ເຖິງ: ທ່ານຜູ້ອຳນວຍການຮ້ານບັນເທິງ ແລະ ຄາຣາໂອເກະ
ເລື່ອງ: ໃຫ້ປິດການດຳເນີນກິດຈະການຊົ່ວຄາວ
- ອີງຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 838/ຫສນຍ ລົງວັນທີ 7/8/2020 ວ່າດ້ວຍທິດຊີ້ນຳເພີ່ມເຕີມການສືບຕໍ່ເພີ່ມທະວີປະຕິບັດບັນດາມາດຕະການຜ່ອນຜັນ ປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19.
- ອີງຕາມແຈ້ງການຂອງຫ້ອງການກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ສະບັບເລກທີ 205/ຖວທ ລົງວັນທີ 7/8/2020 ວ່າດ້ວຍເພີ່ມທະວີການຕິດຕາມກວດກາ ແລະ ປະຕິບັດວິໄນຕໍ່ຮ້ານບັນເທີງ ຄາຣາໂອເກະ ແລະ ຮ້ານເກມ ທີ່ບໍ່ປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.

ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງທ່ານຜູ້ອຳນວຍການຮ້ານບັນເທິງ ແລະ ຄາຣາໂອເກະ ຢູ່ໃນນະຄອນຫຼວງວຽງຈັນ ຜູ້ທີ່ຍັງລະເມີດເປີດບໍລິການໃຫ້ປິດການດຳເນີນກິດຈະການຊົ່ວຄາວ ນັບແຕ່ວັນທີ 10 ສິງຫາ 2020 ເປັນຕົ້ນໄປ ເພື່ອ ຕ້ານ ແລະ ສະກັດກັ້ນການດຳເນີນກິດຈະການຊົ່ວຄາວ ນັບແຕ່ວັນທີ 10 ສິງຫາ 2020 ເປັນຕົ້ນໄປ ເພື່ອຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຈົນກວ່າຈະມີແຈ້ງການໃຫ້ສາມາດເປີດບໍລິການຄືນໃໝ່.

ສຳລັບທຸລະກິດຮ້ານອາຫານ ແມ່ນໃຫ້ຈັດສັນສະຖານທີ່ບໍລິການຄືນໃໝ່ ບໍ່ໃຫ້ແອອັດ ສາມາດຮັກສາໄລຍະຫ່າງຕາມລະບຽບການຄວບຄຸມການລະບາດພະຍາດ COVID-19 ທີ່ພາກສ່ວນສາທາລະນະສຸກວາງອອກ ແລະ ໃຫ້ຢຸດການເສບດົນຕີປະເພດຕ່າງໆ ໃຫ້ມີແຕ່ການບໍລິການອາຫານເປັນຕົ້ນຕໍ ບໍ່ໃຫ້ເນັ້ນ ໃສ່ບໍລິການເຫຼົ້າ ເບຍ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ ມີການເປີດສຽງເພງເບົາໆຕາມມາດຕະຖານຮ້ານອາຫານ ຈຳກັດສຽງດັງເນືອງນັນບໍ່ໃຫ້ລົບກວນຜູ້ອື່ນ ຮັກສາເວລາປິດຮ້ານທີ່ທາງການກຳນົດ ເວລາ 23:00 ໂມງ ເພື່ອເຮັດໃຫ້ເກີດຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ມອບໃຫ້ຄະນະກຳມະການສະເພາະກິດຂອງພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ສົມທົບກັບຫ້ອງການ ຖວທ ເມືອງ ລົງຕິດຕາມ ແລະ ປະສານກັບເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ທາງດ້ານຂໍ້ມູນ ແລະ ການລົງເຄື່ອນໄຫວຕົວຈິງ ຖ້າພົບເຫັນ ຫຼື ໄດ້ຮັບລາຍງານວ່າ ມີການລະເມີດຂອງບັນດາທຸລະກິດດັ່ງກ່າວ ພາຍຫຼັງທີ່ທາງ ປກສ ກຸ່ມ ບ້ານ ໄດ້ເຮັດບົດບັນທຶກແນະນຳ ແລະ ຕັກເຕືອນແລ້ວ ແມ່ນຈະໄດ້ປະຕິບັດລະບຽບວິໄນ ຄື: ຖອນໃບອະນຸຍາດດຳເນີນທຸລະກິດ ແລະ ນຳສົ່ງເຖິງຂະແໜງອຸດສາຫະກຳ-ການຄ້າ ເພື່ອລົບລ້າງໃບທະບຽນວິສາຫະກິດ ພ້ອມທັງປັບໃໝຕາມລະບຽບກົດໝາຍ.
ດັ່ງນັ້ນ ຈຶ່ງໄດ້ແຈ້ງມາຍັງທ່ານຜູ້ອຳນວຍການຮ້ານບັນເທີງ ແລະ ຄາຣາໂອເກະ ເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດດ້ວຍ.
