ຖ້າພົບເຫັນຂາຍເກີນລາຄາທີ່ກຳນົດແມ່ນຈະຖືກປັບໃໝ

     ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ (ນວ) ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ປັດຈຸບັນມີພຽງ 8 ປະເພດສິນຄ້າທີ່ສາມາດຄວບຄຸມໄດ້ປະກອບມີ: ນໍ້າມັນເຊື້ອໄຟ ອາຍແກັສ ຊີ້ນ (ຊີ້ນໝູ ງົວ ຄວາຍ) ປານິນ ຊີມັງ ເຂົ້າໜຽວປະເພດ 2  ໄກ່ປອກ ແລະ ເຫຼັກເສັ້ນ ໃນນັ້ນ ນວ ຄວບຄຸມໂດຍກົງມີ 6 ປະເພດ ສ່ວນ 2 ປະເພດຄື: ນໍ້າມັນອາຍແກັສ ແລະ ນໍ້າມັນເຊື້ອໄຟ ແມ່ນຂຶ້ນກັບການຄວບຄຸມຂອງກະຊວງອຸດສາຫະກຳ ແລະ ການຄ້າ ແຕ່ປັດຈຸບັນ ນວ ສາມາດເອົາເຂົ້າໃນໂຄງປະກອບລາຄາສິນຄ້າໄດ້ພຽງ 3 ຊະນິດຄື: ປານິນ ເຂົ້າໜຽວປະເພດ 2 ແລະ ຊີ້ນໝູ ເຊິ່ງ 3 ປະເພດສິນຄ້ານີ້ ນວ ສາມາດຜະລິດຕອບສະໜອງໃຫ້ຕະຫຼາດຈຳໜ່າຍໄດ້ພຽງພໍ ສ່ວນທີ່ເຫຼືອແມ່ນຍັງບໍ່ສາມາດເອົາເຂົ້າໃນໂຄງປະກອບລາຄາໄດ້ ເນື່ອງຈາກການຕອບສະໜອງຍັງບໍ່ພຽງພໍກັບຄວາມຕ້ອງການຂອງຕະຫຼາດ ຍັງຕ້ອງໄດ້ນຳເຂົ້າ.

    ສຳລັບຜູ້ດຳເນີນທຸລະກິດ ຖ້າບໍ່ຕິດປ້າຍລາຄາ ຫຼື ຂາຍເກີີນໂຄງລາຄາທີ່ກຳນົດໃຫ້ ຈະຖືວ່າລະເມີດຕໍ່ດຳລັດວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ເຊິ່ງພາຍຫຼັງທີ່ໄດ້ຮັບການຕັກເຕືອນ ແລະ ສຶກສາອົບຮົມມາແລ້ວຄັ້ງທີ 2 ຈະຖືກປັບໃໝຕາມແຕ່ລະກໍລະນີ ບໍ່ຕິດປ້າຍລາຄາ ມີໂທດປັບໃໝແຕ່ 5 ແສນກີບ ຫາ 1 ລ້ານກີບຕໍ່ຄັ້ງຕໍ່ລາຍການ ແຈ້ງຂໍ້ມູນເທັດກ່ຽວກັບໂຄງປະກອບລາຄາ ຫຼື ຄັງແຮສຳຮອງມີໂທດປັບໃໝແຕ່ 1-3 ລ້ານກີບຕໍ່ຄັ້ງຕໍ່ລາຍການ ນຳເອົາສິນຄ້າທີ່ມີໃນຄັງແຮສຳຮອງອອກຈຳໜ່າຍໂດຍບໍ່ໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງລາຄາ ມີໂທດປັບໃໝ 1-3 ລ້ານກີບຕໍ່ຄັ້ງຕໍ່ລາຍການ ຢຸດປະຕິເສດ ຫຼື ແກ່ຍາວເວລາການຈຳໜ່າຍ ຫຼື ບໍລິການໂດຍບໍ່ມີເຫດຜົນ ໃນເມື່ອມີຄຳສັ່ງຈາກອົງການຄຸ້ມຄອງລາຄາ ມີໂທດປັບໃໝແຕ່ 1-3 ລ້ານກີບຕໍ່ຄັ້ງຕໍ່ລາຍການ ນຳໃຊ້ໂຄງປະກອບລາຄາໂດຍບໍ່ໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງລາຄາ ມີໂທດປັບໃໝແຕ່ 1-5 ລ້ານກີບຕໍ່ຄັ້ງຕໍ່ລາຍການ ຖ້າພົບເຫັນຜູ້ຄ້າຂາຍລະເມີດຕໍ່ດຳລັດດັ່ງກ່າວ ສາມາດໂທແຈ້ງສາຍດ່ວນ 1510 ແລ້ວບອກລາຍລະອຽດຢ່າງຊັດເຈນເຖິງຈຸດທີ່ຕັ້ງຂອງຮ້ານຄ້າດັັ່ງກ່າວ ເພື່ອຄວາມສະດວກໃຫ້ການລົງກວດກາຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ.

error: Content is protected !!