4 ກຸ່ມອາຫານ ຍິ່ງກິນຫຼາຍ ຍິ່ງພຸງໃຫຍ່

ປັດ​ໄຈ​ທີ່​ເຮັດ​ໃຫ້​ຮູບ​ຮ່າງ​ດີ ຫຼື​ສຸ­ຂະ­ພາບ​ດີ ແນ່­ນອນ​ວ່າ​ຄົງ​ຕ້ອງ​ເປັນ​ການ​ຄວບ​ຄຸມ​ອາ­ຫານ ແລະ ອອກ­ກຳ­ລັງ​ກາຍ ກໍ​ຈະ​ເຮັດ​ໃຫ້​ຄວາມ​ຄິດ​ດັ່ງ­ກ່າວ​ສົມ​ປາດ​ຖະ​ໜາ ແຕ່​ຖ້າ​ຍັງ​ຕັດ​ໃຈ​ກັບ​ອາ­ຫານ​ປະ­ເພດ​ດັ່ງ​ຕໍ່​ໄປ​ນີ້ ແລ້ວ​ເຮັດ​ໃຫ້​ຕາມ­ໃຈ​ປາກ​ຈົນ​ບໍ່​ສາ­ມາດ​ຫ້າມ​ໃຈ​ບໍ່​ໄດ້  ໄຂ­ມັນ​ສ່ວນ​ເກີນ ຫຼື “ພຸງ” ນັ້ນ ກໍ​ມີ​ສິດ​ທີ່​ຈະ​ກັບ​ມາ​ຫາ​ຕົວ​ທ່ານ​ຢ່າງ​ແນ່­ນອນ.

1. ອາ­ຫານ​ນ້ຳ­ຕານ​ສູງ
ສຳ­ລັບ​ອາ­ຫານ​ຈຳ­ພວກ​ນ້ຳ­ຕານ​ສູງ​ທັງ­ຫຼາຍ ບໍ່​ວ່າ​ຈະ​ເປັນ ນ້ຳ​ອັດ​ລົມ ນ້ຳ­ຫວານ ນ້ຳ​ປັ່ນ ນ້ຳ­ໝາກ​ໄມ້​ບາງ​ປະ­ເພດ (ເຊັ່ນ ນ້ຳ​ສົ້ມ ນ້ຳ​ສະ​ຕຣໍ​ເບີ​ຣີ​ປັ່ນ) ລວມ​ໄປ​ເຖິງ​ເຂົ້າ­ໜົມ​ຕ່າງໆ ເຊັ່ນ ເຄັກ ຄຸກ​ກີ້ ກະ​ແລັມ ແລະ ອາ­ຫານ​ຈຳ­ພວກ​ແຊ່​ອີ່ມ​ຕ່າງໆ.

2. ອາ­ຫານ​ທີ່​ຜ່ານ​ການ​ຖະ­ໜອມ​ອາ­ຫານ
ອາ­ຫານ​ໃນ​ລັກ­ສະ­ນະ​ນີ້ ມັກ​ຈະ​ມີ​ສ່ວນ​ປະ­ສົມ​ທີ່​ເປັນ​ເຄຶ້ອງ​ປຸງ​ສູງ ທັງ​ຫວານ​ຫຼາຍ ເຄັມ​ຫຼາຍ ຫຼື​ອາດ​ຈະ​ໃສ່​ສານ​ກັນ​ເສຍ ແລະ ສານ​ກັນ​ບູດ​ໄປ​ດ້ວຍ ນອກ­ຈາກ​ທີ່​ຈະ​ໄດ້​ຮັບ​ຣົດ​ຊາດ​ຈາກ​ອາ­ຫານ​ທີ່​ປຸງ​ແລ້ວ ຍັງ​ມີ​ຄວາມ​ສ່ຽງ​ທີ່​ຈະ​ຕ້ອງ​ຮັບ​ສານ​ອື່ນໆ ​ທີ່​ອາດ​ຈະ​ເປັນ​ອັນ­ຕະ­ລາຍ​ຕໍ່​ຮ່າງ­ກາຍ​ອີກ​ດ້ວຍ.

3. ອາ­ຫານ​ໄຂ­ມັນ​ສູງ
ຖ້າ​ໄລ່​ໄປ​ຕັ້ງ­ແຕ່ ໝູ​ສາມ​ຊັ້ນ ຊີ້ນ​ງົວ​ຕິດ​ມັນ ຫຼື​ປາ​ທີ່​ມີ​ໄຂ­ມັນ​ສູງ ມັກ​ຈະ​ມີ​ອາ­ຫານ​ທີ່​ມີ​ສ່ວນ​ປະ­ກອບ​ທີ່​ມີ​ນ້ຳ­ມັນ​ຫຼາຍ ເຊັ່ນ ແກງ​ກະ­ທິ ຂົ້ວ​ແກງ​ຕ່າງໆ ລວມ​ໄປ​ເຖິງ​ອາ­ຫານ​ທີ່​ຈືນ​ໃນ​ນ້ຳ­ມັນ​ຫຼາຍໆ ເຊັ່ນ ໝູ​ກອບ ເປັນ­ຕົ້ນ.

4. ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ
ຕໍ່­ໃຫ້​ເປັນ​ເຄຶ່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ​ປະ­ເພດ​ໃດ​ກໍ​ຕາມ ເຊັ່ນ ເຫຼົ້າ ວາຍ ວັອດ​ກາ ວິ​ສ​ກີ ເປັນ­ຕົ້ນ ຊຶ່ງ​ມີ​ສ່ວນ​ເຮັດ​ໃຫ້​ໄຂ­ມັນ​ສະ​ສົມ​ໃນ​ຮ່າງ­ກາຍ ໂດຍ​ສະ­ເພາະ ການ​ອ້ວນ​ລົງ​ພຸງ​ຫຼາຍ​ຂຶ້ນ​ຕາມ​ໄປ​ດ້ວຍ ສະ​ນັ້ນ­ແລ້ວ ຖ້າ​ຢາກ​ມີ​ຮ່າງ­ກາຍ​ທີ່​ແຂງ­ແຮງ ໄຮ້​ພຸງ ນອກ­ຈາກ​ທີ່​ຈະ​ຫຼີ່​ກລ່ຽງ​ອາ­ຫານ​ດັ່ງ­ກ່າວ​ທີ່​ວ່າ​ມາ​ແລ້ວ​ນັ້ນ ການ​ອອກ­ກຳ­ລັງ​ກາຍ​ກໍ​ສາ­ມາດ​ຊ່ວຍ​ໃຫ້​ທ່ານ​ມີ​ຮ່າງ­ກາຍ​ທີ່​ແຂງ­ແຮງ ແລະ ຫຼຸດ​ພຸງ​ໄດ້​ເຊັ່ນ​ກັນ.

error: Content is protected !!