ນັກຮຽນ-ເດັກ ກັບສິ່ງຄວນຮູ້ທີ່ຕ້ອງປະຕິບັດ ເພື່ອປ້ອງກັນ COVID-19

ປັດ­ຈຸ­ບັນ ເຖິງ​ແມ່ນ​ວ່າ​ສະ­ພາບ​ການ​ລະ­ບາດ​ຂອງ COVID-19 ໃນ​ປະ­ເທດ​ລາວ​ເຮົາ ຍັງ​ຢູ່​ໃນ​ຕົວ​ເລກ​ທີ່​ຄົງ​ທີ່ ກໍ​ຄື ຜູ້​ຕິດ­ເຊື້ອ​ຈຳ­ນວນ 19 ກໍ­ລະ­ນີ ກໍ​ໄດ້​ຮັບ​ການ​ປິ່ວ​ປົວ​ໃຫ້​ຫາຍ​ດີ​ແລ້ວ ແລະ ຍັງ​ມີ​ກໍ­ລະ­ນີ​ນຳ​ເຂົ້າ​ທີ່​ເປັນ​ຄົນ​ຕ່າງ­ປະ­ເທດ​ນັ້ນ ແມ່ນ​ກໍ​ລັງ​ຮັບ​ການ​ປິ່ນ­ປົວ​ຢ່າງ​ໃກ້­ຊິດ​ຈາກ​ຄະ­ນະ​ແພດ​ຜູ້​ຊ່ຽວ­ຊານ ແຕ່​ເບິ່ງ​ສະ­ພາບ​ການ​ລະ­ບາດ​ໃນ​ທົ່ວ​ໂລກ ລວມ​ໄປ​ເຖິງ​ປະ­ເທດ​ອ້ອມ​ຂ້າງ​ແມ່ນ​ຢູ່​ໃນ​ສະ­ພາບ​ທີ່​ໜ້າ​ເປັນ​ຫ່ວງ ຈາກ​ສະ­ພາບ​ການ​ລະ­ບາດ ລັດ­ຖະ­ບານ​ລາວ​ເຮົາ ກໍ​ບໍ່​ໄດ້ ເຫຼີງ​ໃຈ ໂດຍ​ໄດ້​ເນັ້ນ​ໃຫ້​ຂະ­ແໜງ­ການ​ກ່ຽວ­ຂ້ອງ​ເອົາ­ໃຈ­ໃສ່​ໃນ​ການ​ປະ­ຕິ­ບັດ​ມາດ​ຕະ­ການ​ຕ່າງໆ​ເພື່ອ​ປ້ອງ​ກັນ​ການ​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ­ກ່າວ.

ສຶກ​ສາ​ທິ​ການ-ກີ­ລາ ກໍ​ເປັນ​ຂະ­ແໜງ­ການ​ໜຶ່ງ​ທີ່​ເປັນ​ເຈົ້າ​ການ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມາດ​ຕະ­ການ​ຕ່າງໆ​ເຂົ້າ​ໃນ​ການ​ຮຽນ-ການ​ສອນ ເວົ້າ​ໄດ້​ວ່າ ທັງ​ເຝົ້າ​ລະ­ວັງ​ບໍ່​ໃຫ້​ມີ​ການ​ລະ­ບາດ ທັງ​ສິດ­ສອນ​ໄປ​ພ້ອມ​ເພື່ອ​ບໍ່​ໃຫ້​ກະ­ທົບ​ເຖິງ​ການ​ຮຽນ​ຂອງ​ນັກ­ຮຽນ ເຊິ່ງ​ໃນ​ໄລ­ຍະ​ຜ່ານ​ມາ​ຫຼາຍໆ​ທ່ານ​ກໍ​ຄົງ​ໄດ້​ຕິດ­ຕາມ​ຂ່າວ­ສານ​ຈາກ​ສື່​ຕ່າງໆ​ແລ້ວ ພໍ​ເຫັນ​ໄດ້​ເຖິງ​ຄວາມ​ເອົາ­ໃຈ­ໃສ່ ຄວາມ​ເປັນ​ເຈົ້າ​ການ​ຂອງ​ສະ​ຖາ​ບັນ​ການ​ສຶກ​ສາ ຕໍ່​ການ​ປ້ອງ​ກັນ​ການ​ລະ­ບາດ​ຂອງ​ພະ­ຍາດ​ຮ້າຍ.

ໃນ​ໄລ­ຍະ​ທີ່​ມີ​ການ​ລະ­ບາດ ຂະ­ແໜງ­ການ​ສຶກ​ສາ ໂດຍ​ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ຈາກ​ພາກ­ສ່ວນ​ຕ່າງໆ ກໍ​ໄດ້​ໂຄ­ສະ­ນາ​ຄວາມ​ຮູ້​ກ່ຽວ​ກັບ COVID-19 ວິ­ທີ​ການ​ປ້ອງ​ກັນ ແລະ​ອື່ນໆ ແຕ່​ໃນ​ມື້­ນີ້ ຄໍ​ລຳ​ສຶກ​ສາ​ພວກ​ເຮົາ ຂໍ​ນຳ​ສະ­ເໜີ​ຂໍ້​ມູນ​ກ່ຽວ​ກັບ​ຄວາມ​ເຂົ້າ­ໃຈ ແລະ ສິ່ງ​ທີ່​ຄວນ​ເອົາ­ໃຈ­ໃສ່​ຂອງ​ນັກ­ຮຽນ ແລະ ເດັກ ມາ​ນຳ​ສະ­ເໜີ ເພື່ອ​ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ໃນ​ສົກ­ຮຽນ​ຕໍ່​ໄປ.

ຕາມ​ຂໍ້​ມູນ​ທີ່​ໄດ້​ຈາກ​ເວັບ​ໄຊ ອົງ­ການ​ອຸຍ​ນີ​ເຊັບ​ປະ­ຈຳ​ລາວ ເຫັນ​ວ່າ: ນັກ­ຮຽນ ເດັກ ກໍ​ຄື ຄົນ​ຮຸ່ນ​ໜຸ່ມ​ຄວນ​ເຂົ້າ­ໃຈ​ຂໍ້​ມູນ​ພື້ນ­ຖານ​ທີ່​ເໝາະ​ສົມ​ກ່ຽວ​ກັບ COVID-19  ບໍ່​ວ່າ​ຈະ​ເປັນ​ອາ­ການ ພາ­ວະ​ແຊກ​ຊ້ອນ ການ​ຕິດ­ຕໍ່ ແລະ ວິ­ທີ​ປ້ອງ​ກັນ​ບໍ່​ໃຫ້​ພະ­ຍາດ​ຕິດ­ຕໍ່​ໃສ່​ຜູ້​ອື່ນ ພ້ອມ​ນັ້ນ ກໍ​ຕ້ອງ​ໄດ້​ແນະ­ນຳ​ໃຫ້​ເຂົາ­ເຈົ້າ​ຕິດ­ຕາມ​ຂ່າວ ສານ​ກ່ຽວ​ກັບ​ການ​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ­ກ່າວ​ຕາມ​ແຫຼ່ງ​ຂ່າວ​ທີ່​ໜ້າ​ເຊື່ອ​ຖື ເຊັ່ນ: ອົງ­ການ​ອຸຍ​ນີ​ເຊັບ ອົງ­ການ​ອະ­ນາ­ໄມ​ໂລກ ແລະ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ແລະ ຈົ່ງ​ລະ­ວັງ​ຂ່າວ​ປອມ​ທີ່​ເວົ້າ ແລະ ສົ່ງ­ຕໍ່​ກັນ​ໃນ​ອິນ​ເຕີ​ເນັດ.

ສຳ­ລັບ​ສິ່ງ​ທີ່​ຄວນ​ໃສ່­ໃຈ​ຂອງ​ນັກ­ຮຽນ ແລະ ເດັກ ປະ­ກອບ​ມີ: 1. ມັນ​ເປັນ​ເລື່ອງ​ປົກ­ກະ­ຕິ​ໃນ​ສະ​ຖາ​ບັນ​ລັກ­ສະ­ນະ​ນີ້​ທີ່​ຄົນ​ຈະ​ຮູ້­ສຶກ​ເສົ້າ ກັງ­ວົນ ສັບ­ສົນ ຢ້ານ​ກວາ ແລະ ຢາກ­ຮ້າຍ ຈົ່ງ​ຮູ້​ວ່າ​ເຮົາ​ບໍ່​ໄດ້​ຢູ່​ຄົນ​ດຽວ ແລະ ຈົ່ງ​ບອກ​ກັບ​ຄົນ​ທີ່​ພວກ​ເຮົາ​ເຊື່ອ​ໃຈ ເຊັ່ນ: ພໍ່​ແມ່ ຄູ​ອາ­ຈານ ເພື່ອ​ຊ່ວຍ​ຕົວ​ເຮົາ ແລະ ໂຮງ­ຮຽນ​ປອດ​ໄພ ແລະ ສຸກ­ຂະ­ພາບ​ດີ 2. ປົກ​ປ້ອງ​ຕົນ​ເອງ ແລະ ຜູ້​ອື່ນໆ ໂດຍ​ການ​ໝັ່ນ​ລ້າງ​ມື​ດ້ວຍ​ສະ­ບູ (ປະ­ມານ  20   ວິ­ນາ­ທີ) ຢ່າ​ຈັບ​ໜ້າ​ຕົນ​ເອງ ແລະ ຢຸດ​ໃຊ້​ຈອກ​ກິນ​ນ້ຳ ພາ­ຊະ­ນະ​ໃສ່​ອາ­ຫານ​ຮ່ວມ​ກັບ​ຄົນ​ອື່ນ 3. ຮັກ­ສາ​ຕົວ​ເຮົາ​ເອງ ໂຮງ­ຮຽນ ຄອບ­ຄົວ ແລະ ຊຸມ​ຊົນ​ຂອງ​ພວກ​ເຮົາ​ໃຫ້​ມີ​ສຸ­ຂະ­ພາບ​ດີ ໂດຍ​ການ​ບອກ​ຕໍ່­ໃຫ້​ຄອບ­ຄົວ ແລະ ໝູ່­ຄູ່ ສິ່ງ​ທີ່​ພວກ​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ວິ­ທີ​ການ​ປ້ອງ​ກັນ ໂດຍ​ສະ­ເພາະ ແມ່ນ​ເດັກ ພ້ອມ​ນັ້ນ ກໍ​ປະ­ພຶດ​ຕົນ​ໃຫ້​ເປັນ​ແບບ­ຢ່າງ​ໂດຍ​ສະ­ເພາະ ແມ່ນ​ເດັກ ເວ­ລາ​ຈາມ ຫຼື ໄອ ໂດຍ​ການ​ໃຊ້​ແຂນ​ປົກ​ປິດ ບໍ­ລິ­ເວນ​ປາກ ຫຼື ດັງ ພ້ອມ​ລ້າງ​ມື​ໃຫ້​ສະ­ອາດ.

ສ່ວນ 4. ແມ່ນ​ບໍ່​ລັງ​ກຽດ ຫຼື ຢອກ​ລໍ້​ໝູ່​ເພື່ອນ​ເວ­ລາ​ບໍ່​ສະ­ບາຍ ຈົ່ງ​ຈື່​ໄວ້​ວ່າ ເຊື້ອ​ຈຸ​ລະ​ໂລກ​ບໍ່​ໄດ້​ເກີດ​ຂຶ້ນ​ຍ້ອນ​ທີ່​ຕັ້ງ​ພູມ​ສັນ­ຖານ ຊົນ­ເຜົ່າ ອາ­ຍຸ ຄວາມ​ສາ­ມາດ ຫຼື ເພດ ແລະ 5. ຕ້ອງ​ບອກ​ໃຫ້​ພໍ່​ແມ່ ຄົນ​ໃນ​ຄອບ­ຄົວ ຫຼື ຄູ​ຮູ້ ຖ້າ​ຫາກ​ບໍ່​ສະ­ບາຍ ແລະ ຂໍ­ອະ­ນຸ­ຍາດ​ພັກ­ຜ່ອນ​ຢູ່​ເຮືອນ.

ສິ່ງ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ ເປັນ​ການ​ສະ­ເໜີ​ເພື່ອ​ໃຫ້​ບັນ­ດາ​ນ້ອງ​ນັກ­ຮຽນ​ເປັນ​ເຈົ້າ​ການ​ສືບ­ຕໍ່​ປະ­ຕິ­ບັດ​ຕາມ​ມາດ​ຕະ­ການ​ທີ່​ທາງ​ຄະ­ນະ​ສະ­ເພາະ​ກິດ​ຂັ້ນ​ສູນ​ກາງ ກໍ​ຄື ຂັ້ນ​ແຂວງ ເມືອງ ລວມ​ໄປ​ເຖິງ​ມາດ​ຕະ­ການ​ຕ່າງໆ​ທີ່​ໂຮງ ຮຽນ​ວາງ​ອອກ ເພື່ອ​ບໍ່​ໃຫ້​ມີ​ການ​ລະ­ບາດ​ຂອງ​ພະ­ຍາດ​ຮ້າຍ.

ໂດຍ: ສ.ຣາ​ຊະ​ສີ

error: Content is protected !!