ກອງປະຊຸມສາມັນຄົບຄະນະກໍາມະການສູນກາງແນວລາວສ້າງຊາດຄັ້ງທີ 5 ສະໄໝທີ X ໄຂຂຶ້ນຢ່າງເປັນທາງການ

    ກອງປະຊຸມສາມັນຄົບຄະນະກໍາມະການສູນກາງແນວລາວສ້າງຊາດຄັ້ງທີ 5 ສະໄໝທີ X ຈັດຂຶ້ນວັນທີ 11-12 ສິງຫາ 2020 ທີ່ຫໍປະຊຸມແຫ່ງຊາດ ເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ມີພະເຖລານຸເຖລະ ພ້ອມດ້ວຍບັນດາຮອງປະທານ ກໍາມະການສູນກາງແນວລາວສ້າງຊາດ ປະທານແນວລາວສ້າງຊາດແຂວງ ນະຄອນຫຼວງໃນທົ່ວປະເທດ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ແລະ ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ. 

    ການດໍາເນີນກອງປະຊຸມສາມັນຄົບຄະນະກໍາມະການສູນກາງແນວລາວສ້າງຊາດ ຄັ້ງທີ 5 ສະໄໝທີ X ຄັ້ງນີ້ ຈະເປັນກອງປະຊຸມມ້ວນທ້າຍຂອງຄະນະກໍາມະການສູນກາງແນວລາວສ້າງຊາດ ສະໄໝທີ X ຊຶ່ງບັນດາທ່ານຜູ້ແທນຈະໄດ້ພ້ອມກັນປຶກສາຫາລື ຜ່ານເນື້ອໃນສໍາຄັນ ແລະ ຈະໄດ້ຮັບຟັງການປະກອບຄໍາເຫັນ ແລະ ການຄົ້ນຄ້ວາປະກອບຄໍາເຫັນຕໍ່ຮ່າງເອກະສານຈໍານວນໜຶ່ງ ເພື່ອກະກຽມໃຫ້ແກ່ກອງປະຊຸມຜູ້ແທນແນວລາວສ້າງຊາດທົ່ວປະເທດຄັ້ງທີ XI ດັ່ງນີ້: ຜ່ານຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານແນວລາວສ້າງຊາດ ປີ 2019-2020 ແລະ ທິດທາງແຜນການເຄື່ອນໄຫວ 2020-2021 ການປະກອບຄໍາເຫັນຂອງຜູ້ຕາງໜ້າໃຫ້ອົງການຈັດຕັ້ງມະຫາຊົນ ໃນຫົວຂໍ້ “ ການປຸກລະດົມມະຫາຊົນເຂົ້າຮ່ວມສ້າງຂະບວນການຄໍານັບຮັບຕ້ອນວັນ

ສໍາຄັນຂອງຊາດ ແລະ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ” ການປະກອບຄໍາເຫັນຂອງຜູ້ຕາງໜ້າຄະນະທີ່ປຶກສາວຽກງານແນວລາວສ້າງຊາດ ໃນຫົວຂໍ້ “ບົດບາດຂອງຄະນະທີ່ປຶກສາ ໃນການປະກອບສ່ວນເຂົ້າວຽກງານຕ່າງໆຂອງແນວລາວສ້າງຊາດ ໂດຍສະເພາະແມ່ນວຽກງານຄົນເຊື້ອຊາດລາວຢູ່ຕ່າງປະເທດ” ການປະກອບຄໍາເຫັນຂອງແນວລາວສ້າງຊາດແຂວງຜົ້ງສາລີ ກ່ຽວກັບການຊຸກຍູ້ປະຊາຊົນບັນດາເຜົ່າໃນການປູກຊາຂຽວເປັນສິນຄ້າ ການປະກອບຄຳເຫັນຂອງແນວລາວສ້າງຊາດແຂວງບໍລິຄໍາໄຊ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂົງເຂດແນວລາວສ້າງຊາດແຂວງບໍລິຄໍາໄຊ ການປະກອບຄໍາເຫັນຂອງແນວລາວສ້າງຊາດແຂວງໄຊສົມບູນ ກ່ຽວກັບຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢູ່ແຂວງໄຊສົມບູນ ການປະກອບຄວາມເຫັນຂອງແນວລາວສ້າງຊາດແຂວງເຊກອງ ກ່ຽວກັບຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຢູ່ແຂວງເຊກອງ ຜ່ານໂຄງຮ່າງບົດລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XI ຜ່ານຮ່າງກົດລະບຽບຂອງແນວລາວສ້າງຊາດ ສະໄໝທີ XI ສະບັບປັບປຸງ. 

    ນອກຈາກນັ້ນ ເພື່ອເປັນການຍ້ອງຍໍຊົມເຊີຍຜົນງານ 10 ປີ ໃຫ້ພະນັກງານ-ລັດຖະກອນ ໃນໂອກາດສະເຫຼີມສະຫຼອງວັນປະຫວັດສາດສໍາຄັນຂອງແນວລາວສ້າງຊາດ ຄົບຮອບ 70 ປີ ກອງປະຊຸມຄັ້ງນີ້ ສູນກາງແນວລາວສ້າງຊາດຈະໄດ້ຈັດພິທີຍ້ອງຍໍສັນລະເສີນໃຫ້ຖັນແຖວສະມາຊິກພັກ – ພະນັກງານ  ຄະນະກໍາມະການສູນກາງແນວລາວສ້າງຊາດອ້ອມຂ້າງສູນກາງຈໍານວນໜຶ່ງ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!