ທ້າວ ພັນທະລັງ ອຸໄທທານີ (ເຈມບອນ) ແລະ ນາງ ເພັດມະນີ ແກ້ວເພຍຈັນ ນັກກີລາດອກປີກໄກ່ຄູ່ປະສົມ ແຊັມເກົ່າ ລາຍການດອກປີກໄກ່ ເບຍລາວໂອເພັນ 2019 ໃຫ້ສຳພາດວັນທີ 11 ສິງຫາ 2020 ວ່າ: ປັດຈຸ ບັນພວກເຮົາມີຄວາມຮູ້ສຶກພາກພູມໃຈ ແລະ ຕື່ນເຕັ້ນເປັນຢ່າງຍິ່ງທີ່ຈະໄດ້ເຂົ້າຮ່ວມປ້ອງກັນແຊັມລາຍການແຂ່ງຂັນກີລາດອກປີກໄກ່ທີ່ເປັນລາຍການຍິ່ງໃຫຍ່ທີ່ສຸດໃນລາວ ຫຼື ລາຍການ 20th BeerLao Open 2020 ຈັດຂຶ້ນວັນທີ 20-23 ສິງຫາ 2020 ທີ່ສະໂມສອນດອກປີກໄກ່ເສດຖາ(ບຶງຂະຫຍອງ) ສຳລັບຄວາມ ພ້ອມຂອງຕົນເອງໄດ້ເຝິກຊ້ອມທຸກວັນ ວັນລະ 4 ຊົ່ວໂມງ ຕາມມາດຕະຖານສາກົນ ແລະ ກໍເຝິກຊ້ອມແຕກຕ່າງກັບນັກກີລາຈາກ ສະໂມສອນອື່ນໆ ບາງວັນເຝິກຊ້ອມຢູ່ຄອດຫາດຊາຍ ແລະ ເຝິກຊ້ອມໃນເດີ່ນຮົ່ມ ເຫດຜົນໃນການເຝິກຊ້ອມເດີ່ນຫາດຊາຍເພື່ອເປັນການຍົກລະດັບການເໜັງຕີງ ແລະ ການສະປີດຂອງຮ່າງກາຍທຸກສ່ວນ ເປັນຕົ້ນ ຂາເພື່ອໃຫ້ມີຄວາມໄວຂຶ້ນກວ່າເກົ່າຕະຫຼອດໄລຍະການເຝິກຊ້ອມຜ່ານມາ ສາມາດເວົ້າໄດ້ວ່າໄລຍະນີ້ມີຄວາມພ້ອມເຕັມທີ່ ແລະ ພ້ອມທີ່ຈະເຂົ້າຮ່ວມແຂ່ງຂັນທຸກສະຖານະການ ປີນີ້ຈະໄດ້ລົງແຂ່ງຂັນ 2 ລາຍການ ປະເພດທີມຄູ່ປະສົມ ແລະ ທີມຄູ່ຊາຍຮ່ວມກັບ ທ້າວ ເມກສະຫວ່າງ ພົມມາລີ ອະດີດນັກກີລາດອກປີກໄກ່ທີມຊາດລາວ.
ສ່ວນ ສາວແອນນ່າ ກ່າວວ່າ: ເຖິງວ່າພວກເຮົາຈະບໍ່ມີໂອ ກາດໄດ້ມາເຝິກຊ້ອມຮ່ວມກັນ ຢ່າງເປັນປົກກະຕິກໍຕາມ ແຕ່ພວກເຮົາກໍມີປະສົບການມາຢ່າງຫຼວງຫຼາຍເຄີຍຈັບຄູ່ຮ່ວມກັນລ່າແຊັມຫຼາຍລາຍການ ທີ່ ສປ ຈີນ ປີຜ່ານມາ ໃນໄລຍະໄປສຶກສາຕໍ່ທີ່ປະເທດຈີນ ແລະ ລວມທັງແຊັມລາຍການຄູ່ປະສົມເບຍລາວ ໂອເພັນ 2019 ປັດຈຸບັນສືບຕໍ່ເຝິກຊ້ອມທີ່ບ້ານເກີດ ເມືອງທ່າແຂກ ແຂວງຄຳ ມ່ວນ ຊ້ອມທຸກວັນ ແລະ ເຊື່ອວ່າເຖິງຈະມີອຸປະສັກບໍ່ໄດ້ເຝິກ ຊ້ອມຮ່ວມກັນກໍຕາມ ແຕ່ພວກເຮົາຈະນຳໃຊ້ປະສົບການທີ່ເຄີຍຜ່ານຜ່າ ເພື່ອຫວັງປ້ອງກັນແຊັມລາຍການນີ້ໃຫ້ໄດ້ອີກ 1 ສະໄໝ.
ການແຂ່ງຂັນດອກປີກໄກ່ເບຍລາວໂອເພັນ 2020 ກຳນົດການແຂ່ງຂັນວັນທີ 20-23 ສິງຫາ 2020 ທີ່ສະໂມສອນກີລາດອກປີກໄກ່ໄຊເສດຖາ ລາຍການນີ້ມີການຊີງໄຊກັນ 11 ລາຍການ ປະກອບມີ ປະເພດດ່ຽວເຍົາວະຊົນຊາຍຮຸ່ນອາຍຸບໍ່ເກີນ 14 ປີ ດ່ຽວເຍົາວະຊົນຍິງຮຸ່ນ 17 ປີ ຄູ່ເຍົາວະຊົນປະສົມ ຮຸ່ນ 17 ປີ ດ່ຽວຊາຍທົ່ວໄປຄູ່ຍິງທົ່ວໄປຄູ່ອາວຸໂສຊາຍອາຍຸລວມ 90 ປີຂຶ້ນໄປ ດ່ຽວເຍົາວະຊົນຊາຍ ຮຸ່ນ 17 ປີ ຄູ່ເຍົາວະຊົນຊາຍ ຮຸ່ນ 17 ປີ ຄູ່ສະໝັກຫຼິ້ນຊາຍຄູ່ຊາຍທົ່ວໄປ ແລະ ຄູ່ປະສົມທົ່ວໄປ.