ລາວ-ກຳປູເຈຍ ສືບຕໍ່ຮ່ວມມືວຽກງານລັດຖະສະພາ

    ການ​ພົບ​ປະ​ສອງ​ຝ່າຍ ລະ­ຫວ່າງ ປະ­ທານ​ຄະ­ນະ​ມິດ­ຕະ­ພາບ​ລັດ​ຖະ​ສະ­ພາ ລາວ-ກຳ­ປູ­ເຈຍ ແລະ​ປະ­ທານ​ຄະ­ນະ​ມິດ­ຕະ­ພາບ​ລັດ​ຖະ​ສະ­ພາ ກຳ­ປູ­ເຈຍ-ລາວ ຈັດ​ຂຶ້ນ​ວັນ​ທີ 27 ກຸມ­ພາ 2020 ຢູ່​ສະ­ພາ​ແຫ່ງ​ຊາດ​ລາວ ຝ່າວ​ລາວ​ນຳ​ໂດຍ​ທ່ານ ສາຍ­ທອງ ແກ້ວ​ດວງ​ດີ ປະ­ທານ​ຄະ­ນະ​ມິດ­ຕະ­ພາບ​ລັດ​ຖະ​ສະ­ພາ​ລາວ-ກຳ­ປູ­ເຈຍ  ປະ­ທານ​ກຳ­ມາ​ທິ​ການ​ກົດ­ໝາຍ​ສະ­ພາ​ແຫ່ງ​ຊາດ​ລາວ ແລະ ຝ່າຍ​ກຳ­ປູ­ເຈຍ​ນຳ​ໂດຍ​ທ່ານ ເຈີຍ​ວັນ​ເດດ ປະ­ທານ​ຄະ­ນະ​ມິດ­ຕະ­ພາບ​ລັດ​ຖະ​ສະ­ພາ​ກຳ­ປູ­ເຈຍ-ລາວ ປະ­ທານ​ກຳ­ມາ​ທິ​ການ​ທີ 3 (ປະ­ທານ​ກຳ­ມາ​ທິ​ການ​ແຜນ­ການ ການ​ລົງ­ທຶນ​ກະ­ສິ­ກຳ​ພັດ­ທະ­ນາ​ຊົນ­ນະ­ບົດ​ສິ່ງ­ແວ­ດລ້ອມ ແລະ ແຫຼ່ງ​ນ້ຳ) ສະ­ພາ​ແຫ່ງ​ຊາດ​ກຳ­ປູ­ເຈຍ.

    ການ​ພົບ​ປະ­ກັນ​ຄັ້ງ​ນີ້ ສອງ​ຝ່າຍ​ໄດ້​ຕີ​ລາ­ຄາ​ສູງ​ຕໍ່​ໝາກ­ຜົນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ​ວ່າ​ດ້ວຍ​ການ​ຮ່ວມ​ມື​ສອງ​ຝ່າຍ​ທີ່​ໄດ້​ເຊັນ​ກັນ ໃນ​ວັນ​ທີ 14 ມັງ­ກອນ 2019  ເປັນ­ຕົ້ນ ສອງ​ສະ­ພາ​ໄດ້​ແລກ ປ່ຽນ​ຄະ­ນະ​ຜູ້​ແທນ​ລະ­ດັບ​ປະ­ທານ​ສະ­ພາ​ແຫ່ງ​ຊາດ ໃນ​ນັ້ນ ມີ​ຄະ­ນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ສະ­ພາ​ແຫ່ງ​ຊາດ​ລາວ ນຳ​ໂດຍ​ທ່ານ​ນາງ ປາ­ນີ ຢາ​ທໍ່​ຕູ້ ປະ­ທານ​ສະ­ພາ​ແຫ່ງ​ຊາດ ເຂົ້າ​ຮ່ວມ​ກອງ​ປະ­ຊຸມ APPF ແລະ ຢ້ຽມ­ຢາມ​ສັນ­ຖະ­ວະ­ໄມ­ຕີ​ທີ່​ລາ­ຊະ​ອາ­ນາ­ຈັກ​ກຳ­ປູ­ເຈຍ​ໃນ​ເດືອນ​ມັງ­ກອນ 2019 ຄະ­ນະ​ຜູ້​ແທນ​ຂັ້ນ​ສູງ​ສະ­ພາ​ແຫ່ງ​ຊາດ​ກຳ­ປູ­ເຈຍ ນຳ​ໂດຍ ສົມ­ເດັດ ເຮັງ​ຊຳ​ຣິນ ປະ­ທານ​ສະ­ພາ​ແຫ່ງ​ຊາດ​ໄດ້​ຢ້ຽມ­ຢາມ​ລາວ ໃນ​ເດືອນ​ພຶດ­ສະ­ພາ 2019 ນອກ​ນີ້ ຍັງ​ມີ​ການ​ແລກ­ປ່ຽນ​ການ​ຢ້ຽມ­ຢາມ ແລກ­ປ່ຽນ​ບົດ­ຮຽນ​ເຊິ່ງ​ກັນ ແລະ ກັນ ລະ­ດັບ​ປະ­ທານ​ກຳ­ມາ​ທິ​ການ ແລະ ໄດ້​ຮັບ​ເອົາ​ພະ­ນັກ­ງານ​ວິ­ຊາ​ການ​ຈຳ­ນວນ​ໜຶ່ງ​ສະ­ພາ​ແຫ່ງ​ຊາດ​ລາວ ໄປ​ເຝິກ​ອົບ​ຮົບ​ວຽກ​ງານ​ລັດ​ຖະ​ສະ­ພາ ແລະ ພາ­ສາ​ອັງ­ກິດ​ຢູ່​ກຳ­ປູ­ເຈຍ ພ້ອມ​ນີ້ ສອງ​ສະ­ພາ​ຍັງ​ໄດ້​ພົບ​ປະ​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ ແລະ​ໃຫ້­ການ​ສະ­ໜັບ­ສະ­ໜູນ​ເຊິ່ງ​ກັນ ແລະ ກັນ​ເປັນ​ຢ່າງ​ດີ ໃນ​ໂອ­ກາດ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ລັດ​ຖະ​ສະ­ພາ​ພາກ​ພື້ນ ແລະ ສາ­ກົນ​ເປັນ­ຕົ້ນ AIPA APPFIPU ASEP ແລະ ອື່ນໆ.

    ສຳ­ລັບ​ທິດ​ທາງ​ການ​ຮ່ວມ​ມື​ຕໍ່­ໜ້າ ສອງ​ຝ່າຍ​ສະ­ເໜີ​ໃຫ້​ສະ­ພາ​ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ເນື້ອ​ໃນ​ຈິດ­ໃຈ ຂອງ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ​ວ່າ​ດ້ວຍ​ການ​ຮ່ວມ​ມື ຂອງ​ສອງ​ສະ­ພາ​ສະ­ບັບ​ປີ 2019 ໃຫ້​ຕໍ່​ເນື່ອງ ແລະ ມີ​ປະ​ສິດ­ທິ​ຜົນ ໃນ​ການ​ຮ່ວມ​ມື­ທີ່­ສອງ​ລັດ­ຖະ­ບານ​ໄດ້​ລົງ​ນາມ​ຮ່ວມ​ໃຫ້​ເປັນ​ຮູບ​ປະ​ທຳ ແລະ ມີ​ປະ​ສິດ­ທິ​ຜົນ​ດີ​ກວ່າ​ເກົ່າ ມີ​ການ​ແລກ­ປ່ຽນ​ຂໍ້​ມູນ​ຂ່າວ­ສານ​ນຳ​ກັນ​ກ່ຽວ​ກັບ​ການ​ຕິດ­ຕາມ​ກວດ­ກາ ການ​ສ້າງ ແລະ ປັບ­ປຸງ​ກົດ­ໝາຍ ກໍ​ຄື ການ​ເຝິກ­ອົບ­ຮົມ​ໃຫ້​ບຸ​ຄະ­ລາ​ກອນ​ໃນ​ຫົວ­ຂໍ້​ຕ່າງໆ​ທີ່​ແຕ່​ລະ​ຝ່າຍ​ມີ​ຄວາມ​ສົນ­ໃຈ ເພີ່ມ​ທະ­ວີ​ການ​ສະ­ໜັບ­ສະ­ໜູນ ແລະ ການ​ຊ່ວຍ­ເຫຼືອ​ເຊິ່ງ​ກັນ ແລະ ກັນ ໃນ​ເວ­ທີ​ພາກ​ພື້ນ ແລະ ສາ­ກົນ.

    ໂອ­ກາດ​ດຽວ​ກັນ​ນີ້ ທ່ານ​ປະ­ທານ​ຄະ­ນະ​ມິດ­ຕະ­ພາບ​ລັດ​ຖະ​ສະ­ພາ ກຳ­ປູ­ເຈຍ-ລາວ ປະ­ທານ​ກຳ­ມາ​ທິ​ການ​ທີ 3 ພ້ອມ​ຄະ­ນະ ຍັງ​ໄດ້​ເຂົ້າ​ຢ້ຽມ​ຄຳ­ນັບ​ທ່ານ​ນາງ ປາ­ນີ ຢາ​ທໍ່​ຕູ້ ປະ­ທານ​ສະ­ພາ​ແຫ່ງ​ຊາດ ຕື່ມ​ອີກ.

Leave a Reply

error: Content is protected !!