ເຫດຜົນທີ່ຄວນກິນໝາກນັດ ໃຫ້ຫຼາຍຂຶ້ນ

ໝາກ​ນັດ​ເປັນ​ໝາກ​ໄມ້​ຊະ­ນິດ​ໜຶ່ງ​ທີ່​ແຊບ ແລະ ເປັນ​ໝາກ​ໄມ້​ທີ່​ໃຫ້​ປະ­ໂຫຍດ​ຫຼາຍ​ຢ່າງ ເພາະ​ມີ​ວິ­ຕາ­ມິນ​ຫຼາຍ​ຊະ­ນິດ​ເຊັ່ນ: ວິ­ຕາ­ມິນ C ແມງ​ກາ​ນິດ ວິ­ຕາ­ມິນ B1  B6  ໄຟ​ເບີ  ແຄວ​ຊຽມ ທີ່​ຊ່ວຍ​ເພີ່ມ​ພູມ​ຕ້ານ­ທານ ແລະ ເຮັດ​ໃຫ້​ເຮົາ​ມີ​ສຸ­ຂະ­ພາບ​ແຂງ­ແຮງ.

1. ຊ່ວຍ​ໃຫ້​ສຸ­ຂະ­ພາບ​ຂອງ​ຫົວ­ໃຈ​ແຂງ­ແຮງ​ຂຶ້ນ: ເພາະ​ໝາກ​ນັດ​ເຮັດ​ໃຫ້​ເລືອດ​ໄຫຼ​ວຽນ​ໄດ້ ງ່າຍ ຖ້າ​ເລືອດ​ໄຫຼ​ວຽນ​ດີ ຈະ​ເຮັດ​ໃຫ້​ຫຼຸດ​ຄວາມ​ສ່ຽງ​ເປັນ​ພະ­ຍາດ​ຫຼອດ​ເລືອດ​ໃນ​ສະ­ໝອງ ພະ­ຍາດ­ຫົວ­ໃຈ ແລະ ບັນ­ຫາ​ກ່ຽວ​ກັບ​ລະ­ບົບ​ໄຫຼ​ວຽນ​ຂອງ​ເລືອດ.

2. ປ້ອງ​ກັນ​ອະ­ນຸ​ມູນ​ອິດ­ສະ­ຫຼະ: ເພາະ​ໝາກ​ນັດ​ມີ​ວິ­ຕາ­ມິນ C ຫຼາຍ ຊ່ວຍ​ໃນ​ການ​ຕ້ານ​ອະ­ນຸ​ມູນ​ອິດ­ສະ­ຫຼະ​ໄດ້​ດີ ປ້ອງ​ກັນ​ອະ­ນຸ​ມູນ​ອິດ­ສະ­ຫຼະ​ທີ່​ທຳ­ລາຍ​ເຊວ​ປົກ­ກະ­ຕິ ແລະ ກໍ່­ໃຫ້­ເກີດ​ມະ​ເຮັງ.

3. ຕ້ານ​ການ​ອັກ­ເສບ: ໝາກ​ນັດ​ສາ­ມາດ​ຊ່ວຍ​ຕ້ານ​ການ​ອັກ­ເສບ ເສີມ​ສ້າງ​ການ​ເຮັດ​ວຽກ ຂອງ​ເອນ​ໄຊ ເຊິ່ງ​ເປັນ​ໂຕ​ສົ່ງ​ຜົນ​ກະ­ທົບ​ຫຼັກ​ໃນ​ການ​ກໍ່­ໃຫ້­ເກີດ​ການ​ບວມ ແລະ ການ​ອັກ­ເສບ ຫຼຸດ​ການ​ປວດ​ເມື່ອຍ ຫຼື ຂໍ້​ອັກ­ເສບ.

4. ປ້ອງ​ກັນ​ມະ​ເຮັງ: ໝາກ​ນັດ​ປ້ອງ​ກັນ​ຄວາມ​ເສຍ​ຫາຍ​ຈາກ​ອະ­ນຸ​ມູນ​ອິດ­ສະ­ຫຼະ ແລະ ມີ​ປະ­ໂຫຍດ​ໃນ​ການ​ຕ້ານ​ການ​ອັກ­ເສບ ແລະ ຍັງ​ສາ­ມາດ​ຫຼຸດ​ຂະ­ໜາດ​ຂອງ​ເນື້ອ​ງອກ ແລະ ສາ­ມາດ ກຳ­ຈັດ​ອອກ​ໄດ້.

5. ເຮັດ​ໃຫ້​ກະ­ດູກ ແລະ ຜິວ​ສຸ­ຂະ­ພາບ​ດີ: ໝາກ​ນັດ​ອຸ­ດົມ​ດ້ວຍ​ຟອດ​ສະ​ຟໍ​ລັດ ແມັງ​ກາ​ນິດ ແລະ ແຄວ​ຊຽມ ເຊິ່ງ​ຈະ​ເຮັດ​ໃຫ້​ກະ­ດູກ​ແຂງ­ແຮງ ເຊິ່ງ​ແມງ​ກາ​ນິດ​ຍັງ​ຮັກ­ສາ​ບາດ­ແຜ ແລະ ເຮັດ​ໃຫ້​ຜິວ​ເປັ່ງ​ປັ່ງ ສົດ­ໃສ.

6. ຊ່ວຍ​ຍ່ອຍ​ອາ­ຫານ​ໄດ້​ດີ: ໝາກ​ນັດ​ຈະ​ດີ​ຕໍ່​ລຳ​ໄສ້ ເຮັດ​ໃຫ້​ຍ່ອຍ​ອາ­ຫານ​ໄດ້​ດີ ຊ່ວຍ​ທຳ​ຄວາມ​ສະ­ອາດ​ກັກ​ເກັບ​ນ້ຳ ແລະ ຍັງ​ບັນ­ເທົາ​ອາ­ການ​ເຈັບ­ທ້ອງ​ໄດ້​ອີກ​ດ້ວຍ.

7. ເປັນ​ຢາ​ດີ​ໄອ: ດ້ວຍ​ການ​ກິນ​ນ້ຳ­ໝາກ​ນັດ​ຈະ​ສາ­ມາດ​ເປັນ​ຢາ​ແກ້​ໄອ​ໄດ້ ເພາະ​ມີ​ຄຸນ­ສົມ­ບັດ​ໃນ​ການ​ຕ້ານ​ການ​ອັກ­ເສບ ແລະ ບັນ­ເທົາ​ອາ­ການ​ໄອ ຖ້າ​ດີ​ແທ້ ກໍ​ຄວນ​ເພີ່ມ​ນ້ຳ­ເຜິ້ງ​ລົງ​ເລັກ​ໜ້ອຍ ເພາະ​ຈະ​ຊ່ວຍ​ແກ້​ບັນ­ຫາ​ການ​ຕິດ­ເຊື້ອ​ໄດ້.

ວ.ດາ­ລາ​ວົງ-ນຳ​ສະ­ເໜີ

error: Content is protected !!