70 ປີ ສື່ມວນຊົນລາວ

ວັນ​ທີ 13/8/1950-13/8/2020 ຈະ​ໄດ້​ໝູ­ນວຽນ​ຄົບ­ຮອບ 70 ປີ​ຂອງ​ວັນ​ສ້າງ­ຕັ້ງ​ສື່​ມວນ​ຊົນ ແລະ  ການ​ພີມ​ຈຳ­ໜ່າຍ ແນ່­ນອນ​ມັນ​ເປັນ 70 ປີ​ຂອງ​ການ​ຂະ­ຫຍາຍ­ຕົວ​ທີ່​ໄດ້​ຜ່ານ​ຫຼາຍ​ບາດ­ກ້າວ​ທັງ​ສະ­ດວກ ແລະ ຫຍຸ້ງ­ຍາກ.

ປັດ­ຈຸ­ບັນ​ນີ້​ແມ່ນ​ສື່​ສັງ­ຄົມ​ອອນ​ລາຍ​ມາ​ແຮງ​ແຊງ​ໂຄ້ງ ວ່ອງ­ໄວ ຊັດ​ເຈນ ແລະ ຜິດ­ພາດ​ສັບ­ສົນ ເຮັດ​ໃຫ້​ຜູ້​ເສບ​ຂ່າວ​ຖ້າ​ຂາດ​ສະ­ຕິ ກໍ​ຈະ​ເຫັນ​ດີ​ຕາມ​ຂ່າວ​ທີ່​ອ່ານ​ແບບ​ບໍ່​ພິ­ຈາ­ລະ­ນາ ເຊິ່ງ​ກົງ​ກັບ​ພາ­ສາ​ພາ​ເວົ້າ​ວ່າ: ມຸງ­ຄຸນ​ຕື່ນ​ຂ່າວ​ຄື​ບໍ່​ທັນ​ຮູ້​ດີ-ຮູ້​ຮ້າຍ​ປານ​ກະ­ຕ່າຍ​ຕື່ນ​ໝາກ­ຕູມ.

ບັນ­ຫາ​ການ​ອະ­ທິ­ບາຍ​ຂ່າວ​ອອນ​ລາຍ​ທີ່​ເກີດ​ຂຶ້ນ​ມີ​ທັງ​ແງ່​ບວກ ແລະ ລົບ ຜູ້​ຂຽນ​ຈຶ່ງ​ຢາກ​ເນັ້ນ​ຕາມ​ຄຳ​ເຫັນ​ຂອງ​ບົດ​ຂຽນ​ທິດ​ດີ ຈາກ​ໜັງ­ສື­ພິມ​ເສດ­ຖະ­ກິດ​ເມື່ອ​ວັນ​ທີ 4/8 ຜ່ານ​ມາ ທີ່​ເພິ່ນ​ໄດ້​ເນັ້ນ​ໃຫ້​ຄຳ​ເຫັນ​ບາງ​ປະ­ການ​ວ່າ: ເຮົາ​ສາ­ມາດ​ອອກ​ຂ່າວ​ໄວ​ໄດ້ ແຕ່​ຕ້ອງ​ອອກ​ຕໍ່​ເນື່ອງ ເຊິ່ງ​ພາ­ສາ​ຂ່າວ​ເວົ້າ​ແບບ​ສັ້ນ​ແມ່ນ​ເຈາະ​ຂ່າວ​ລຽນ­ຕິດ ຫຼື ຕາມ​ຂ່າວ ການ​ຂຽນ​ຂ່າວ​ອອນ​ລາຍ​ແມ່ນ​ຕ້ອງ​ໄວ ແລະ ຕ້ອງ​ມີ​ຂໍ້​ມູນ​ຄົບ​ຖ້ວນ​ຊັດ​ເຈນ ພ້ອມ​ຫຼັກ​ຖານ​ອ້າງ​ອີງ (ບຸກ­ຄົນ​ໃນ​ຂ່າວ) ໂດຍ​ສະ­ເພາະ ການ​ອະ­ທິ­ບາຍ​ບັນ­ຫາ​ຕ້ອງ​ຊັດ​ເຈນ ເຊິ່ງ​ຖ້າ​ອະ­ທິ­ບາຍ​ບໍ່​ແຈ້ງ​ສັງ­ຄົມ​ບໍ່​ເຂົ້າ­ໃຈ​ກໍ​ບໍ່​ຕ່າງ​ຫຍັງ​ກັບ​ເຮືອ​ຫຼົ້ມ​ບາດ​ຈອດ !

ຖ້າ­ວ່າ​ພວກ​ເຮົາ​ຫາກ​ຕິດ­ຕາມ​ຂ່າວ​ດັງ​ຂ່າວ​ເດັ່ນ​ຂອງ​ສັງ­ຄົມ​ຜ່ານ​ມາ ມີ​ຫຼາຍ​ຂ່າວ​ທີ່​ທາງ​ຕົ້ນ​ເຫດ​ບໍ່​ສາ­ມາດ​ອະ­ທິ­ບາຍ​ໃຫ້​ສັງ­ຄົມ​ເຂົ້າ­ໃຈ​ໄດ້​ຢ່າງ​ຈະ­ແຈ້ງ ຫຼື ບາງ​ຂ່າວ​ຍິ່ງ​ເພີ່ມ​ຄວາມ​ສັບ­ສົນ​ໃຫ້​ສັງ­ຄົມ​ຕື່ມ​ອີກ ເຊິ່ງ​ຢ່າ​ລືມ​ວ່າ ຂ່າວ ຫຼື ເຫດ­ການ​ມັນ​ເກີດ​ຂຶ້ນ​ຈາກ​ຄົນ​ໃນ​ສັງ­ຄົມ ດັ່ງ­ນັ້ນ ຖ້າ­ວ່າ​ຂ່າວ​ໃດ​ເປັນ​ບັນ­ຫາ​ສັງ­ຄົມ​ໄດ້​ຮັບ​ຜົນ​ກະ­ທົບ ຍິ່ງ​ຕ້ອງ​ໄດ້​ອະ­ທິ­ບາຍ​ທາງ​ສື່​ອອນ​ລາຍ​ໃຫ້​ຊັດ​ເຈນ​ຖືກ­ຕ້ອງ ຫຼື ບໍ່​ດັ່ງ­ນັ້ນ​ກໍ​ຕ້ອງ​ໄດ້​ອະ­ທິ­ບາຍ​ຕໍ່​ເນື່ອງ ເພື່ອ​ໃຫ້​ຜູ້​ເສບ​ຂ່າວ​ໄດ້​ເຂົ້າ­ໃຈ​ວ່າ ຈະ​ຈົບ​ບັນ­ຫາ ຫຼື ແກ້​ໄຂ​ບັນ­ຫາ​ແບບ​ໃດ ແນ່­ນອນ​ສັງ­ຄົມ​ກໍ​ຈະ​ຕິດ­ຕາມ​ຂ່າວ​ທີ່​ເຂົາ​ໄດ້​ຮັບ​ຜົນ​ກະ­ທົບ​ໃນ​ຊີ­ວິດ​ປະ­ຈຳ​ວັນ ໂດຍ​ທີ່​ເຂົາ​ບໍ່​ຢາກ​ຟັງ​ການ​ອະ­ທິ­ບາຍ​ຂ່າວ​ແບບ​ຫົວ​ຊ້າງ​ຫາງ​ໜູ.

ຜູ້​ຂຽນ​ອ່ານ​ເບິ່ງ: ບາງ​ບົດ­ຮຽນ​ການ​ຂຽນ​ຂ່າວ​ໃນ​ປື້ມ​ຄູ່​ມື​ນັກ​ຂ່າວ ໜ້າ 79-80 ໄດ້​ເນັ້ນ​ວ່າ: ບົດ​ຂ່າວ​ຕ້ອງ​ເວົ້າ​ລະ­ອຽດ​ບັນ­ຫາ​ແນວ​ຄິດ​ຈິດ­ໃຈ​ຂອງ​ຄົນ​ໃນ​ສັງ­ຄົມ ເພື່ອ​ສ້າງ­ສັນ​ກ້າວ­ໜ້າ  ໃຊ້​ພາ­ສາ​ນິ້ມ​ນວນ​ຄ່ອງ​ແຄ້ວ ເປັນ​ລະ­ບົບ​ແບບ​ມີ​ແຜນ­ການ ເພື່ອ​ຕີ​ຖອຍ​ໂຕ້​ແຍ້ງ ແນວ​ຄິດ​ຜິດ​ເຂວ​ບໍ່​ຖືກ­ຕ້ອງ ຄົ້ນ­ຄວ້າ​ຊອກ​ຫາ​ບັນ­ຫາ​ໃຫ້​ລະ­ອຽດ.. ເບິ່ງ​ແລ້ວ​ທັງ​ຜູ້​ລາຍ​ງານ​ຂ່າວ ແລະ ຊີ້​ແຈງ​ຂ່າວ​ຕ້ອງ​ເຂົ້າ­ໃຈ​ແຈ້ງ ສິ່ງ​ທີ່​ຕົນ​ເອງ​ກຳ­ລັງ​ອະ­ທິ­ບາຍ​ໃຫ້​ສັງ­ຄົມ ແລະ ຢືນ​ຢູ່​ເທິງ​ຂໍ້​ມູນ​ທີ່​ເປັນ​ຈິງ​ໜ້າ​ເຊື່ອ​ຖື​ໄດ້.

ໂດຍ: ດັ້ນ​ກີບ​ເມກ

error: Content is protected !!