ມອບລາງວັນແຂ່ງຂັນອອກແບບ ສັນຍະລັກສະເຫຼີມສະຫຼອງ ສາຍພົວພັນການທູດ ລາວ-ສ ເກົາຫຼີ

ພິ­ທີ​ມອບ​ລາ­ງວັນ​ການ​ແຂ່ງ­ຂັນ​ອອກ​ແບບ ແລະ ເປີດ​ນຳ​ໃຊ້​ສັນ­ຍະ­ລັກ​ສະ­ເຫຼີມ­ສະ­ຫຼອງ​ສາຍ​ພົວ­ພັນ​ການ​ທູດ ລະ­ຫວ່າງ ສປປ ລາວ ແລະ ສ ເກົາ­ຫຼີ ຄົບ­ຮອບ 25 ປີ (25 ຕຸ­ລາ 1995 – 25 ຕຸ­ລາ 2020) ຈັດ​ຂຶ້ນ​ວັນ​ທີ 11 ສິງ­ຫາ 2020 ທີ່​ໂຮງ­ແຮມ ຄຣາວ​ພລາ​ຊາ ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ມີ​ທ່ານ ຊິນ ຊອງ​ຊຸນ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ ເກົາ­ຫຼີ ປະ­ຈຳ​ລາວ ທ່ານ ທອງ​ສະ­ຫວັນ ພົມ­ວິ­ຫານ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ພ້ອມ​ດ້ວຍ​ຕາງ­ໜ້າ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ​ປະ­ຈຳ​ລາວ ແລະ ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ກິດ­ຈະ­ກຳ​ການ​ແຂ່ງ­ຂັນ​ອອກ​ແບບ​ສັນ­ຍະ­ລັກ​ສາຍ​ພົວ­ພັນ​ການ​ທູດ ສປປ ລາວ ແລະ ສ ເກົາ­ຫຼີ ເປັນ​ກິດ­ຈະ­ກຳ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳ­ຄັນ ເປັນ​ການ​ເຊື່ອມ​ຕໍ່​ຈິດ­ໃຈ ລະ­ຫວ່າງ​ປະ­ຊາ­ຊົນ​ສອງ​ຊາດ ລາວ ແລະ ສ ເກົາ­ຫຼີ ເຊິ່ງ​ກິດ­ຈະ­ກຳ​ຄັ້ງ​ນີ້ ມີ​ຜູ້​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ທັງ​ໝົດ 109 ຄົນ ມີ 200 ກວ່າ​ຮູບ​ພາບ ຜ່ານ​ການ​ແຂ່ງ­ຂັນ ຊະ­ນະ​ເລີດ​ໄດ້­ແກ່​ຮູບ​ສັນ­ຍະ­ລັກ​ຈາກ​ຊຸດ​ແຕ່ງ​ກາຍ​ປະ­ຈຳ​ຊາດ ໂດຍ​ສະ­ເພາະ​ແມ່ນ​ແມ່­ຍິງ​ຂອງ​ສອງ​ປະ­ເທດ ສະ­ແດງ​ໃຫ້​ເຫັນ​ເຖິງ​ວັດ­ທະ­ນະ­ທຳ​ຂອງ​ແມ່­ຍິງ​ທັງ​ສອງ​ປະ­ເທດ ພ້ອມ​ທັງ​ເປັນ​ການ​ສົ່ງ­ເສີມ​ບົດ­ບາດ​ແມ່­ຍິງ​ລາວ ແລະ ແມ່­ຍິງ ສ ເກົາ­ຫຼີ ຮູບ​ສັນ­ຍະ­ລັກ​ດັ່ງ­ກ່າວ ແມ່ນ​ຜົນ­ງານ​ຂອງ​ທ້າວ ຄຳ​ເກີດ ຟານ​ຄຳ ອາ­ຍຸ 23 ປີ ເປັນ​ນັກ​ສຶກ​ສາ​ລາວ​ທີ່​ກຳ­ລັງ​ສຶກ​ສາ​ຢູ່​ປະ­ເທດ​ຝຣັ່ງ ໄດ້​ຮັບ​ໃບ­ຢັ້ງ­ຢືນ ແລະ ໂທລະ­ສັບ​ມື​ຖື ສ່ວນ​ຮອງ​ຊະ­ນະ​ເລີດ ໄດ້­ແກ່​ທ້າວ ໄຊ​ຍະ​ພອນ ບົວ​ຈັນ­ທະ​ລາ ໂດຍ​ໄດ້​ຄົ້ນ​ຄິດ​ຮູບ​ສັນ­ຍະ­ລັກ​ເປັນ​ຮູບ​ການ​ຈັບ​ມື ເຊີ່ງ​ສະ­ແດງ​ເຖິງ​ການ​ຮ່ວມ​ມື​ເຊິ່ງ​ກັນ ແລະ ກັນ ພ້ອມ​ດອກ​ໄມ້ ປະ­ຈຳ​ຊາດ​ຂອງ​ສອງ​ປະ­ເທດ ເຊີ່ງ​ໄດ້​ຮັບ​ໃບ­ຢັ້ງ­ຢືນ ແລະ ຂອງ​ທີ່​ລະ­ນຶກ.

ສປປ ລາວ ແລະ ສ ເກົາ­ຫຼີ ສ້າງ­ຕັ້ງ​ສາຍ​ພົວ­ພັນ​ການ​ທູດ​ນຳ​ກັນ​ໃນ​ວັນ 25 ຕຸ­ລາ 1995 ເຊິ່ງ​ຮອດ​ວັນ​ທີ 25 ຕຸ­ລາ 2020 ທີ່​ຈະ​ມາ​ເຖິງ​ນີ້ ພໍ­ດີ​ຄົບ­ຮອບ 25 ປີ ຕະ­ຫຼອດ​ໄລ­ຍະ 25 ປີ­ຜ່ານ­ມາ ສາຍ​ພົວ­ພັນ​ການ​ທູດ​ລະ­ຫວ່າງ​ສອງ​ປະ­ເທດ ແມ່ນ​ໄດ້​ຮັບ​ການ​ເສີມ​ຂະ­ຫຍາຍ​ທາງ​ດ້ານ​ປະ­ລິ­ມານ ແລະ ຄຸນ​ນະ​ພາບ​ໃນ​ຫຼາຍໆ​ດ້ານ ເຊີ່ງ​ເດັ່ນ​ກວ່າ​ໝູ່ ແມ່ນ​ການ​ແລກ­ປ່ຽນ​ຢ້ຽມ­ຢາມ​ຂອງ​ການ​ນຳ​ຂັ້ນ​ສູງ​ຂອງ​ທັງ​ສອງ​ປະ­ເທດ ດ້ານ​ການ​ຊ່ວຍ­ເຫຼືອ ນັບ​ແຕ່​ປີ 2015 ມາ​ຮອດ​ປັດ­ຈຸ­ບັນ ສ ເກົາ­ຫຼີ ໄດ້​ໃຫ້­ການ​ຊ່ວຍ­ເຫຼືອ​ດ້ານ​ເງິນ​ກູ້​ດອກ​ເບ້ຍ​ຕ່ຳ​ແກ່ ສປປ ລາວ ລວມ​ທັງ​ໝົດ 640 ລ້ານ​ໂດ​ລາ​ສະ­ຫະ­ລັດ ແລະ ໃຫ້​ເງິນ​ຊ່ວຍ­ເຫຼືອ​ລ້າ​ທັງ​ໝົດ 235 ລ້ານ​ໂດ​ລາ​ສະ­ຫະ­ລັດ ການ​ຄ້າ ແລະ ການ​ລົງ­ທຶນ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ທຸກໆ​ປີ ເຊິ່ງ​ຈັດ​ຢູ່​ໃນ​ແຖວ​ໜ້າ​ອັນ​ດັບ 5 ເຊີ່ງ​ມີ​ມູນ​ຄ່າ​ການ​ລົງ­ທຶນ 751 ລ້ານ​ໂດ​ລາ​ສະ­ຫະ­ລັດ ມີ 293 ໂຄງ­ການ​ຂອງ​ການ​ລົງ­ທຶນ.

error: Content is protected !!