ພ້ອມກັນສະກັດກັ້ນ ການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ

ປັດ­ຈຸ­ບັນ ທົ່ວ​ປະ­ເທດ​ມີ​ຜູ້​ຕິດ­ເຊື້ອ​ພະ­ຍາດ​ໄຂ້­ຍຸງ​ລາຍ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ເພາະ​ການ​ລະ­ບາດ​ຂອງ​ພະ­ຍາດ​ໄຂ້­ຍຸງ​ລາຍ​ຍັງ​ບໍ່​ມີ​ທ່າ​ອ່ຽງ​ທີ່​ຈະ​ຫຼຸດ​ລົງ ສະ­ແດງ​ອອກ​ພຽງ​ວັນ​ດຽວ ຄື​ວັນ​ທີ 10 ສິງ­ຫາ 2020 ພົບ​ຜູ້​ຕິດ­ເຊື້ອ​ພະ­ຍາດ​ໄຂ້­ຍຸງ​ທັງ​ໝົດ 66 ກໍ­ລະ­ນີ.

ອີງ​ຕາມ​ການ​ລາຍ​ງານ​ຂອງ​ກົມ​ຄວບ​ຄຸມ­ພະ​ຍາດ​ຕິດ­ຕໍ່ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ວັນ​ທີ 11 ສິງ­ຫາ 2020 ໃຫ້​ຮູ້​ວ່າ:ນັບ​ແຕ່​ວັນ​ທີ  1 ມັງ­ກອນ 2020 ຫາ 10 ສິງ­ຫາ 2020 ມີ​ຜູ້​ຕິດ­ເຊື້ອ​ກໍ­ລະ­ນີ​ສະ​ສົມ​ທັງ​ໝົດ 4.729 ຄົນ (ມີ​ລາຍ​ງານ​ກໍ­ລະ­ນີ​ໃນ 18 ແຂວງ ແຂວງ​ທີ່​ມີ​ການ​ລາຍ​ງານ​ຫຼາຍ​ກວ່າ​ໝູ່​ແມ່ນ​ນະ­ຄອນ­ຫຼວງ​ວຽງ​ຈັນ 1.090 ຄົນ ຖັດ​ລົງ​ມາ​ແມ່ນ​ແຂວງ​ວຽງ​ຈັນ 543 ກໍ­ລະ­ນີ ແລະ ແຂວງ​ບໍ​ລິ​ຄຳ​ໄຊ 550 ກໍ­ລະ­ນີ ຈຳ­ນວນ​ຜູ້​ເສຍ​ຊີ­ວິດ​ຍ້ອນ​ພະ­ຍາດ​ໄຂ້­ຍຸງ​ລາຍ​ມີ​ທັງ  ໝົດ 9 ຄົນ (ນະ­ຄອນ­ຫຼວງ 4 ຄົນ ແຂວງ​ບໍ​ລິ​ຄຳ​ໄຊ 2 ຄົນ ຄຳ​ມ່ວນ ໄຊ​ຍະ​ບລີ ແລະ ແຂວງ​ຊຽງ​ຂວາງ ແຂວງ 1 ຄົນ).

ເພື່ອ​ເປັນ​ການ​ປ້ອງ​ກັນ ແລະ ສະ­ກັດ​ກັ້ນ​ການ​ລະ­ບາດ​ຂອງ​ພະ­ຍາດ​ໄຂ້­ຍຸງ​ລາຍ ຮຽກ­ຮ້ອງ​ມາ​ຍັງ​ປະ­ຊາ­ຊົນ ແລະ ອຳ­ນາດ​ການ​ປົກ­ຄອງ​ຮ່ວມ​ແຮງ​ຮ່ວມ​ໃຈ ປ້ອງ​ກັນ​ບໍ່​ໃຫ້​ຍຸງ​ກັດ ແລະ ປະ­ຕິ­ບັດ​ຫຼັກ­ການ 5 ປ ໂດຍ​ສະ­ເພາະ​ແມ່ນ ທຳ­ລາຍ​ແຫຼ່ງ​ເພາະ​ພັນ​ຂອງ​ຍຸງ​ເປັນ​ປະ­ຈຳ​ທຸກ​ອາ­ທິດ ໃຫ້​ຖື​ວ່າ ແມ່ນ​ໜ້າ­ທີ່​ຮັບ­ຜິດ­ຊອບ​ຂອງ​ໝົດ​ທຸກ​ຄົນ.

error: Content is protected !!