ່ມີຜົນງານອັນພົ້ນເດັ່ນໃນການຊີ້ນຳ-ນຳພາສະຫະພັນກຳມະບານກະຊວງການຕ່າງປະເທດໃນຜ່ານມາ ພ້ອມທັງໃຫ້ກຽດໂອ້ລົມອີກດ້ວຍ.

# ຂ່າວ & ພາບ: ລັດເວລາ

error: Content is protected !!