ໃຫ້ຄວາມຮູ້ຜູ້ບໍລິຫານກີລາ-ກາຍຍະກຳ ນວ

ຊຸດ​ເຝິກ­ອົບ­ຮົມ​ຜູ້​ບໍ­ລິ­ຫານ​ກີ­ລາ-ກາຍ­ຍະ­ກຳ​ທົ່ວ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຈັດ​ຂຶ້ນ​ວັນ​ທີ 12-13 ສິງ­ຫາ 2020 ຢູ່​ສູນ​ກີ­ລາ​ບຶງ​ຂະ​ຫຍອງ ມີ​ທ່ານ ສົມ​ພອນ ສອນ​ດາ­ລາ ຫົວ­ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ນວ ທ່ານ ສົມ​ພູ ພົງ­ສາ ຜູ້​ຊ່ວຍ​ລັດ­ຖະ­ມົນ­ຕີ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ທັງ​ເປັນ​ຮອງ​ປະ­ທານ ແລະ ເລ­ຂາ­ທິ­ການ​ຄະ­ນະ​ກຳ­ມະ­ການ​ກີ­ລາ​ໂອ​ແລມ​ປິກ​ແຫ່ງ​ຊາດ​ລາວ (ວິ­ທະ­ຍາ­ກອນ) ບັນ­ດາ​ຫົວ­ໜ້າ​ຂະ­ແໜງ ຮອງ​ຫົວ­ໜ້າ​ຫ້ອງ­ການ​ສຶກ​ສາ​ທິ​ການ ແລະ ກີ­ລາ 9 ເມືອງ ໂຮງ­ຮຽນ​ເປົ້າ​ໝາຍ ແລະ ພະ­ນັກ­ງານ ວິ­ຊາ​ການ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ບຸນ​ສົງ ນົນ​ແກ້ວ​ອິນ​ທິ​ຈັກ ຮອງ​ຫົວ­ໜ້າ​ຂະ­ແໜງ​ກີ­ລາ​ລະ­ດັບ​ສູງ ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ນວ ລາຍ​ງານ​ໜ້າ​ວຽກ​ຂະ­ແໜງ​ກີ­ລາ​ລະ­ດັບ​ສູງ​ວ່າ: ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ­ການ​ສົກ​ປີ 2019-2020 ມີ​ຜົນ­ສຳ­ເລັດ​ຫຼາຍ​ດ້ານ ໂດຍ​ສະ­ເພາະ ໄດ້​ຈັດ­ການ​ແຂ່ງ­ຂັນ​ກີ­ລາ 26 ປະ­ເພດ ພາຍ​ໃນ ນວ ເພື່ອ​ຄັດ​ເລືອກ​ເອົາ​ນັກ­ກີ­ລາ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ໃນ​ງານ​ມະ​ຫະ​ກຳ​ກີ­ລາ​ແຫ່ງ​ຊາດ ຄັ້ງ​ທີ XI ມີ​ສະ­ຫະ­ພັນ​ຄູ​ເຝິກ​ເຂົ້າ​ຮ່ວມ​ຄັດ​ເລືອກ​ນັກ­ກີ­ລາ​ທັງ​ໝົດ 650 ຄົນ ຍິງ 270 ຄົນ ພ້ອມ​ທັງ​ໄດ້​ຂຶ້ນ​ທະ­ບຽນ​ທັບ​ນັກ­ກີ­ລາ ນວ ກະ­ກຽມ​ບຸ​ຄະ­ລາ​ກອນ​ເຂົ້າ​ຮ່ວມ​ກີ­ລາ​ແຫ່ງ​ຊາດ ຄັ້ງ​ທີ XI ມີ​ຄູ​ເຝິກ 89 ຄົນ ນັກ­ກີ­ລາ 432 ຄົນ ຈາກ​ທັງ​ໝົດ 28 ປະ­ເພດ.

ສຳ­ລັບ​ແຜນ​ວຽກ​ຈຸດ​ສຸມ​ປີ 2021 ສືບ­ຕໍ່​ເອົາ­ໃຈ­ໃສ່​ປັບ­ປຸງ ແກ້​ໄຂ​ບັນ­ຫາ​ສິ່ງ​ທ້າ​ທາຍ​ຕ່າງໆ​ນັ້ນ​ໃຫ້​ບັນ­ລຸ ໂດຍ​ສະ­ເພາະ ຈະ​ໄດ້​ສຸມ​ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ​ບັນ­ດາ​ຄາດ­ໝາຍ​ຕ່າງໆ ທີ່​ວາງ​ໄວ້​ໃນ​ແຜນ​ພັດ­ທະ­ນາ​ວຽກ​ງານ​ກີ­ລາ-ກາຍ­ຍະ­ກຳ​ຂອງ​ຂະ­ແໜງ​ກີ­ລາ​ລະ­ດັບ​ສູງ​ປີ 2021 ເປັນ­ຕົ້ນ ສົມ­ທົບ​ກັບ​ຂະ­ແໜງ​ວິ­ຊາ​ການ​ທີ່​ຕິດ​ພັນ​ກັບ​ຂະ­ແໜງ​ກີ­ລາ-ກາຍ­ຍະ­ກຳ ຄື: ຂະ­ແໜງ​ກີ­ລາ​ມວນ​ຊົນ ຂະ­ແໜງ​ພະ­ລະ ແລະ ສິ­ລະ​ປະ​ສຶກ​ສາ​ໃນ​ການ​ສ້າງ​ບຸ​ຄະ­ລາ​ກອນ​ການ​ກີ­ລາ ເຊັ່ນ: ຜູ້​ບໍ­ລິ­ຫານ​ການ​ກີ­ລາ ຄູ​ເຝິກ ກຳ­ມະ­ການ​ຕັດ­ສິນ (ພິ­ເສດ ເນັ້ນ​ຄູ​ພະ­ລະ­ສຶກ­ສາ-ຄູ​ທີ່​ຮັກ​ດ້ານ​ການ​ກີ­ລາ) ຄຸ້ມ​ຄອງ​ສະ­ຫະ­ພັນ ກວດ­ກາ​ສະ­ໂມ­ສອນ ແລະ ເກັບ​ກຳ​ອຸ­ປະ­ກອນ​ການ​ກີ­ລາ​ທີ່​ມີ​ແລ້ວ ເພື່ອ​ຮັບ​ໃຊ້​ງານ​ແຂ່ງ­ຂັນ​ຕໍ່​ໄປ ເພື່ອ​ປະ­ຢັດ​ງົບ­ປະ­ມານ​ຂອງ​ລັດ ພ້ອມ​ທັງ​ປຸກ­ລະ­ດົມ​ສັງ­ຄົມ ສະ­ຫະ­ພັນ​ກີ­ລາ ໃຫ້​ມີ​ການ​ແຂ່ງ­ຂັນ​ກີ­ລາ​ຢ່າງ​ຕໍ່​ເນື່ອງ ໃນ​ວັນ​ສຳ­ຄັນ​ຕ່າງໆ​ຂອງ​ຊາດ​ຂອງ​ສາ­ກົນ ໃຫ້​ມີ​ຄວາມ​ຍືນ​ຍົງ ແລະ ຮູບ​ແບບ​ຕໍ່​ເນື່ອງ.

ໂອ­ກາດ​ນີ້ ທ່ານ ສົມ​ພອນ ສອນ​ດາ­ລາ ກ່າວ​ວ່າ: ວຽກ​ງານ​ກີ­ລາ-ກາຍ­ຍະ­ກຳ​ເປັນ​ວຽກ​ງານ​ໜຶ່ງ​ທີ່​ສຳ­ຄັນ ທີ່​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ເອົາ­ໃຈ­ໃສ່​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ແຜນ​ພັດ­ທະ­ນາ​ກີ­ລາ ນວ ທັງ​ເປັນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ຍຸດ​ທະ​ສາດ​ແຕ່​ນີ້​ຮອດ​ປີ 2025 ແລະ ແຜນ­ການ 5 ປີ 2021-2025 ຂອງ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ນວ ວາງ​ອອກ ໂດຍ​ສະ­ເພາະ ການ​ກະ­ກຽມ​ເປັນ​ເຈົ້າ­ພາບ​ຈັດ​ງານ​ກີ­ລາ​ແຫ່ງ​ຊາດ ຄັ້ງ​ທີ XII ປີ 2023 ຂອງ ນວ ສະ­ນັ້ນ ຮຽກ­ຮ້ອງ​ມາ ຍັງ​ນັກ​ເຝິກ­ອົບ­ຮົມ​ຕັ້ງ­ໃຈ​ເກັບ​ກ່ຽວ​ເອົາ​ຄວາມ​ຮູ້ ເພື່ອ​ໄປ​ຜັນ​ຂະ­ຫຍາຍ​ວຽກ​ງານ​ກີ­ລາ-ກາຍ­ຍະ­ກຳ​ໃນ​ຂົງ­ເຂດ​ທີ່​ຕົນ​ເອງ​ຮັບ­ຜິດ­ຊອບ ເພື່ອ​ສ້າງ​ບຸ​ຄະ­ລາ​ກອນ​ດ້ານ​ກີ­ລາ​ຮັບ​ໃຊ້​ພາຍ​ໃນ ນວ ລະ­ດັບ​ຊາດ ແລະ ກ້າວ​ສູ່​ສາ­ກົນ.

ສຳ­ລັບ​ການ​ເຝິກ­ອົບ­ຮົມ​ຄັ້ງ​ນີ້ ປະ­ກອບ​ມີ 5 ຫົວ­ຂໍ້ ຄື: ສະ­ພາບ​ການ​ລວມ​ການ­ຈັດ­ຕັ້ງ ແລະ ເຄື່ອນ​ໄຫວ​ກີ­ລາ-ກາຍ­ຍະ­ກຳ​ການ​ສ້າງ ແລະ ພັດ­ທະ­ນາ​ບຸ​ຄະ­ລາ​ກອນ ລະ­ບົບ​ການ​ບໍ­ລິ­ຫານ​ການ​ເປັນ​ເຈົ້າ­ພາບ​ຈັດ​ງານ​ມະ​ຫະ​ກຳ​ກີ­ລາ​ລະ­ດັບ​ຊາດ ຫຼື ເປັນ​ເຈົ້າ­ພາບ​ກີ­ລາ​ທົ່ວ​ແຂວງ-ນະ­ຄອນ­ຫຼວງ ການ​ສ້າງ ແລະ ການ​ພັດ­ທະ­ນາ​ກີ­ລາ​ໃນ​ໂຮງ­ຮຽນ ເຂົ້າ​ຮ່ວມ​ງານ​ກີ­ລາ​ນັກ­ຮຽນ ສາ­ມັນ ການ​ບໍ­ລິ­ຫານ ແລະ ການ​ກະ­ກຽມ​ຂອງ​ແຂວງ ນະ­ຄອນ­ຫຼວງ ເຂົ້າ​ຮ່ວມ​ງານ​ມະ​ຫະ​ກຳ​ກີ­ລາ​ແຫ່ງ​ຊາດ.

error: Content is protected !!