ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ ຄັ້ງທີ 5 ສະໄໝທີ X ໄຂຂຶ້ນຢ່າງເປັນທາງການ

ກອງ​ປະ­ຊຸມ​ສາ­ມັນ​ຄົບ​ຄະ­ນະ​ກຳ­ມະ­ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ຄັ້ງ​ທີ 5 ສະ­ໄໝ​ທີ X ຈັດ​ຂຶ້ນ​ວັນ​ທີ 11-12 ສິງ­ຫາ 2020 ທີ່​ຫໍ​ປະ­ຊຸມ​ແຫ່ງ​ຊາດ ເປັນ​ປະ­ທານ​ຂອງ​ທ່ານ ໄຊ​ສົມ​ພອນ ພົມ­ວິ­ຫານ ປະ­ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ມີ​ພະ​ເຖ­ລາ­ນຸ­ເຖລະ ພ້ອມ​ດ້ວຍ​ບັນ­ດາ​ຮອງ​ປະ­ທານ ກຳ­ມະ­ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ປະ­ທານ​ແນວ​ລາວ​ສ້າງ​ຊາດ​ແຂວງ ນະ­ຄອນ­ຫຼວງ​ໃນ​ທົ່ວ​ປະ­ເທດ ຕະ­ຫຼອດ​ຮອດ​ພະ­ນັກ­ງານ​ຫຼັກ​ແຫຼ່ງ ແລະ ຜູ້­ຕາງ­ໜ້າ​ອົງ​ການ­ຈັດ­ຕັ້ງ​ມະ­ຫາ­ຊົນ​ເຂົ້າ​ຮ່ວມ.

ການ​ດຳ­ເນີນ​ກອງ​ປະ­ຊຸມ​ສາ­ມັນ​ຄົບ​ຄະ­ນະ​ກຳ­ມະ­ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ຄັ້ງ​ທີ 5 ສະ­ໄໝ​ທີ X ຄັ້ງ​ນີ້ ຈະ​ເປັນ​ກອງ​ປະ­ຊຸມ​ມ້ວນ­ທ້າຍ​ຂອງ​ຄະ­ນະ​ກຳ­ມະ­ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ສະ­ໄໝ​ທີ X ຊຶ່ງ​ບັນ­ດາ​ທ່ານ​ຜູ້​ແທນ​ຈະ​ໄດ້​ພ້ອມ​ກັນ​ປຶກ­ສາ​ຫາ­ລື ຜ່ານ​ເນື້ອ​ໃນ​ສຳ­ຄັນ ແລະ ຈະ​ໄດ້​ຮັບ​ຟັງ​ການ​ປະ­ກອບ​ຄຳ​ເຫັນ ແລະ ການ​ຄົ້ນ­ຄວ້າ​ປະ­ກອບ​ຄຳ​ເຫັນ​ຕໍ່​ຮ່າງ​ເອ­ກະ­ສານ​ຈຳ­ນວນ​ໜຶ່ງ ເພື່ອ​ກະ­ກຽມ​ໃຫ້​ແກ່​ກອງ​ປະ­ຊຸມ​ຜູ້​ແທນ​ແນວ​ລາວ​ສ້າງ​ຊາດ​ທົ່ວ​ປະ­ເທດ​ຄັ້ງ​ທີ XI ດັ່ງ­ນີ້: ຜ່ານ​ຮ່າງ​ບົດ​ສະ­ຫຼຸບ​ຕີ​ລາ­ຄາ​ການ­ເຄື່ອນ­ໄຫວ​ວຽກ​ງານ​ແນວ​ລາວ​ສ້າງ​ຊາດ ປີ 2019-2020 ແລະ ທິດ​ທາງ​ແຜນ­ການ­ເຄື່ອນ­ໄຫວ 2020-2021 ການ​ປະ­ກອບ​ຄຳ​ເຫັນ​ຂອງ​ຜູ້­ຕາງ­ໜ້າ​ໃຫ້​ອົງ​ການ­ຈັດ­ຕັ້ງ​ມະ­ຫາ­ຊົນ ໃນ​ຫົວ­ຂໍ້ “ ການ​ປຸກ­ລະ­ດົມ​ມະ­ຫາ­ຊົນ​ເຂົ້າ​ຮ່ວມ​ສ້າງ​ຂະ​ບວນ​ການ​ຄຳ­ນັບ​ຮັບ​ຕ້ອນ​ວັນ​ສຳ­ຄັນ​ຂອງ​ຊາດ ແລະ ກອງ​ປະ­ຊຸມ​ໃຫຍ່ 3 ຂັ້ນ​ຂອງ​ພັກ” ການ​ປະ­ກອບ​ຄຳ​ເຫັນ​ຂອງ​ຜູ້­ຕາງ­ໜ້າ​ຄະ­ນະ​ທີ່​ປຶກ­ສາ​ວຽກ​ງານ​ແນວ​ລາວ​ສ້າງ​ຊາດ ໃນ​ຫົວ­ຂໍ້ “ບົດ­ບາດ​ຂອງ​ຄະ­ນະ​ທີ່​ປຶກ­ສາ ໃນ​ການ​ປະ­ກອບ­ສ່ວນ​ເຂົ້າ​ວຽກ​ງານ​ຕ່າງໆ​ຂອງ​ແນວ​ລາວ​ສ້າງ​ຊາດ ໂດຍ​ສະ­ເພາະ​ແມ່ນ​ວຽກ​ງານ​ຄົນ​ເຊື້ອ​ຊາດ​ລາວ​ຢູ່​ຕ່າງ­ປະ­ເທດ” ການ​ປະ­ກອບ​ຄຳ​ເຫັນ​ຂອງ​ແນວ​ລາວ​ສ້າງ​ຊາດ​ແຂວງ​ຜົ້ງ​ສາ­ລີ ກ່ຽວ​ກັບ​ການ​ຊຸກ­ຍູ້​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ໃນ​ການ​ປູກ​ຊາ​ຂຽວ​ເປັນ​ສິນ­ຄ້າ ການ​ປະ­ກອບ​ຄຳ​ເຫັນ​ຂອງ​ແນວ​ລາວ​ສ້າງ​ຊາດ​ແຂວງ​ບໍ​ລິ​ຄຳ​ໄຊ ກ່ຽວ​ກັບ​ການ​ປັບ­ປຸງ​ກົງ­ຈັກ​ການ­ຈັດ­ຕັ້ງ​ຂົງ­ເຂດ​ແນວ​ລາວ​ສ້າງ​ຊາດ​ແຂວງ​ບໍ​ລິ​ຄຳ​ໄຊ ການ​ປະ­ກອບ​ຄຳ​ເຫັນ​ຂອງ​ແນວ​ລາວ​ສ້າງ​ຊາດ​ແຂວງ​ໄຊ​ສົມ­ບູນ ກ່ຽວ​ກັບ​ຂະ​ບວນ​ການ​ສ້າງ​ຄອບ­ຄົວ ແລະ ບ້ານ​ສາ­ມັກ­ຄີ​ປອງ​ດອງ ຕິດ​ພັນ​ກັບ​ການ​ແກ້​ໄຂ​ຄວາມ­ທຸກ​ຍາກ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ຢູ່​ແຂວງ​ໄຊ​ສົມ­ບູນ ການ​ປະ­ກອບ​ຄວາມ​ເຫັນ​ຂອງ​ແນວ​ລາວ​ສ້າງ​ຊາດ​ແຂວງ​ເຊ​ກອງ ກ່ຽວ​ກັບ​ຂະ​ບວນ​ການ​ສ້າງ​ຄອບ­ຄົວ ແລະ ບ້ານ​ສາ­ມັກ­ຄີ​ປອງ​ດອງ​ຢູ່​ແຂວງ​ເຊ​ກອງ ຜ່ານ​ໂຄງ​ຮ່າງ​ບົດ​ລາຍ​ງານ​ການ­ເມືອງ​ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ແນວ​ລາວ​ສ້າງ​ຊາດ​ທົ່ວ​ປະ­ເທດ ຄັ້ງ​ທີ XI ຜ່ານ​ຮ່າງ​ກົດ​ລະ­ບຽບ​ຂອງ​ແນວ​ລາວ​ສ້າງ​ຊາດ ສະ­ໄໝ​ທີ XI ສະ­ບັບ​ປັບ­ປຸງ.

ນອກ­ຈາກ​ນັ້ນ ເພື່ອ​ເປັນ​ການ​ຍ້ອງ­ຍໍ​ຊົມ­ເຊີຍ​ຜົນ­ງານ 10 ປີ ໃຫ້​ພະ­ນັກ­ງານ-ລັດ­ຖະ­ກອນ ໃນ​ໂອ­ກາດ​ສະ­ເຫຼີມ­ສະ­ຫຼອງ​ວັນ​ປະ­ຫວັດ­ສາດ​ສຳ­ຄັນ​ຂອງ​ແນວ​ລາວ​ສ້າງ​ຊາດ ຄົບ­ຮອບ 70 ປີ ກອງ​ປະ­ຊຸມ​ຄັ້ງ​ນີ້ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ຈະ​ໄດ້​ຈັດ​ພິ­ທີ​ຍ້ອງ­ຍໍ​ສັນ­ລະ­ເສີນ​ໃຫ້​ຖັນ​ແຖວ​ສະ­ມາ­ຊິກ​ພັກ-ພະ­ນັກ­ງານ  ຄະ­ນະ​ກຳ­ມະ­ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ອ້ອມ​ຂ້າງ​ສູນ​ກາງ​ຈຳ­ນວນ​ໜຶ່ງ.

error: Content is protected !!